ເອຊຽນ​ເກ​ມກວາງ​ໂຈ​ວສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ຫລາກຫລາຍຂອງ​ອາ​ຊີ

(GMT+08:00) 2010-09-16 17:00:59     cri

ງານ​ມະຫະກຳ​ກິລາ​ອາຊີ​ຫລືເອຊຽນ​ເກ​ມຄັ້ງ​ທີ 16 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ກວງ​​ໂຈ​ວ,ພາກ​ໃຕ້​ຂອງ​ຈີນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 27 ພະຈິກ​ນີ້. ​ເອຊຽນ​ເກ​ມ​ເທື່ອ​ນີ້​ໄດ້​ຈັດ​​ໃຫ້ມີ​ການ​ແຂ່ງຂັນກິລາ​ຫລາຍ​ປະ​ເພດກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ນອກຈາກ 28 ລາຍການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ, ຍັງ​ຈະ​ມີ 14 ປະ​ເພດທີ່​ມີ​ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ​ອາຊີແລະ​ມີ​ປະຊາຊົນມັກ​ຫລິ້ນທີ່​ສຸດ,​ເຮັດ​ໃຫ້​ນັກ​ກິລາ​ຂອງ​ປະ​ເທດ​​ແລະ​ເຂດ​ແຄວ້ນ​ຕ່າງໆ​ຂອງ​ອາຊີ​ສາມາດ​ເຂົ້າຮ່ວມ​ແລະ​ຊົມ​ໃຊ້​ງານ​ມະຫະກຳ​ເທື່ອ​ນີ້​ຢ່າງ​ກວ້າງຂວາງ.ທ່ານ​ໂລ​ຈິ່ງ​ຈຸ່ນ, ຫົວຫນ້າ​ຫ້ອງການ​ໂຄສະນາ​ຂອງ​ຄະນະ​ກຳມະການ​ຈັດ​ງານ​ມະຫະກຳ​ກິລາ​ອາຊີ​ຫລືເອຊຽນ​ເກ​ມກວາງ​ໂຈ​ວ​ໄດ້​ຍົກ​ເອົາ​ບາງ​ປະ​ເພດ​ກິລາ​ມາ​ເວົ້າສູ່​ຟັງ​ວ່າ:ການ​ເຕະ​ກະຕໍ້​​ແມ່ນ​ລາຍການ​ແຂ່ງຂັນ​ອັນ​ຫນຶ່ງ​ທີ່​ບໍ່​ມີ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ກໍ່​ແມ່ນ​ຫນຶ່ງ​ໃນ 14 ລາຍການ​​ແຂ່ງຂັນ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ອາຊີ.ກ່ອນ​ຫນ້າ​ນີ້, ຄະນະ​ກຳມະການ​ຈັດ​ງານ​ພວກ​ເຮົາ​ໄດ້​ເຮັດ​ວຽກ​ຢ່າງ​ຫລວງຫລາຍ​ໃນ​ດ້ານ​ເຜີ​ຍ​ແຜ່​ການ​ເຕະ​ກະຕໍ້.​ເຊັ່ນ​ວ່າ: ​ໂຮງຮຽນ​ມັດ​ຖະຍົມ​ເລກ 3 ຂອງ​ນະຄອນ​ກວາງ​ໂຈ​ວ​ໄດ້​ສ້າງ​ສູນ​ເຝິກ​ເຕະ​ກະຕໍ້​ແຫ່ງ​ຫນຶ່ງ​ຂຶ້ນ, ​ເຮັດ​ໃຫ້​ປະຊາຊົນ​ກວາງ​ໂຈ​ວ​ເຂົ້າ​ໃຈ​ກະຕໍ້​ແລະ​ເຂົ້າ​ໃຈ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.
 
ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​​ເອກະລັກ​ອາຊີ​ຂອງ​ເອຊຽນ​ເກ​ມຢ່າງ​ເຕັມທີ່, ຄະນະ​ກຳມະການ​ຈັດ​ງານ​ໄດ້ຖື​ກິລາ​ເປັນ​ໂອກາດ, ວັດທະນະທຳ​ເປັນ​ສາຍ​ພົວພັນ, ​ໄດ້​ຈັດການວາງສະ​ແດງ​ວັດທະນະທຳ​ອາຊີ​ແລະ​ກິດຈະກຳ​ໂຄສະນາ​ຕ່າງໆ. ຄະນະ​ກຳມະການ​ຈັດ​ງານອຊຽນ​ເກ​ມກວາງ​ໂຈ່ຍັງ​ໄດ້ຮ່ວມ​ມື​ກັບ​ຄະນະ​ກຳມະການ​ບໍລິຫານ​ງານ​ໂອ​ລິ​ມປິກ​ອາຊີ, ຈັດ​ກິດຈະກຳ​ໂຄສະນາ​ວັດທະນະທຳ "​ເສັ້ນທາງ​ສາຍໃໝ່ອາຊີ" ຮ່ວມ​ກັນ, ​ໃຫ້​ກ່ຳ​ປັ່ນ​ເກົ່າ​ແບບ​ຈຳລອງ​ແລະ​ຂະ​ບວນຄາຣາວານລົດ​ຂອງ​ບໍລິສັດ​ທີ່​ສະ​ຫນັບ​ສະ​ຫນູນ ​ໄປ​ຢ້ຽມຢາມ 37 ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໃນ​ອາຊີ​ບົນ "​ເສັ້ນທາງ​ສາຍ​ໃໝ" ທາງ​ທະ​ເລ​ແລະ​ທາງບົກ.


ນອກຈາກ​ສະ​ແດງ​​ໃຫ້​ເຫັນ​ວັດທະນະທຳ​ອາຊີ​ຢ່າງ​ເຕັມທີ່​ແລ້ວ, ຍັງ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ນະຄອນ​ຫຼັງ​ເອຊຽນ​ເກ​ມ​ແມ່ນ​ຈຸດ​ພິ​ເສດ​ສຳຄັນ​ອີກ​ຈຸດໜຶ່ງ​ຂອງ​ເອຊຽນ​ເກ​ມ​ກວາງ​ໂຈ່. ການວາງ​ແຜນ, ອອກ​ແບບ, ​ແລະ​ການ​ສ້າງສະໜາມກິລາ​ແຂ່ງຂັນ, ສະຫນາມທີ່​ຈະຈັດ​ພິທີ​​ໄຂແລະ​ພິທີ​ອັດ​ແລະ​ສິ່ງ​ກໍ່ສ້າງ​ອະ​ເນກປະສົງຕ່າງໆ, ລ້ວນ​ແຕ່​ໄດ້​ພິຈາລະນາ​ເຖິງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ໄລຍະ​ຍາວ​ໄກ​ຂອງ​ນະຄອນ​ກວາງ​ໂຈ່. ທ່ານ​ໂລ​ຈີ່​ງຈຸ່ນບອກວ່າ:

"ພວກ​ເຮົາ​ໄດ້​ພິຈາລະນາ​ເຖິງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາຢ່າງ​ສະ​ໝ່ຳສະ​ເໝີກັນ​ຂອງໜ່ວຍ​ງານ​ຂອງ​ເຂດ​ແລະ​ເມືອງ​ຕ່າງໆຢ່າງ​ເຕັມ​ທີ່, ສະໜາມກິລາກາງ​ແຈ້ງ​ແລະ​ໃນ​ຮົ່ມຕ່າງໆ​ແມ່ນ​ແຈກ​ຢາຍ​ຢູ່ 10 ​ເຂດ​ແລະ 2 ​ເມືອງ. ​ແລະພິ​ຈາລະ​ນາ​ເຖິງ​ຄວາມຮຽກຮ້ອງ​ຕ້ອງການຂອງ​​ແຜນການ​ພັດທະນາ​ຂອງ​ນະຄອນ, ​ໄດ້​ສ້າງ​ເຂດ​​ເອຊຽນ​ເກ​ມ​ແຫ່ງໜຶ່ງ​ຢູ່​ເຂດ​ໃໝ່, ລວມທັງ​ສູນ​ນັກ​ກິລາ, ສູນ​ເຕັກນິກ, ບ້ານ​ສື່​ມວນ​ຊົນ, ສູນ​ກະຈາຍສຽງ​ສາກົນ​, ສູນ​ຂ່າວ​ແລະ​ຕຶກ​ອາຄານຕ່າງໆ​ທີ່​ບໍ່​ແມ່ນ​ໃຊ້​ໃນ​ການ​ແຂ່ງຂັນ​ກິລາ, ຫຼັງຈາກ​​ເອຊຽນ​ເກ​ມ​ແລ້ວ, ຈະ​ກາຍ​ເປັນ​ຄຸ້ມ​ຊຸມ​ຊົນູ​ທີ່​ມີ​ສິ່ງ​ແວດ​ລ້ອມ​ທີ່​ສວຍ​ງາມ​ແລະ​ມີ​ສິ່ງ​ກໍ່ສ້າງ​ທີ່​ຄົບ​ຖ້ວນ."
 
ການ​ກໍ່ສ້າງ​ສະຫນາມ​ກິລາ​ເອຊຽນເກມ,​ນອກຈາກ​ໄດ້ພິຈາ​ລະນາ​ການ​ພັດທະນາ​ຂອງ​ຕົວເມືອງ​ກວາງ​ໂຈ່ວໃນ​ອະນາ​ຄົດແລ້ວ,​ຍັງຖື​ສຳຄັນ​ຕໍ່ການ​ອະນຸລັກ​ສິ່ງແວດ​ລ້ອມ​ອີກດ້ວຍ.​ເນື້ອທີ່​ສະຫນາມ​ກິລາມີ​ເຖິງ 314.82​ຕາແມັດ,ຫລັງຄາ​ສະຫນາມ​ເປັນຮູບ​ວົງມົນ,​ບໍ່ມີ​ລ່ຽມ,​ສາມາດ​ເກັບນ້ຳ​ຝົນໄວ້​ແລ້ວ​ໄຫລລົງສູ່​ລະບົບ​ເຄື່ອງຈັກ​ກັ່ນນ້ຳຢູ່​ກ້ອງເດີ່ນ​ຈອດລົດ,​ຫລັງ​ຈາກນັ້ນ​ແລ້ວກໍ​ເອົາໄປ​ຫົດໃສ່ຕົ້ນ​ໄມ້ໃບຫຍ້າ.​ນອກນີ້,ສະຫນາມ​ກິລາ​ເອຊຽນ​ຍັງໃຊ້​ນ້ຳມັນ​ສີກັນ​ຄວາມຮ້ອນ​ແບບໃຫມ່,​ເຕັກນິກ ປະຢັດ​ພະລັງ​ງານທີ່​ໃຊ້ໃນ​ຫລັງຄາ,​ຝາດ້ານ​ນອກ,​ປ່ອງຢ້ຽມ,​ເຕັກນິກ​ຮັກສາ​ອຸນຫະພູມ​ແລະ​ຄວາມຊຸມ​ແລະ​ເຕັກນິກ​ອື່ນໆ9ເຕັກນິກ,ເຮັດໃຫ້​ສະຫນາມ​ກິລາ​ເອຊຽນເກມ​ກວາງໂຈ່ວ​ກາຍເປັນ​ສະຫນາມ​ກິລາສີ ຂຽວ,​ອັດຕາ​ປະຢັດພະ​ລັງງານ​ສູງເຖິງ60%.ຄາດ​ວ່າຈະ​ມີນັກ​ກິລາ,​ນັກຂ່າວທີ່​ມາຈາກ​45ປະເທດ​ແລະ​ເຂດແຄວ້ນ​ຂອງອາຊີ​ແລະ​ສະມາຊິກ​ຄະນະ​ກຳມະການ​ເອຊຽນເກມ​ເຂົ້າຮ່ວມ​ງານ.​ພວກເຮົາ​ນັດພົບ​ກັນຢູ່​ກວາງໂຈ່ວ​ເນາະ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ