ວຽກ​ງານ​ສຳ​ຫຼວດ"​ເຫດການ​ຈັບ​ຕົວ​ປະກັນ 23 ສິງຫາຢູ່​ທີ່"ຟີ​ລິບ​ປີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່

(GMT+08:00) 2010-09-10 17:27:57     cri

ຕາມ​ຂ່າວCRI: ພາຍຫຼັງ​ເກີດ​ເຫດການ​ຮ້າຍ​​ແຮງ​ທີ່​ນັກ​ທ່ອງ​ທ່ຽວ​ຮົງ​ກົງ​ຖືກ​ຈັບ​​ເປັນຕົວ​ປະກັນຢູ່​ນະ​ຄອນ​ຫຼວງ​ມາ​ນີລາ​ຂອງ​ຟີ​ລິບ​ປີນແລະ​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ​​ໃນ​ທ້າຍ​ເດືອນ​ສິງຫາ​ແລ້ວ​ນີ້, ລັດຖະບານ​ຟີ​ລິບ​ປີນ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​ວ່ອງ​ໄວ, ຕັ້ງໜ້າ​ຊຳ​ລະ​ແກ້​ໄຂ​ວຽກ​ງານທີ່​ຄ້າງ​ຄາ​ແລະ​ດຳ​ເນີນ​ການ​ສຳ​ຫຼວດ, ພ້ອມ​ກັນ​ນັ້ນກໍ່​ໃຫ້​ການ​ຊ່ອຍ​ເຫຼືອ​ແກ່​ເຈົ້າ​ໜ້າ​ທີ່​ຮົງ​ກົງ​ທີ່​ໄປ​ສຳ​ຫຼວດຢູ່​ຟີ​ລິບ​ປີນ.

ວັນ​ທີ 9 ກັນຍາ​ນີ້, ຄະນະ​ກຳມະການ​ສຳ​ຫຼວດ​ເຫດການຍອມຮັບ​ເປັນ​ຄັ້ງ​ທຳ​ອິດ​ວ່າ, ອາດ​ຈະ​ມີ​ຕົວ​ປະກັນ​ຮົງ​ກົງບາງ​ຄົນ​ແມ່ນ​ຖືກ​ລູກ​ປຶ​ນຂອງ​ຕຳຫຼວດຟີ​ລິບ​ປີນ​ຍິງ​ຕາຍ. ທ່ານ​ເບ​ນິກໂນ ອາ​ກີ​ໂນ, ປະທາ​ນາທິ​ບໍດີ​ຟິລິບ​ປິນສະ​ແດງ​ຄວາມ​ເສຍດາຍ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຂ່າວ​ໃນ​ວັນ​ທີ 9 ກັນຍາ​ນີ້.ພາຍ​ຫຼັງ​ເກີດ​ເຫດການ​ຈັບ​ຕົວປະກັນ​ແລ້ວ, ລັດຖະບານ​ຟີ​ລິບ​ປີນ​ໄດ້​ຕັ້ງຄະນະ​ກຳມະການ​ສຳ​ຫຼວດ​"​ເຫດການ 23 ກັນຍາ"ທີ່​ປະກອບ​ດ້ວຍ​ຜູ້ຕາງໜ້າ​ຂອງ​ກະຊວງ​ຍຸດຕິ​ທຳ, ກະຊວງ​ພາຍ​ໃນ, ທຳ​ນຽບປະທານາທິບໍດີ​ແລະ​ອົງການ​ຕໍ່ຕ້ານ​ອາ​ຊະຍະ​ກຳ​ພົນລະ​ເຮືອນຢ່າງ​ວ່ອງ​ໄວ​ໂດຍ​ມີ, ນາງ​ເລ​ລາ ​​ເດີຕລິ​ມາ​, ລັດຖະມົນຕີ​ວ່າການ​ກະຊວງຍຸດຕິ​ທຳເປັນ​ປະທານ. ຄຽງ​ຄູ່​ກັບ​ການ​ສຳ​ຫຼວດລົງ​ເລິກ​ເທື່ອ​ລະ​ກ້າວ, ຄວາມ​ຜິດ​ພາດ​ທາງ​ຂັ້ນ​ຕອນ​ຊ່ອຍ​​ເຫຼືອຕົວ​ປະກັນ​ຫຼາຍ​ບ່ອນ​ຖືກ​ເປີດ​ເຜີຍ​ອອກມາ. ​

ໃນ​ວັນ​ທີ 9 ກັນຍາ​ນີ້, ນາງ​ເດີລີ​ມາຍອມຮັບ​ເປັນ​ຄັ້ງ​ທຳ​ອິດ​ວ່າ, ອາດ​ຈະ​ມີ​ຕົວ​ປະກັນ​ຮົງ​ກົງ​ບາງ​ຄົນ​ແມ່ນ​ຖືກ​ລູກ​ປຶ​ນຂອງ​ຕຳຫຼວດ​ຍິງ​​ເສຍ​ຊີວິດ. ຜູ້​ຊ່ຽວຊານ​ຟີ​ລິບ​ປີນ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ເຫດການ​ຈັບ​ຕົວ​ປະກັນ​ກໍຢືນຢັນວ່າ​ລູກ​ປຶ​ນຈຳນວນ​ໜຶ່ງ​ບໍ່​ແມ່ນ​ຍິງ​ຈາກ​ປຶ​ນຂອງ​ຄົນຮ້າຍ​ແລະ, ຈະ​ຂໍຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຮົງ​ກົງ​ຊ່ອຍ​ດຳ​ເນີນການ​ທົດ​ລອງ​ວິຖີ​ລູກ​ປຶ​ນປະຈຸ​ບັນ​ນີ້,ຕຳຫຼວດ​ແລະ​ສະມາຊິກ​ກອງ​ຕຳຫຼວດພິ​ເສດ​ທີ່​ເຄີຍ​ເຂົ້າຮ່ວມ​ການຊ່ວຍ​ເຫຼືອຕົວ​ປະກັນ​ນັ້ນ​ໄດ້​ມອບ​ປືນ​ຂອງ​ຕົນ​ໃຫ້​ສຳ​ຫຼວດ​ທາງ​ວິ​ທະ​ຍາ​ສາດ​ແລະ​ກວດ​ເບິ່ງ​ວິ​ຖີ​ລູກ​ປືນ.​ຫວ່າງ​ມໍ່ໆ​ມາ​ນີ້,​ທ່ານ​ຫຼີ​ຊ້າວ​ກວ່າງ,​ຫົວ​ໜ້າ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ,​ຕຳ​ຫຼວດ​ຮົງ​ກົງ​ໄດ້​ສຳ​ເລັດ​ວຽກ​ງານ​ຊອກ​ຫາ​ຫຼັກ​ຖານ, ​ກວດ​ເບິ່ງ​ປືນ​ທີ່​ກ່ຽວ​ຂ້ອງ​ແລະ​ວຽກ​ງານ​ສຳຄັນ​ອື່ນໆ​ໃນ​ເບື້ອງ​ຕົ້ນ.​ເມື່ອ​ສຳ​ເລັດ​ການ​ສຳ​ຫຼວດ​ແລ້ວ,​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈະ​ສືບ​ສວນ​ຫາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພື່ອ​ມອບ​ຄວາມ​ຍຸດ​ຕິ​ທຳ​ໃຫ້​ແກ່​ຜູ່​ເສຍ​ຊີ​ວິດ,​ຜູ່​ບາດ​ເຈັບ​ແລະ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ວັນ​ທີ9​ກັນ​ຍາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສະຖານ​ນີ​ໂທລະພາບ​ຟິລິບ​ປິນຢູ່​ທຳນຽບປະທາ ນາ​ທິ​ບໍ​ດີ,ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ,​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ,​ທ່ານ​ພວມ​ລໍ ຖ້າ​ຜົນ​ການ​ສຳ​ຫຼວດ​ສຸດ​ທ້າຍ​ຂອງ​ຄະ​ນະ​ກຳ​ມະ​ການ​ສຳ​ຫຼວດ​ເຫດ​ການ​ຈັບ​ຕົວ​ປະ​ກັນ,​ຫຼັງ​ຈາກ​ນັ້ນ​ຈະ​ຕັດ​ສິນ​ໃຈ​ວ່າ​ຈະ​ສືບ​ສວນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ໜ້າ​ທີ່​ທີ່​ມີ​ຄວາມ​ບົກ​ຜ່ອງ ໃນ​ເຫດ​ການ​ນີ້.ຕາມ​ຂ່າວ​ແຈ້ງ​ວ່າ,​ປະ​ຈຸ​ບັນ​ນີ້,​ລັດ​ຖະ​ບານ​ຟິ​ລິບ​ປິນ​ພວມ​ກວດກາ​ເຄື່ອງ​ມື​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕຳ​ຫຼວດ,​ເພື່ອ​ປັບ​ປຸງ​ປະ​ສິດ​ທິ​ພາບ​ໃນ​ການ​ຮັກ​ສາ​ຄວາມ​ສະຫງົບ​ຂອງ​ຕຳຫຼວດ.
 
 
ກ່ອນ​ຫນ້າ​ນີ້,ວັນ​ທີ 8 ກັນຍາ​ນີ້​,ຢູ່​ທີ່​ທຳນຽບປະທານາທິບໍດີ,ທ່ານເບ​ນິກໂນ ອາ​ກີ​ໂນ​ທີ 3,ປະທານາທິບໍດີ​ຟິລິບ​ປິນ​ໄດ້​ຕ້ອນຮັບ​ທ່ານ​ລິວ​ຈ້ຽນສ້າວ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປີນ,​ໂດຍກ່າວ​ເນັ້ນ​ວ່າ ຟິລິບ​ປິນຈະ​ສືບ​ຕໍ່ຮ່ວມ​ມື​ກັບ​ຝ່າຍຈີນ,​ເລັ່ງລັດສືບ ສວນ​ເຫດການຈັບຕົວ​ປະກັນ,ບໍ່​ເຂົ້າ​ຂ້າງ​ແລະ​ບໍ່ປິດ​ບັງ.ທ່ານ​ກ່າວ​ວ່າ, ລັດຖະບານ​ຟິລິ​ບປິນ​​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຈີນ,ຫວັງ​ຢາກ ໃຫ້​ສອງ​ຝ່າຍ​ຮ່ວມ​ກັນ​ພະຍາຍາມ,​ ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເຫມາະ​ສົມ, ​​​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນສືບ​ຕໍ່ກ້າວ​ໄປ​ຫນ້າ.ທ່ານ​ລິວ​ຈ້ຽນສາວ​ກ່າວ​ວ່າ,ຈີນ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່ຄວາມ​ພະຍາຍາມຂອງທ່ານ​ປະ​ທາ​ນາ​ທິບໍດີອາ​ກີ​ໂນ​,ລັດຖະບານ​ແລະ​ປະຊາຊົນ​ຟິລິນ​ປິນທີ່​ໄດ້​ທຳ​,​​ແລະເຊື່ອ​ວ່າ ຈີນ​ກັບ​ຟິລິບ​ປິນແກ້​ໄຂ​ເຫດການທີ່​ເກີດ​ຂຶ້ນ​ໂດຍ​ບັງ​​ເອີນ​ເທື່ອ​ນີ້​ຢ່າງ​ມີສະຕິ​​ແລະເຫມາະ​ສົມ,​​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຈີນ​ຟິບລິບ​ປິນສືບ​ຕໍ່​ກ້າວ​ໄປ​ຫນ້າ​ຢ່າງ​ປອດ​​ໃສ​ແລະຫນັກ​ແຫ​ນັ້ນ.

ວັນ​ທີ 23 ສິງຫາ​​ແລ້ວນີ້, ທ້າວໂລ​ຣານ​​ໂດ ​ແມນ​ໂດ​ຊາ,ອະດີດ​ຕຳຫຼວດ​ຂອງ​ຟິລິບ​ປິນທີ່​ບອກວ່າຕົນ​ເອງໄດ້​ຮັບ​ການ​ປະຕິບັດ​ຕໍ່​ຢ່າງ​ບໍ່​ຍຸດຕິ​ທຳ ​ໄດ້ຈີ້​ນັກ​ທ່ອງ​ທ່ຽວຊາວ​ຮົງ​ກົງ​ຈີນຢູ່​ນະຄອນຫຼວງ​ມາ​ນີລາ,​​ຈົນ​ເຮັດ​ໃຫ້ມີ 8 ຄົນ​ເສຍ​ຊີວິດ​. ຍ້ອນ​ຕຳຫຼວດ​ຟິລິບ​ປິນ​ໄດ້​ມີ​ຄວາມ​ຜິດພາດ​ຫຼາຍ​ເທື່ອ​ໃນ​ເວລາ​ພະຍາຍາມຊ່ອຍ​ເຫຼືອຕົວ​ປະກັນ,​​ແລະ​ຖືກ​ຕຳນິຢ່າງ​ຮຸນ​ແຮງຈາກ​ວົງ​ການ​ຕ່າງໆ.ປະຈຸ​ບັນ,ຈຸດ​ທີ່​ຫຼາຍ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​ນັ້ນ​ແມ່ນຕົວ​ປະກັນຊາວຮົງ​ກົງ​​ເສຍ​ຊີວິດ​ຍ້ອນຖືກ​ຕຳຫຼວດຟິລິບ​ປິນສັງຫານຜິດໃນ​ເວ​ລາຊ່ອຍ​ເອົາ​ຕົວ​ປະ​ກັນຫຼື​ບໍ່. ​​ເຖິງ​ວ່າ​ເຫດການ​​ເທື່ອນີ້​ໄດ້​ຜ່ານ​ໄປ​​ຫຼາຍ​ອາທິດ​ແລ້ວ​ກໍ​ຕາມ,​ແຕ່​ຍັງ​ມີ​ບ່ອນ​ທີ່​ສົງ​​ໄສ​ຈຳນວນ​ຫນຶ່ງ​ບໍ່​ໄດ້​ຮັບ​ການ​ແກ້​​ໄຂ, ນັກວິ​ເຄາະ​ເຫັນ​ວ່າ,​ເມື່ອ​ສັງ​ເກດ​ຈາກການປະຕິບັດ​ຫນ້າທີ່ຂອງ​ຄະນະ​ກຳມະການ​ສຳ​ຫຼວດ​ເຫດການ​ຈັບຕົວ​ປະກັນ​ຂອງ​ຟິລິບ​ປິນ​ແລ້ວ​ເຫັນ​ວ່າ,​ເວລາ​ທີ່​​ເຮັດ​ໃຫ້​ເຫດການ​ເທື່ອ​ນີ້​ຈະແຈ້ງ​ຂຶ້ນນັ້ນບໍ່​ໄກປານ​ໃດ​ແລ້ວ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ