ນາຍົກ​ສິງກະ​ໂປ​​ເຊື່ອ​ວ່າການ​ພົວພັນສິງກະ​ໂປ​ກັບ​ຈີນ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ​ຕື່ມ

(GMT+08:00) 2010-09-06 15:46:13     cri
 ຕາມ​ຂ່າວ ​cri:​ເນື່ອງ​ໃນ​ໂອກາດ​ຄົບຮອບ 20 ປີ​​ແຫ່ງ​ການ​ສ້າງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ, ​ເລີ່​ມ​ແຕ່​ວັນ​ທີ 6 ກັນຍາ​ນີ້​ເປັນ​ຕົ້ນ​ໄປ,ທ່ານ​ຫລີ​ຊຽນລົງ,ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​ໄປ​ຢ້ຽມຢາມ 5 ຕົວ​ເມືອງ​ຂອງ​ຈີນ​ຄື:ນະຄອນ​ຈຸ່ງ​ກິ່ງ, ຊຽງ​ໄຮ້, ​ຊາງ​ຊາ, ​ອູ​ຮ້ານ​ແລະ​ ​ຊູ່​ໂຈ່ວ.ກ່ອນ​ການ​ຢ້ຽມຢາມ, ທ່ານ​ຫລີ​ຊຽນລົງ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຈີນ,​ໂດຍ​ກ່າວ​ວ່າ, ສິງກະ​ໂປ​ກັບ​ຈີນ​ມີ​ການ​ພົວພັນ​ເປັນ​ຢ່າງ​ດີ.

ທ່ານ​ກ່າວ​ວ່າ:"ຂ້າພະ​ເຈົ້າ​ເຊື່ອ​ຫມັ້ນວ່າ, ການ​ພົວພັນ​ລະຫວ່າງ​ພວກ​ເຮົາ​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ທີ່​ຫມັ້ນ​ແກ່ນ,​ແລະຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ."ທ່ານ​ຫລີ​ຊຽນລົງ​ກ່າວ​ວ່າ:"ການພົວພັນລະຫວ່າງ​ຜູ່​ນຳ​ສອງ​ປະ​ເທດ​ສິງກະ​ໂປ​ກັບ​ຈີນ​ຖືກຕ້ອງ​ປອງ​ດອງ​ກັນ​ຫລາຍ,​ແລະ​ໄດ້​ຮັກສາ​ການ​ຢ້ຽມຢາມ​ກັນ​​ໃນລະດັບ​ສູງ​ຢ່າງ​ປົກກະຕິ.ປີ 2009, ທ່ານ​ປະທານ​ຫູ​ຈີນ​ທາວ​ໄດ້​ຢ້ຽມຢາມ​ສິງກະ​ໂປ​ທາງ​ລັດຖະກິດ​ຢ່າ​ງ​ສຳ​ເລັດ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ນາ​ທານປະທານາທິບໍດີ​ກໍ່​ໄດ້​ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ​ແລະ​ນະຄອນ​ຊຽງ​ໄຮ້.ພວກ​ຂ້າພະ​ເຈົ້າຍິນ​ດີ​ຕ້ອນຮັບ​ຜູ່​ນຳ​ຈີນ​ຫລາຍ​ກວ່າ​ເກົ່າ​ໄປ​ຢ້ຽມຢາມ​ສິງກະ​ໂປ."​

ໃນ​ເວລາ​ກ່າວ​ເຖິງ​ຈຸດ​ປະສົງ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້,ທ່ານ​ຫລີ​ຊຽນລົງ​ກ່າ​ວວ່າ, ທ່ານຢ້ຽມຢາມ​ຈີນເທື່ອ​ນີ້​ມີ​ຈຸດປະສົງຢ່າງ​ຄື:ກ່ອນ​ອື່ນ​ແມ່ນ​ຈະ​ເບິ່ງ​ການ​ພັດທະນາ​ຂອງ​ຕົວ​ເມືອງພາກ​ກາງຂອງ​ຈີນ, ຊອກ​ຮູ້​ບົດບາດ​ຂອງ​ຕົວ​ເມືອງ​ເຫລົ່າ​ນີ້​ໃນ​ດ້ານ​ຍຸດ​ທະ​ສາດ​ພັດທະນາຈາກ​ເຂດ​ແຄມ​ທະ​ເລ​​ໄປ​ຫາເຂດ​ໃນ​ຂອງ​ຈີນ;ອັນ​ທີ​ສອງ​ແມ່ນ​ຊອກ​ຮູ້ສະພາບຂະຫຍາຍຕົວ​ຫລ້າ​ສຸດ​ຂອງ​ສວນ​ອຸດສາຫະກຳ​ຊູ່​ໂຈ່​ວ,​ແລະອັນ​ສຸດ​ທ້າຍ​​ແມ່ນເຂົ້າຊົມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ໄດ້​ຮັບ​ການ​ຕີ​ລາຄາສູງ.
 
ໃນ​ເວລາ​ກ່າວ​ເຖິງ​ສັນຍາ​ການ​ຄ້າ​ເສລີ​ສິງກະ​ໂປ-​ຈີນ,ທ່ານຫຼີຊຽນລຸງກ່າວ​ວ່າ, ສັນຍາ​ສະບັບ​ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີຮອບດ້ານລະຫວ່າງສອງ​ຝ່າຍ​ສະບັບ​ທຳ​ອິດ​ທີ່​ຈີນ​ລົງ​ນາມ​ກັບປະ​ເທດ​​ໃນອາຊີ.​ໂດຍ​ອີງ​ຕາມ​ສັນຍາ,ສິງກະ​ໂປ​​ແລະ​ຈີນ​ບໍ່​ພຽງ​ແຕ່​​ໄດ້ປະຕິບັດຕາມຄຳ​ຫມັ້ນ​ສັນຍາ​ຂອງ​ອົງການ​ການ​ຄ້າ​ໂລກ​ຫຼື WTOເທົ່າ​ນັ້ນ,ຍັງ​ໄດ້​ເປີດ​ປະຕູ​ໃນ​ຫຼາຍ​ຂົງ​ເຂດ​ນອກ​ຄຳ​ຫມັ້ນ​ສັນຍາ​ຂອງWTO​, ຕົວຢ່າງ​ຄື​:ຂົງ​ເຂດປິ່ນປົວ​ແລະ​ຮັກສາ​ສຸຂະພາບ​,​ການ​ບໍລິການ​ດ້ານ​ການ​ສຶກສາ​ແລະ​ອື່ນໆ. ສັນຍາ​ນີ້​ໄດ້​ສ້າງ​ໂອກາດ​ໃຫມ່​ໃຫ້​ແກ່​ນັກທຸລະ​ກິດ​ຂອງ​ສອງ​ປະ​ເທດ,ທັງ​​ເປັນ​ຂີດ​ຫມາຍສະ​ແດງ​ໃຫ້​ເຫັນ​ວ່າ​ສິງກະ​ໂປ​ແລະ​ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່ການ​ຄ້າ​​ເສລີ.  

ທ່ານ​ຫຼີຊຽງ​ລຸງ​ກ່າວ​ວ່າ,"ພວກ​​ເຮົາຄວນ​ພິຈາລະຈາ​ການ​ປະຕິບັດ​ສັນ​ຍາ​ສະບັບ​ນີ້ຕາມ​ເວລາ​ກຳນົດ,​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ທີ່​ກ້າວ​ໄປ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ເຮັດ​ໃຫ້ອະນຸຍາດຜະລິດ​ຕະພັນ​​ເຂົ້າ​ສູ່ຕະຫຼາດ​​ແລະ​ການຫັນ​ການ​ຄ້າ​ເປັນ​ແບບ​ເສລີຫຼາຍ​ກວ່າ​ເກົ່າ​ຈະ​​ເພີ່ມ​ການ​ໄປມາຫາສູ່​ກັນ​ດ້ານການ​ຄ້າ​ແລະ​ຫມູນວຽນ​ດ້ານ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທ​ດ​ໃຫ້​ຫຼາຍ​ຂຶ້ນ,​​​ເມື່ອສອງ​ປະ​ເທດ​ໄດ້​ທຳ​ຄວາມ​ພະຍາຍ​າມຮ່ວມ​ກັນ​ແລ້ວ,ພວກ​​ເຮົາກໍ່ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມກັນ.   ໃນ​ເວລາກ່າວ​ເຖິງ​ການ​ພົວ​ພັນ​ຈີນ​-ອາຊຽນ, ທ່ານ​ຫຼີຊຽນລົງ​ກ່າວ​ວ່າ,ປີ 2011 ຈະ​ແມ່ນ​ປີ​ທີ່​ຈີນ​ກັບອາ​ຊຽນ​ໄດ້ສ້າງ​ການ​ພົວພັນ​ເປັນ​ປະ​ເທດ​ຄູ່​​ເຈລະຈາ​ຄົບຮອບ 20 ປີ. ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ​ແມ່ນຫນຶ່ງ​​ໃນການ​ພົວພັນ​ທີ່​ຟົດ​ຟື້ນ​ແລະ​ຕົວ​ຈິ​ງທີ່​ສຸດ.ຈີນ​ແມ່ນ​ປະ​ເທດ​ຄູ່​ການ​ຄ້າ​ທີ່​ສຳຄັນ​ຂອງ​​ແຕ່ລະປະ​ເທດ​ອາຊີ​ອາຄະ​ເນ​.ສິງກະ​ໂປ​ຍິນ​ດີ​ຕ້ອນຮັບ​ຈີນ​ເພີ່ມ​ການຕິດ ຕໍ່ພົວພັນ​ແລະ​ລົງທຶນກັບ​ອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ,ຫວັງ​ວ່າຈີນຄົງຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ ບາດ​ທີ່​ມີ​ລັກສະນະ​ສ້າງສັນ​ແລະ​ຄວາມຫມັ້ນ​ທ່ຽງ​ໃນ​ພາກ​ພື້ນ​ນີ້,ສິງກະ​ໂປ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍຕໍ່ຈີນ​ທີ່ສືບ​ຕໍ່​ສະຫນັບໃຫ້​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​​ໃນ​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ.
 

ທ່ານ​ລີ​ຊຽນລົງ​ກ່າວ​ວ່າ, ສີ​ງກະ​ໂປ​ແມ່ນ​ປະ​ເທດ​ອາຊີ​ອາຄະ​ເນ​ທີ່​ມີ​ການ​ພົວພັນ​ວັດທະນະທສະໜິດ​ແໜ້ນກັບ​ຈີນ, ຫວັງ​ວ່າຈະ​ສາມາດ​ເສີມ​ຂະ​ຫຍາ​ຍບົດບາດ​ເປັນ​ຂົວ​ຕໍ່ລະຫວ່າງ​ຈີນ​ກັບ​ອາຊ​ຽນ. ທ່ານ​ກ່າວ​ວ່າ, ຈີນ​ໄດ້​ພັດທະນາ​ດ້ວຍ​ຄວາມ​ໄວ​ພິລຶກຕະຫຼອດ​ມາ, ​ໄດ້​ປັບປຸງ​ຊີວິດ​ການ​ເປັນ​ຂອງ​ປະຊາຊົນ​​ໃຫ້ດີ​ຂຶ້ນ. "ພວກ​ຂ້າພະ​ເຈົ້າ​​ເຊື່ອ​ວ່າ, ປະ​ເທດ​ຈີນ​ທີ່​ເຂັ້ມ​ແຂງ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ແມ່ນ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ​ແລະອາຊີ. ສີ​ງກະ​ໂປ​ຫວັງ​ວ່າການ​ເຂົ້າ​ຮ່ວມ​ການ​ພັດທະນາ​ຂອງ​ຈີນ, ​ບໍ່ພ​ຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ຈີນ, ​ແລະກໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ສີ​ງກະ​ໂປ​ເຊັ່ນ​ກັນ."​ໃນ​ຕອນທ້າຍ​ທ່ານລີ​ຊຽນລົງ​ກ່າວ​ວ່າ, ລັດ​ຖະບານແລະ​ປະຊາຊົນ​ທັງ​ສອງ​ປະ​ເທດ​ສີ​ງກະ​ໂປ​ກັບ​ຈີນ​ໄດ້​ສ້າງ​ມິດຕະພາບ​ທີ່​ເຂັ້ມ​ແຂງ​ແລະ​ຍາວ​ນານ, ມີ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນ​ຫຼາຍ​ຂົງ​ເຂດ."ພວກ​​ເຮົາ​ຄວນ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົງ​ເຂດ​ທີ່​ມີ​ຢູ່​ແລ້ວ, ສືບ​ຕໍ່​ຊອກ​ຫາ​ຂົງ​ເຂດ​ຮ່ວມ​ມື​ໃໝ່, ສົ່ງ​ເສີມ​ໃຫ້​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ສ້າງ​ມິດຕະພາບ​ອັນ​ຍາວ​ນານ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ