ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນມີ​ບັນຍາກາດ​ອັນ​ມ່ວນ​ຊື່ນ​ໃນ​ຍາມພັກ​ວັນຊາດ

(GMT+08:00) 2010-10-04 15:49:09     cri

ບຸນ​ໄຫວ້າ​ພະຈັນ​ທີ່​ເປັນ​ບຸນ​ປະ​ເພນີ​ຂອງ​ຈີນ​ຫາ​ກໍ່​ຜ່ານ​ພົ້ນ​ໄປ, ປະຊາຊົນ​ຈີນ​ກໍ່​ໄດ້​ຕ້ອນຮັບ​ວັນຊາດ​ຈີນ​ຢ່າງ​ມ່ວນ​ຊື່ນ, ​ໃນ​ການ​ພັກ​ວັນຊາດ​ 7 ວັນ, ປະຊາຊົນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ຈີນ​ພວມສະຫລອງ​ວັນ​ບຸນດ້ວຍ​ຮູບ​ການ​ຕ່າງໆ.

ຢູ່​ບ່ອນ​ທ່ອງ​ທ່ຽວ​ແລະ​ສວນ​ສາທາລະນະ​ຂອງ​ນະຄອນ​ຕ້າ​ລຽນ​ແຂວງ​ຫລຽວ​ນິງ,​ໄດ້​ປະດັບ​ປະດາ​ດ້ວຍ​ດອກ​ໄມ້​ນາໆ​ສີ,​​ຕ້ອນຮັບຊາວ​ເມືອງ​ແລະ​ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ຕ່າງຖີ່​ນຢ່າງ​ຫລວງຫລາຍ. ວັນຊາດ​ຈີນ​ພໍດີ​ໃນ​ແມ່ນ​ຍາມ​ຫາ​ກໍ່​ເຂົ້າ​ສູ່​ລະດູ​ໃບ​ໄມ້​ຫລົ່ນ,ອາກາດ​ສົດ​ໃສ,​ໃນ​ງານ​ວາງ​ສະ​​ແດງ​ດອກ​ເກັກຮ່ວຍ​ທີ່​ຈັດ​ຂຶ້ນ​ຢູ່​ສວນ​ສາທາລະນະ​ຫລາວ​ຕົ້ງຂອງ​ນະຄອນ​ຕ້າ​ລຽນ, ຜູ່​ຊົມ​ຈະ​ໄດ້​ຊົມ​ດອກ​ເກັກ​ຮ່ວຍ​ເກືອບຫມື່ນ​ໂຖ​ທີ່​ສວຍ​ງາມ, ​ແລະ​ສຳຜັດ​ກັບ​ທຳ​ມະ​ຊາດ.ນັກ​ທ່ອງ​ທ່ຽວຜູ່​ຫນຶ່ງ​ບອກ​ວ່າ:
ຍາມ​ທຳ​ມະ​ດາ, ​ເດັກນ້ອຍ​ຮຽນ​ເມື່ອຍ​ຫລາຍ,​ເມື່ອ​ຮອດ​ວັນພັກກໍ່ໃຫ້​ລູກ​​ໄປ​ຫລິ້ນ​ໄປ​ທ່ຽວ,​ເພື່ອພັກຜ່ອນ​ຢ່ອນ​ອາລົມ,ທາງ​ນອກອາກາດ​ກໍ່​ດີ​,​ໃຫ້​ເດັກນ້ອຍ​​ໄດ້​ຫລິ້ນ​ຢ່າງ​ເບີກບານ​ມ່ວນ​ຊື່ນ.

​ໃນ​ຍາມ​ບຸນວັນຊາດ,ຢູ່​ໃນ​ສວນ​ສາທາລະນະ​ບໍ່​ພຽງ​ແຕ່​ມີ​ທິວ​ທັດ​ອັນ​ສວຍ​ງາມ​ທໍ່ນັ້ນ, ຍັງ​ມີ​ການສະ​ແດງ​ລາຍການ​ຕ່າງໆ​ອີກ.​ໃນ​ສວນສາ ທາລະ ນະ​ປະຊາຊົນ​ເມືອງ​ຈິ່ງ​ເຕີ​ເຈິ້ນແຂວງ​ຈ່ຽງຊີ, ມີ​ຫນ່ວຍ​ສິນລະປະ​ສະ ຫມັກ​ຫລິ້ນ​ຫນ່ວຍ​ຫນຶ່ງ.ສະມາຊິກ​ໃນ​ຫນ່ວຍ​​ໄປ​ຫາ​ສວນສາທາລະນະ​ແຕ່​ເຊົ້າ,​ແລະ​ຖື​ເຄື່ອງ​ດົນຕີ​​ແລະ​ເຄື່ອງ​ນຸ່ງ​ສະ​ແດງ​ລາຍການຕ່າງໆ​ໄປ​ນຳ,​ແລ້ວ​ສະ​ແດງ​ລາຍ​ງນສິນລະປະ​ທີ່​​ແຕ່ງ​ເອງນັ້ນ​ໃຫ້​ປະຊາຊົນ​ທີ່​ໄປ​ທ່ຽວ​ສວນຊົມ,ອັນ​ໄດ້​ເພີ່ມ​ບັນຍາກາດ​ມ່ວນ​ຊື່ນ​​ໃນ​ມື້ບຸນ.ນາງ​ຈ່ຽງຊຸນ​ຜິ​ງ, ຫົວຫນ້າ​ຫນ່ວຍ​ສິນລະປະ​ດັ່ງກ່າວ​ບອກ​ວ່າ:

ດຽວ​ນີ້,ປະຊາຊົນ​ພວກ​ເຮົາ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ແລ້ວ, ພວກ​ເຮົາ​ກໍ່​ເປັນ​ເຈົ້າ​ການຈັດ​​ແຕ່ງລາຍການ​ຕ່າງໆ​ເຫລົ່ານີ້​ຂຶ້ນ.ມື້​ນີ້​ແມ່ນ​ວັນພັກບຸນ​ວັນຊາດ​ຈີນ,ຜ່ານ​ຈາກການສະ​ແດງ​ລາຍການ​ເຫລົ່າ​ນີ້,​ເພື່ອ​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​​ໃຫ້​ແກ່ຄົນ​ທັງຫລາຍ.

​ເດືອນ​ກັນຍາ​ແລະ​ເດືອນ​ຕຸລາປີ​ນີ້,ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສາຍຮູບ​ເງົາ​ຫລາຍໆ​ເລື່ອງ​ທີ່​ມີ​ດາລາ​ຮູບ​ເງົາ​ສະ​ແດງ,​ໄດ້​ດຶງ​ດູດ​​ໄທ​ເມືອງຫລາຍໆ​ຄົນ​ໄປ​ເບິ່ງ.ຍ້ອນ​ວັນພັກ​ວັນຊາດ​ມີ​ເວລາພຽງພໍ,ຄົນ​ທັງຫລາຍ​ກໍ່​​ເບົາ​ອົກ​ເບົາ​ໃຈ​,ຊາວ​ເມືອງ​ບໍ່​ຫນ້ອຍ​ໄດ້​ຖື​ການ​ເບິ່ງ​ຮູບ​ເງົາ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ວັນ​ບຸນ​.ຢູ່​ເມືອງ​ອີ້​ຫລິນ​ເຂດ​ກວາງຊີ,​ໂຮງສາຍ​ຮູບ​ເງົາ​ມີ​ຄົນ​ໄປ​ເບິ່ງ​ຮູບ​ເງົາ​ຢ່າງ​ຫລວງຫລາຍ​ຫມົດ​ມື້,ຜູ່​ຮັບຜິດ​ຊອບ​ຂອງ​ໂຮງສາຍ​ຮູບ​ເງົາ​ບອກ​ວ່າ:

ຄົນ​ທີ່​ມາ​ເບິ່ງ​ຮູບ​ເງົາ​ຫລາຍ​ກວ່າ​ຍາມ​ປົກກະຕິ,​ເລີ່​ມ​ແຕ່​ພວກ​ເຮົາ​ເປີ​ດປະຕູ​ໃນ​ຕອນ​ເຊົ້າ 10 ​ໂມງ​ເຄິ່ງ,ກໍ່​ມີ​ຄົນ​ມາ​ລຽນ​ແຖວ​ຊື້​ປີ້.ດຽວ​ນີ້​ໃນ​ຕອນຄ່ຳ​ມີ​ຄົນມາ​ເບິ່ງ​ຫລາຍ​ສົມຄວນ,​ກາງ​ເວັນ​ກໍ່​ຫລາຍ​ກວ່າ​ຍາມ​ປົກກະຕິ.ຄື​ມື້ວານ​ນີ້,ກາງ​ເວັນ​ພວກ​ເຮົາ​ໄດ້​ສາຍຮູບ​ເງົາ​ສອງ​​ເທື່ອ,​ເກືອບ​ມີ​ຄົນ​ມາ​ເບິ່ງ​ເຕັມ​ສູ່​ເທື່ອ.

ການ​ໄປ​ທ່ຽວ​ສວນສາທາລະນະ​,​ໄປ​ເບິ່ງສະ​ແດງ​ລາຍການ,​ແລະ​ເບິ່ງ​ຮູບ​ເງົາ, ນອກຈາກ​ການ​ລຶ້ນ​ເລິງ​ຕ່າງໆ​ແລ້ວ,ວັນພັກ​ວັນຊາດ​ກໍ່​ແມ່ນ​ໂອກາດ​ດີ​ສຳລັບ​ຮ້ານ​ຄ້ານ​ຂາຍ​ເຄື່ອງ​ຫລຸດ​ເປີ​ເຊັນ.ຢູ່​ນະຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ​ວ, ປີ​ນີ້, ຮ້ານ​ຄ້າ​ຕ່າງໆ​ມີ​ການ​ຫລຸດ​ລາຄາຢ່າງ​ໃຫ​ຍ່, ບວກ​ກັບ​ລັດຖະບານ​ໄດ້​​ໃຫ້​ນະ​ໂຍບາຍ​ເອົາ​ເຄື່ອງ​ໄຟຟ້າ​ເກົ່າ​ໄປ​ປ່ຽນ​ເອົາ​ເຄື່ອງ​ໄຟຟ້າ​ໃຫມ່​ໄດ້,ຈິ່ງ​ເຮັດ​ໃຫ້​ຮ້ານຂາຍເຄື່ອງ​ໄຟຟ້າ​​ໃຊ້​ໃນ​ເຮືອນ​ຂອງ​ນະຄອນ​ກຸ້ຍຢາງ​ຂາຍດິບ​ຂາຍ​ດີ.ສ່ວນ​ໃບ​ໂຄສະນາ​ຫລຸດ​ລາຄາ​ທີ່​ແຈກ​ຢາຍ​ຢູ່​ຕາມ​​ທຸກໆ​ແຫ່ງ​ຂອງ​ຮ້ານ​ຄ້ານັ້ນກໍ່ປະຈັກ​ບຕາ​ທີ່​ສຸດ.

ການ​ພັກ​ວັນຊາດ 7 ວັນ​ກໍ່​ໄດ້​ຊຸກ​ຍູ້​ຕະຫລາດ​ທ່ອງ​ທ່ຽວ​ຂອງ​ຈີນຢ່າງ​ແຂງ​ແຮງ.ສະ​ຖາ​ບັນ​ຄົ້ນຄວ້າ​ການທ່ອງທ່ຽວ​ຂອງ​ຈີນ​ຄາດ​ຄະ​ເນ​ວ່າ, ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​​​ໃນ​ວັນພັກ​ບຸນວັນຊາດ​ຈີນ 7 ວັນນັ້ນຈະ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​ກາຍ​ຢ່າງ​ຫມັ້ນທ່ຽງ, ​ໃນ​ນັ້ນ,ຜູ່​ທີ່​​ໄປ​ທ່ຽວ​ຕ່າງປະ​ເທດ​ມີ​ປະມານ 1 ລ້ານ 7 ​ແສນ​​ເທື່ອຄົນ, ​ເພີ່ມ​ຂຶ້ນຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 12%;ຜູ່​ທີ່​ທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ປະມານ 210 ລ້ານ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ 18% .

ຍ້ອນ​ຄ່າ​ປີ້​ຍົນ​,​ຄ່າ​ພັກ​​ເຊົາ​ແລະ​ກິນດຶ່ມຖີບ​ສູງ​ຂຶ້ນ, ລາຄາ​ໄປ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ສ່ວນ​ຫລາຍ​ໄດ້​ສູງ​ຂຶ້ນ,ບາງ​ແຫ່ງ​ໄດ້​ສູງ​ຂຶ້ນ​ຫລາຍ​ກວ່າ 20%.​ເຖິງ​ວ່າ​ເປັນ​ແນວ​ນີ້​ກໍ່ຕາມ, ​ແຕ່​ຊາວ​ເມືອງຍັງນິຍົມ​ອອກ​ໄປ​ທ່ຽວ​ຢ່າງ​ຫ້າວຫັນ.

ລາຄາ​ແພງ​ຂຶ້ນ​ຫນ້ອຍ​ຫນຶ່ງ,ກໍ່​ເຂົ້າ​ໃຈ​ໄດ້ຢູ່.ຫລາຍ​ມື້​ມາ​ນີ້ພໍດີ​ແມ່ນ​ວັນພັກ,​ເບີຍກຽມ​ໄປ​ທ່ຽວ​ເມືອງ​ລິ້ຈ່ຽງ​ແຂວງ​ຢຸນນານ​ກັບ​ຫມູ່​ຈັກ​ສອງ​ສາມ​ມື້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ