ຂະ​ໜາດ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຈີນ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ, ຍອດ​ຈຳ​ນວນ ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ 114 ລ້ານ​ຄົນ

(GMT+08:00) 2010-09-10 18:22:10     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ປະຊາກອນ​ຫຼາຍ, ຊັບພະ​ຍາກອນ​ແຮງ​ງານ​ອຸດົມ​ສົມບູນ​ແມ່ນ​ສະພາບ​ພື້ນຖານ​ແຫ່ງຊາດ​ຈີນ. ຫຼາຍປີ​ມາ​ນີ້, ລັດຖະບານ​ຈີນ​ປະຕິບັດ​ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ຕັ້ງ​ໜ້າ​ແລະ​ບັງ​ເກີດ​ຜົນ, ອອກ​ແຮງ​​ພັດທະນາ​ແລະ​ນຳ​ໃຊ້​ຊັບພະ​ຍາກອນ​ມະນຸດ, ​ເຮັດ​ໃຫ້​ສະພາບ​ການ​ຊັບພະ​ຍາກອນ​ມະນຸດ​ຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ.

ປຶ້ມ​ປົກ​ຂາວ​ "ສະພາບ​ການ​ຊັບພະ​ຍາກອນ​ມະນຸດ​ຈີນ" ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດຖະບານ​ຈີນ​ປະກາດ​ໃນ​ວັນ​ທີ 10 ກັນຍາ​ນີ້​ຊີ້​ອອກ​ວ່າ, ຂະໜາດ​ຊັບພະ​ຍາກອນ​ມະນຸດ​ຈີນ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ.

ປຶ້ມ​ປົກ​ຂາວ​ຂຽນ​ວ່າ, ນັບ​ມາຮອດ​ທ້າຍ​ປີ 2009, ປະຊາກອນ​ຂອງ​ຈີນ​ມີ​ເຖິງ 1 ຕື້ 334 ລ້ານ 7 ​ແສນ 4 ໝື່ນ​ຄົນ(​ບໍ່​ລວມ​ປະຊາກອນ​ເຂດ​ພິ​ເສດຮົງ​ກົງ, ມາ​ກາວ​ແລະ​​ແຂວງໄຕ້​ຫວັນ), ​ໃນ​ນັ້ນ, ຊັບພະ​ຍາກອນ​ແຮງ​ງານ 1 ຕື້ 69 ລ້ານ 6 ​ແສນ 9 ໝື່ນ​ຄົນ, ຫຼາຍກວ່າ​ປີ 2000 112 ລ້ານ 6 ​ແສນ 7 ໝື່ນ​ຄົນ, ຜູ້​ປະກອບ​ອາຊີບ 779 ລ້ານ 9 ​ແສນ 5 ໝື່ນ​ຄົນ, ​ຫຼາຍກວ່າ​ປີ 2000 59 ລ້ານ 1 ​ແສນ​ຄົນ, ໃນ​ນັ້ນ, ຜູ້​ປະກອບ​ອາຊີບ​ໃນ​ຕົວ​ເມືອງ​ແມ່ນ 311 ລ້ານ 2 ​ແສນ​ຄົນ, ຫຼາຍກວ່າ​ປີ 2000 79 ລ້ານ 6 ​ແສນ 9 ໝື່ນ​ຄົນ.

ພ້ອມ​ກັນ​ນັ້ນ, ລະດັບຮັບ​ການ​ສຶກສາ​ຂອງ​ປະຊາຊົນ​ຈີນ​ກໍ່​ໄດ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ປຶ້ມ​ປົກ​ຂາວ​ຂຽນ​ວ່າ, ຈີນ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ທີ່​ຖື​ການ​ສຶກສາ​ເປັນວຽກ​ງານ​ບູລິ​ມະ​ສິດ, ​ໄດ້​ສ້າງ​ລະບົບ​ການ​ສຶກສາ​ປະຊາຊົນ​ທີ່​ທັນ​ສະ​ໄໝອ່າວ​ສົມບູນ. ປີ 2000 ​ໄດ້​ບັນລຸ​ເປົ້າໝາຍ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ 9 ປີ​ໃຫ້​ທົ່ວ​ເຖິງ​ແລະ​ການ​ລຶບລ້າງ​ການ​ກືກ​ໜັງສື​ໃຫ້ຜູ້​ໃຫຍ່ໂດຍ​ພື້ນຖານ. ອັດຕາ​ຮັບ​ການ​ສຶກສາ​ມັດທະຍົມ​ປາຍກໍ່​ສູງ​ຂຶ້ນຫຼາຍ, ການ​ສຶກສາ​ວິຊາ​ຊີບ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ຈຸດ​ໜັກ, ການ​ສຶກສາ​ລະດັບ​ມະຫາ​ວິ​ທະຍາ​ໄລ​ກໍ່​ໄດ້​ເຂົ້າ​ສູ່​ໄລຍະ​​ເຜີຍ​ແຜ່​ເຖິງ​ມະຫາຊົນ. ປີ 2009, ​​ໃນ​ທົ່ວ​ປະ​ເທດ​ຈີນ, ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ສາ​ມັນ​ມີ​ນັກຮຽນ 24 ລ້ານ 3 ​ແສນ 4 ໝື່ນ 2800 ຄົນ, ​ໂຮງຮຽນ​ວິຊາ​ຊີບ​ລະດັບ​ກາງ​ຕ່າງໆ​ມີ​ນັກຮຽນ 21 ລ້ານ 9 ​ແສນ 5 ໝື່ນ 1600 ຄົນ, ມະຫາວິທະຍາ​ໄລ​ທຳ​ມະ​ດາສາມັນ​ມີ​ນັກ​ສຶກສາ 21 ລ້ານ 4 ​ແສນ 4 ໝື່ນ 6600 ຄົນ, ນັກ​ສຶກສາ​ລະດັບ​ປະ​ລິ​ຍາ​ທີ່​ກຳລັງ​ສຶກສາມີ 1 ລ້ານ 4 ​ແສນ 4900 ຄົນ.

ປຶ້ມ​ປົກ​ຂາວ​ຊີ້​ອອກວ່າ, ການ​ພັດທະນາ​ການ​ສຶກສາ​ຂອງ​ຈີນ, ​ເຮັດ​ໃຫ້​ລະດັບ​ການ​ສຶກສາ​ຂອງ​ຜູ້​ປະກອບ​ອາຊີບ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ນັບ​ມາຮອດ​ທ້າຍ​ປີ 2009, ສະ​ເລ່ຍ​ແລ້ວ, ປະ​ຊາ​ກອນ​ທີ່​ອາຍຸ 15 ປີ​ຂຶ້ນ​ໄປ​ໄດ້​ຮັບ​ການ​ສຶກສາປະມານ 8,9 ປີ, ຜູ້​ອອກ​ແຮງ​ງານ​ໄດ້ຮັບ​ການ​ສຶກສາ 9,5 ປີ, ​ໃນ​ນັ້ນ, ອັດ​ຕາ​ທີ່​ເຄີຍຮັບ​ການ​ສຶກສາ​ລະດັບ​ມະຫາ​ວິ​ທະ​ຍາ​ໄລ​ເຖິງ 9,9%.

ປຶ້ມ​ປົກ​ຂາວ​ຊີ້​ອອກວ່າ, ນັບ​ມາຮອດ​ທ້າຍ​ປີ 2009, ຍອດ​ຈຳນວນ​ຊັບພະ​ຍາກອນ​ມະນຸດ​ໃນ​ທົ່ວ​ປະ​ເທດຈີນ​ມີ​ເຖິງ 114 ລ້ານ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ