ນາຍົກ​ໄທ​ຈະ​ເຂົ້າຮ່ວມ​ວັນ​ຫໍ​​ແຫ່ງ​ຊາດ​ໄທ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້

(GMT+08:00) 2010-09-03 15:54:30     cri
ວັນ​ທີ 5 ກັນຍາ​ນີ້​ແມ່ນ​ວັນ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ໄທ​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,ທ່ານ​ອະພິສິດ ​ເວດ​ຊາ​ຊິ​ວະ,ນາຍົກລັດຖະມົນຕີ​ໄທ​ຈະ​ນຳພາ​ຄະນະ​ຜູ່​ແທນ​ໄປ​ເຂົ້າຮ່ວມ​ພິທີຢູ່​ນະຄອນ​ຊຽງ​ໄຮ.ວັນ​ທີ 2 ກັນຍາ​ນີ້, ຢູ່​ທຳນຽບລັດຖະບານ, ທ່ານ​ອະພິສິດ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ແລະ​ສື່​ມວນ​ຊົນ​ພາສາ​ຈີນ​ຢູ່​​ໄທ.

ທ່ານ​ອະພິສິດ​ແຈ້ງ​ວ່າ, ທ່ານ​ຈະ​ເດີນທາງ​ໄປນະຄອນ​ຊຽງ​ໄຮ້​ຂອງ​ຈີນ​​​ໃນ​ວັນ​ທີ 4 ຫາ​ວັນ​ທີ 5 ກັນຍາ​ນີ້​ເພື່ອ​ຢ້ຽມ​ຢາມ, ການ​ເຂົ້າຮ່ວມງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ແມ່ນ​ວາລະ​ທີ່​ສຳຄັນຂອງການ​ຢ້ຽມຢາມ​ເທື່​ນີ້,ປະຊາຊົນ​ໄທ​ມີ​ຄວາມ​ຫ້າວຫັນ​ແລະ​ສົນ​ໃຈ​ທີ່​ສຸດ​ຕໍ່​ການ​ເຂົ້າຮ່ວມ​ກິດຈະກຳ​ຕ່າງໆຂອງ​ງານ​ວາງສະ​ແດງ​ໂລກ,ພ້ອມ​ກັນນັ້ນ, ທ່ານ​ເອງ​ກໍ່​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ຫໍ​ວາງ ສະ​ແດງ​ຂອງ​ໄທ​ໄດ້​ຮັບ​ຄວາມຊົມ​ເຊີຍຈາກ​ຜູ່​ຊົມ​.ທ່າ​ອະພິສິດ​ກ່າວ​ວ່າ:ວັນ​ທີ 5 ກັນຍາ​ນີ້​ແມ່ນ​ວັນ​ຫໍ​ວາງສະ​ແດງ​ແຫ່ງ​ຊາດຂອງ​ໄທ, ຂ້າພະ​ເຈົ້າຂໍ​ຖື​ໂອກາດນີ້​ສະ​ແດງການ​ສະຫນັບສະຫນູນ​ຂອງ​ປະຊາຊົນ​ໄທ​ທີ່​ມີ​ຕໍ່​ງານ​ວາງສະ​ແດງ​ໂລກ​ແລະ​ຄວາມ​ເອົາ​ໃຈ​ໃສ່ຕໍ່​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.ພວກ​ຂ້າພະ​ເຈົ້າຮູ້​ວ່າ​ຫົວ​ຂໍ້​ຫລັກ​ຂອງ​ຫໍ​ວາງສະ​ແດງ​​ໄທ​ປີ​ນີ້​ແມ່ນ​ຮູບ​ການ​ດຳລົງ​ຊີວິດ​ແບບ​ຍືນ​ຍົງ, ​ເຊິ່ງ​ສຳຄັນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວິທີ​ດຳ​ລັງ​ຊີວິດ​ປະຈຳ​ວັນຕາມ​ຮີດຄອງ​ປະ​ເພນີຂອງ​ປະຊາຊົນ​ໄທ,ພ້ອມ​ກັນນັ້ນ,ກໍ່​ສະ​ແດງ​ໃຫ້​ເຫັນສະພາບ​ຂອງ​ສັງຄົມ​ໄທ​ທີ່​ມີ​ເສດຖະກິດ​ກຸ້ມ​ຕົນ​ເອງ​ແລະ​ຖືກຕ້ອງປອງ​ດອງ​ກັນ, ​ເຊື່ອ​ວ່າ,ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດ​ສຳຄັນ​ອັນ​ຫນຶ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນໄປ​ຊົມ.ພ້ອມ​ກນັນັ້ນ, ພວກ​ຂ້າພະ​ເຈົ້າກໍ່​ຫວັງ​ຢາກ​ໃຫ້ຫໍ​ວາງສະ​ແດງຂອງ​ໄທ​​ສະ​ແດງ​ໃຫ້​ເຫັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ແລະປະຊາ​ຊົນ​ສອງ​ຊາດ​ໄທ​ກັບ​ຈີນ.

ທ່ານ​ອະພິສິດ​ເປີດ​ເຜີຍ​ວ່າ, ປະຈຸ​ບັນ​ໄທ​ພວມ​ຕັ້ງ​ໜ້າ​ກະກຽມສະ​ເໜີ​ຂໍ​ຈັດ​ງານ​ວາງສະ​ແດງ​ໂລກ​ປີ 2020, ທ່ານ​ກ່າວ​ວ່າ: "​ຂໍ​ເປັນ​ເຈົ້າຈັດ​ງານ​ວາງສະ​ແດງ​ໂລກ​ 2020 ​ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​​ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າ​ຈະທຳ​ຄວາມ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ເຮັດ​ໃຫ້​ໄທ​ກາຍ​ເປັນ​ເຈົ້າ​ພາບ​ທີ່​ເຮັດ​ໃຫ້​ທຸກ​ຝ່າຍພໍ​ໃຈ​ໃນ​ເວລາ 10 ປີ​ນີ້, ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍທີ່​ຈະ​ໄດ້​ໄປຢ້ຽມຢາມ​ຈີນ​​ເຊິ່ງ​ເປັນ​ເຈົ້າພາບ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃນ​ປີ​ນີ້, ​ແລະ​ຫວັງ​ວ່າຈະ​ສາມາດ​ຖອດ​ຖອນ​ບົດຮຽນ​​ຈາກ​ຈີນ."​ນອກຈາກ​ເຂົ້າ​ຮ່ວມ​ກິດຈະກຳ​ງານ​ວາງສະ​ແດງ​ໂລກ​ແລ້ວ, ​​ເປົ້າ​ໝາຍ​ອີກ​ອັນໜຶ່ງ​ຂອງ​ທ່ານ​ອະພິສິດທີ່​ມາ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ແມ່ນ​ເພື່ອ​ປຶກສາ​ຫາລື​ກັບ​ຈີນ​ກ່ຽວ​ກັບ​ສອງ​ປະ​ເທດ​ຮ່ວມ​ທຶນ​ສ້າງໂຄງການທາງ​ລົດ​ໄຟ​ສາຍ​ດ່ວນ. ທີ່ລັດຖະບານ​ໄທ​ອະນຸມັດ​ໃນ​ມໍ່ໆ​ນີ້.
 
 ທ່ານອະ​ພິສິດ ​ເວດ​ຊາ​ຊີວະ​ກ່າວ​ວ່າ, ລາຍ​ລະອຽດທີ່​ຮ່ວມ​ກັນ​ສ້າງ​ລົດ​ໄຟທີ່ສາຍ​ດ່ວນໃນ​ປະຈຸ​ບັນ ພວມ​ປຶກສາ​ຫາລື​ກັນຢູ່, ​ແຜນການ​ທີ່ພະຍາຍ​າມຢາກ​ນຳ​ໃຊ້​​ໄວ​ທີ່​ສຸດກໍ່ແມ່ນລົດ​​ໄຟ​ທີ່​ມີ​ຄວາມ​ໄວ​ສູງ​ສາຍ​ນີ້​ຈະ​​ເນັ່ງ​ຈາກ​ເມືອງ​ຫນອງ​ຄາຍ​ທີ່​​​ເຊື່ອມ​ຕໍ່​ໄທ​ກັບ​ລາວ,ຜ່ານ​ນະຄອນຫຼວງ​ບາງກອກ, ​ໄປ​ຫາພາກ​ໃຕ້​ຄື:ຈັງຫວັດ​ສົງ​ຂາ​ຂອງ​ໄທ​ທີ່ເຊື່ອມ​ຕໍ່​ມະ​ເລ​ເຊຍ, ​ເສັ້ນທາງ​ລົດ​ໄຟ​ທັງ​ຫມົດ​ຈະ​ຜ່ານ​ໄປ​ທົ່ວ​ປະ​ເທດ​​ໄທ,​ແຜນການ​ດັ່ງກ່າວ​ຄາດ​ວ່າ​ຈະ​ສຳ​ເລັດ​ພາຍ​ໃນ 5 ປີ.ທ່ານ​ອະພິສິດ​ກ່າວ​ວ່າ:
     "ປະຈຸ​ບັນ,ການ​ປຶກສາ​ຫາລືກັນ​ທີ່​ຈີນ​ກັບ​ໄທ​ຮ່ວມ​ກັນສ້າງທາງ​ລົດ​ໄຟ​ທີ່​ມີ​ຄວາມ​ໄວ​ສູງພວມດຳ​​ເນີນຢູ່​​, ທາງລົດ​ໄຟ​ຫຼາຍ​ສາຍ​ທີ່​ຕົກລົງກໍ່ສ້າງ​ຈະ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ເຊື່ອມ​ຕໍ່​ໄທ​ກັບປະ​ເທດ​​ໃກ້​ຄຽງ,ຖ້າ​ໂຄງການ​ນີ້​ສາມາດ​ໄດ້​ຮັບ​ການ​ຈັດ​ຕັ້ງປະຕິບັດ​ ,ສອງຝ່າຍ​ລ້ວນ​​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສະ​ນັ້ນ ​ເຖິງ​ວ່າ​ລາຍ​ລະອຽດ​ກ່ຽວ​ກັບ​ການ​ສ້າງທາງລົດ​ໄຟສາຍ​ນີ້ ​ຍັງ​ຕ້ອງ​​ໃຫ້​ປຶກສາ​ຫາລືລະອຽດ​ຕື່ມ​, ພວກ​ເຮົາ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​​ແລະ​ຄອງຄອຍ​ໂຄງການ​ຮ່ວມ​ມື​ດັ່ງກ່າວ,​ແລະ​ຫວັງ​​ໃຫ້​ສອງ​ຝ່າຍສາມາດລົງ​ນາມ​ໃນ​ສັນຍາ​ສະບັບ​ສຸດ​ທ້າຍ​ໂດ​ຍ​ໄວ"
​​
 
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ