ການ​ແຂ່ງຂັນ "ຮ້ອງ​ເພງມິດຕະພາບ​ຮ່ວມ​ກັນ" ​ຈີນ​ແລະ​ຫວຽດ​ນາມ​ຮອບ​ສຸດ​ທ້າຍ​ຂອງ​ເຂດ​ຍ່ອຍ​ການ​ແຂ່ງ​ຂັນ​ຫວຽດ​ນາມ​​ສິ້ນ​ສຸດ​ລົງ

(GMT+08:00) 2010-09-27 18:07:22     cri

ຕາມ​ຂ່າວ CRI: ວັນ​ທີ 25 ກັນຍາ​ນີ້, ການ​ແຂ່ງຂັນ "ຮ້ອງ​ເພງມິດຕະ ພາບ​ຮ່ວມ​ກັນ" ​ຈີນ​ແລະ​ຫວຽດນາມ​ຮອບ​ຊີງ​ຊະນະ​ເລີດ​ຂອງ​ເຂດ​ຍ່ອຍ​ການ​ແຂ່ງ​ຂັນ​ຫວຽດນາມ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງຮ່າ​ໂນ້ຍໄດ້​ສິ້ນ​ສຸດ​ລົງ, ນັກ​ຮ້ອງ 6 ຄົນ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ ຈະ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະນະ​ເລີດ​ທີ່​ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ກວາງ​ຊີ​ຂອງ​ຈີນ​ໃນ​ເດືອນ​ພະຈິກ​ປີ​ນີ້.

​ໃນ​ນັກ​ຮ້ອງ​ຈຳນວນ 10 ຄົນ​ທີ່​ໄດ້​ເຂົ້າຮອບ​ສຸດ​ທ້າຍ​ຂອງ​ການ​ແຂ່ງຂັນ​ເຂດ​ຍ່ອຍ​ຫວຽດນາມນັ້ນ, ອາຍຸ​ສູງ​ກວ່າ​ໝູ່​ແມ່ນ 53 ປີ, ນ້ອຍ​ກວ່າ​ໝູ່​ແມ່ນ 20 ປີ. ​ເຂົາ​ເຈົ້າ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ, ຮອບ​ທີ​ສອງ ​ແລະ ຮອບ​ສຸດ​ທ້າຍ​ຂອງ​ການ​ແຂ່ງ​ຂັນ​ເຂດ​ຍ່ອຍ​ຮ່າ​ໂນ້ຍ ​ແລະ​ເຂດ​ຍ່ອຍ​ກວາງ​ນິ່ງ, ​ແລະ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 200 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ