ຈັດ​ພິທີທາງ​ການ​ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ

(GMT+08:00) 2010-10-01 16:16:15     cri

ມື້​ນີ້​ຄື​ວັນ​ທີ 1 ຕຸລາ​ແມ່ນ​ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້ 2010.ທ່ານ​ອູ​ປາງ​ໂກ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ​ແລະ​ທ່ານ​ວິ​ເຊັນ​ເທ ​ໂລ​ເຊີ​ທາ​ເລັສ,​ເລຂາທິ ການ​ກົມ​ການ​ວາງສະ​ແດງ​ສາກົນພ້ອມ​ກັບ​ແຂກ​ຜູ່​ມີ​ກຽດ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ປະມານ 700 ທ່ານ​ໄດ້​ເຂົ້າຮ່ວມ​ພິທີ​ທາງ​ການ​ດັ່ງກ່າວ.

​ເນື່ອງ​ໃນ​ໂອກາດ​ວັນຊາດ​ຈີນ​ຄົບຮອບ 61 ປີ, ​ເຂດ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ທີ່​ຢູ່​ແຄມ​ແມ່​ນ້ຳ​ຫວງ​ພູກໍ່​ໄດ້​ຕ້ອນຮັບ​ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​.ຕອນ​ເຊົ້າ​ວັນ​ທີ 1 ຕຸລາ, ທ່ານ​ອູ​ປາງ​ໂກ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ທາງ​ການຂອງ​ວັນ​ດັ່ງກ່າວ.ທ່ານ​ກ່າວ​ວ່າ:

ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ບັນຍາກາດ​ອັນ​ມ່ວນ​ຊື່ນ​ໃຫ້​​ແກ່ວັນຊາດ​ຈີນ​ທໍ່​ນັ້ນ,ຍັງ​ໄດ້​ຊຸກ​ຍູ້​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ເຂົ້າ​ສູ່​ລະດັບ​ໃຫມ່.ກ່ອນ​ອື່ນ ,ຂ້າພະ​ເຈົ້າຂໍ​ຕາງຫນ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ,ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ແລະ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ບັນດາ​ແຂກ​ຜູ່​ມີ​ກຽດ​ທີ່​ໄດ້​ມາ​ເຂົ້າຮ່ວມ​ກິດຈະກຳ​ສະ​ຫລອງ​ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ.

ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​ໄດ້​ຕັ້ງ​ຊື່​ເປັນ:ມົງກຸດແຫ່ງ​ຝ່າຍ​ບົວລະພາ​ແມ່ນ​ຫໍ​ວາງສະ​ແດງ​ທີ່​ມີ​ເນື້ອ​ທີ່​ວາງສະ​ແດງ​ກວ້າ​ງທີ່​ສຸດ​ຂອງງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,​ແລະ​ຖືກ​​ເອີ້ນ​ເປັນ​ນາມບັດ​ແຫ່ງ​ຊາດ​ຈີນ,​ແມ່ນ​ປ່ອງຢ້ຽມ​ທີ່​ສາມາດ​ຊອກ​ຮູ້​​ໃນ​ໄລຍະ​ໃກ້​ຕໍ່ວັດທະນະທຳ​ຈີນ, ຊອກ​ຮູ້​ແນວ​ຄິດ​ຂອງ​ປະຊາຊົນ​ຈີນ​ແລະ​ທັດສະນະ​ຄຸນຄ່າ​ຂອງ​ຈີນ​ໃນ​ຍຸກ​ປະຈຸ​ບັນ​​.ທ່ານ​ອູ​ປາງ​ໂກ​ໄດ້​ຕີ​ລາຄາ​ຕໍ່​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​ທີ່​ມີ​ຮູບຊົງ​ພິ​ເສດ​ດັ່ງກ່າວນີ້​ວ່າ:

​ມົງກຸດ​​ບົວລະພາຫລື ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ​ທີ່​ຕັ້ງ​ສະຫງ່າຢູ່​​ໃນ​ສວນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,ມີ​ສີສັນ​ປະຈັກ​ຕາ,ທັງ​ສະຫງ່າ​ຜ່າ​ເຜີຍ,​ເຊິ່ງ​ໄດ້​ຖື​ສະຕິ​ປັນຍາ​ຂອງ​ປະຊາ​ຊາດ​ຈີນ​ໃນ​ການ​ພັດທະນາ​ຂອງ​ຕົວ​ເມືອງ​ເປັນ​ຫົວ​ຂໍ້​ຫລັກ,​ໄດ້​ເຮັດ​ໃຫ້​ຄົນ​ສາມາດສຳຜັດ​ກັບ​ຜຶດຕິ​ກຳ​ຕົວ​ຈິງ​ຂອງ​ປະຊາຊົນ​ຈີນ​ໃນ​ການ​ສ້າງ​ຊີວິດ​ອັນ​ດີງາມ,​ແລະ​ຊອກຮູ້​​ທັດສະນະ​ກ່ຽວ​ກັບ​ຄວາມ​ກົມກຽວ​ກັນ​ທີ່​ສືບ​ທອດ​ກັນ​ມາ​​ໃນ​ວັດທະນະທຳ​ຈີນ,​ແລະ​ຫລິງ​ເຫັນ​​ອະນາຄົດ​ອັນ​ດີງາມ​ຂອງ​ການ​ພັດທະນາດ້ານ​ວິທະຍາສາດ​ຂອງ​ຈີນ.

ຕັ້ງ​ແຕ່​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ໄຂ​ຂຶ້ນ​ເປັນ​ຕົ້ນ​ມາ, ຫໍ​ວາງສະ​ແດງ​ຈີນ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ຜູ່​ຊົມ​ຈີນ​ແລະ​ຕ່າງປະ​ເທດ​ພາກັນ​ໄປ​ຊົມ.ຂ່າວ​ຈາກ​ຝ່າຍ​ທາງ​ການ​ຂອງ​ງານ​ວາງສະ​ແດງ​ໂລກ​ແຈ້ງວ່າ, ມາ​ຮອດ​ວັນ​ທີ 29 ກັນຍາ​ນີ້, ຫໍ​ວາງສະ​ແດງ​ຈີນ​ໄດ້​ຕ້ອນຮັບ​ຜູ່​ຊົມ​ຫລາຍ​ກວ່າ 7 ລ້ານ 4 ​ແສນ 8 ຫມື່ນ​ເທື່ອ​ຄົນ, ບວກ​ກັບ​ຫໍ​ວາງສະ​ແດງ​ປະສົມ​ຂອງ​​ເຂດ​ແຂ​ວງຕ່າງໆ, ຫໍ​ວາງສະ​ແດງ​ຈີນ​ໄດ້​ຕ້ອນຮັບ​ຜູ່​ຊົມ​ເກືອບ 21 ລ້ານ 1 ​ແສນ 5 ຫມື່ນ​ຄົນ​ແລ້ວ.ຢູ່​ແຫ່ງ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ທັງປະຫວັດສາດ​ຈີນ, ​ແລະ​ກໍ່​ມີ​ສະພາບປັດຈຸບັນ​ແລະ​ອະນາຄົດ​ຂອງ​ຈີນ.ຜູ່​ຊົມ​ຈະ​ໄດ້​ຮູ້ຈັກ​ກັບ​ຈີນ​ຫລາຍ​ກວ່​ເກົ່າ​ໂດຍ​ຜ່ານ​ຫໍ​ວາງສະ​ແດງ​ຈີນ.

​ໃນ​ພິທີ​ຈັດ​ກິດຈະກຳ​ວັນ​ຂອງ​ຫໍ​ວາງສະ​ແດງ​ແຫ່ງ​ຊາດ​ຈີນ, ທ່ານ​ອຸ​ປາງ​ໂກ​ໄດ້​ກ່າວ​ເຖິງ​ຄວາມ​ຫມັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຍຶດຫມັ້ນພັດທະນາ​ຕໍ່​ບັນດາແຂກ​ຈີນ​ແລະ​ຕ່າງປະ​ເທດ:

ພວກ​ຂ້າພະ​ເຈົ້າ​ເຊື່ອ​ວ່າ: ຢູ່​ບົນ​ເສັ້ນທາງ​ທີ່​ກ້າວ​ໄປ​ຫນ້າ​ຈະ​ພົບ​ກັບ​ຄວາມ​ຂັດ​ແຍ່ງ​ແລະ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ, ​ແຕ່​ພວກຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ອະນາຄົດ.​ເພາະວ່າ​ພວກຂ້າພະ​ເຈົ້າ​ໄດ້​ເປີດ​ເສັ້ນທາງ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແລ້ວ, ທະ​ແນມ​ແຕ່​ພວກ​ເຮົາ​ຍຶດຫມັ້ນ​ເດີນ​ຕາມ​ເສັ້ນທາງ​ນີ້​ຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ,ກໍ່​ຈະ​ສ້າງສາ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທັນ​ສະ​ໄຫມ​ທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ,ມີ​ປະຊາທິປະ​ໄຕ,ສີວິ​ໄລ​ແລະ​ກົມກຽວ​ກັນ.
ທ່ານ​ວິ​ເຊັນ​ເທ ​ໂລ​ເຊີ​ທາ​ເລັສ ​ເລຂາທິການ​ກົມ​ການວາງສະ​ແດງ​ສາກົນ​ທີ່​ເຂົ້າຮ່ວມ​ພິທີ​ດັ່ງກ່າວ​ເຫັນ​ວ່າ, ທັດສະນະ​ການ​ພັດທະນາ​ຂອງ​ຈີນ​ສາມາດ​ໃຫ້​ຜູ່​ອື່ນຮ່ຳ​ຮຽນ​ນຳ​ໄດ້.ທ່ານ​ກ່າວ​ວ່າ:

ຜ່ານ​ຈາກ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້,ຈີນ​ພວມ​ມີ​ການ​ປ່ຽນ​ແປງ​ຢູ່,ການ​ປ່ຽນ​ແປງ​ແນວ​ນີ້​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ຈີນ,ທັງ​​​​ເປັນ​ອຸທາຫອນ​ສອນ​ໃຈ​ແກ່​ພວກ​ເຮົາ​ໄດ້.ທີ່​ຈິງ​ແລ້ວ,ຈີນພວມ​ບັນ​ລະ​ຍາຍ​ທັງ​ປະຕິບັດ​ຕົວ​ຈິງ​ຕໍ່​ຄຸນຄ່າ​ໃຈກາງ​ເຊິ່ງກໍ່​ຄືການ​ສຶກສາ, ການ​ປະດິດ​ສ້າງ​ແລະ​ຮ່ວມ​ມື​ກັນ, ​ຄຸນຄ່າ​ເຫລົ່ານີ້​ກໍ່​ແມ່ນ​ພື້ນຖານ​ງານ​ວາງສະ​ແດງ​ໂລກ​ໄດ້​ຮັບ​ການ​ສື​ບທອດ​ກັນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ