ການ​ສ້າງ​ສົງຄາມ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ​ບໍ່​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ

(GMT+08:00) 2010-10-15 14:50:05     cri


ຫລັງ​ຈາກທະນານ​ຄານ​ກາງ​ຍີ່​ປຸ່ນ​ໄດ້​ແຊກ​ແຊງ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ປະ​ເທດ​ຕົນ​ໂດຍ​ກົງ​ໃນ​ເດືອນ​ກັນຍາ​ມາ​ນີ້,ສາທາລະນະ​ລັດ​ເກົາຫລີ, ​ເບຼຊິນ,​ໄທ​ແລະ​ສິງກະ​ໂປ​ກໍ່​ຄິດຢາກ​ເຮັດ​ຕາມ​ຫລື​ໄດ້​ແຊກ​ແຊງ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ປະ​ເທດ​ຕົນ​ໂດຍ​ຜ່ານ​ການ​ຄ້ມຸຄອງ​ຕະຫລາດ​ຢ່າງ​ເປີດ​ເຜີຍ.ຄຳ​ເວົ້າ​ທີ່​ວ່າ"ສົງຄາມ​ອັດຕາ​ແລກປ່ຽນ​ເງິນຕາ"ຂະຫຍາຍ​ກວ້າງ​ອອກ​ໄປ.ຕໍ່​ເລື່ອງ​ນີ້, ຜູ່​ຊ່ຽວຊານ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri ວ່າ:ປັດ ຈຸບັນ, ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ຮ່ວມ​ມື​ກັນ,​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ບັນຫາ​ທີ່​ເລິກ​ເຊິ່ງຢ່າງ​ຖືກ​ກັບຕົວ​ຈິງ, "ສົງຄາມ​ອັດຕາ​ແລກປ່ຽນ​ເງິນຕາ"ບໍ່​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ,ຍິ່ງ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຜົນ​ຮ້າຍ​ຢ້ອນ​ຫລັງ​ທີ່​ຫນັກຫນ່ວງ​ກວ່າ​​ເກົ່າ.

​ໃນ​ເວລາ​ອະທິບາຍ​ສາ​ເຫດ​ທີ່​ປະ​ເທດ​ຕ່າງໆ​ນຳ​ໃຊ້​ນະ​ໂຍບາຍ​ເງິນຕາ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ເງິນຕາ​ຂອງ​ຕົນ​ແຂງ​ຄ່າ​ຂຶ້ນນັ້ນ, ທ່ານ​ຢວນກ່າງ​ມິ​ງ, ສາ​ສະ​ດາ​ຈານ​ຂອງ​ສູນ​ຄົ້ນຄວ້າ​ເສດຖະກິດ​ຈີນ​ກັບ​ໂລກ​ຂອງ​ມະຫາວິທະຍາ​ໄລ​ຊິ່ງ​ຮວາ​ເຫັນ​ວ່າ, ນີ້​ແມ່ນ​ຍ້ອນ​ປະ​ເທດ​ຕ່າງໆ​ມີ​ການ​ຄາດ​ຄິດ​ໄປ​ໃນ​ແງ່​ລົບ​ຕໍ່​ອະນາຄົດ​ຂອງ​ການ​ຟື້ນ​ຕົວຂອງ​ເສດຖະກິດ.ທ່ານ​ກ່າວ​ວ່າ:

ສາ​ເຫດ​ສຳຄັນ​ທີ່​ປະ​ເທດ​ຕ່າງໆ​ແຊກ​ແຊງ​ອັດຕາ​ແລກປ່ຽນ​ເງິນ​ຕາ​ແມ່ນ​ຍ້ອນ​ເສດຖະກິດ​ທີ່​ພວມ​ຟື້ນ​ຕົວ​ນັ້ນ​ເກີດ​ມີ​ບັນຫາ​ອີກ, ອາດ​ຈະ​ຊຸດ​ໂຊມ​ລົງ​ເຖິງ​ຂັ້ນ​ຕ່ຳ​ສຸດ​ເທື່ອ​ທີ​ສອງ.​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ​ອາ​ເມ​ລິ​ກາ​ເກີດ​ບັນຫາ​ແລ້ວ, ວິ​ກິດ​ການ​ຫນີ້​ສິນ​ຂອງ​ສະຫະພາບ​ເອີ​ລົບ​ກໍ່​ຫນັກຫນ່ວງ​ຂຶ້ນ, ລະຫວ່າງ​ປະ​ເທດ​ໃຫຍ່​ຕ່າງໆ​ກໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ.ສະພາບ​ການ​ແນວ​ນີ້​ກໍ່​ໄດ້​ແຜ່​ລາມ​ໄປ​ຮອດ​ຂົງ​ເຂດ​ການ​ເງິນ.​​ໃນ​ກໍລະນີ​ແ​ແບບ​ນີ້, ປະ​ເທດ​ຕ່າງໆ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ສະພາບ​ທີ່​ຮ້າຍ​ແຮງ​ກວ່າ​ນັ້ນຂຶ້ນ, ສະກັດ​ກັ້ນບໍ່​ໃຫ້ການ​ປັ່ນ​ປ່ວນ​ດ້ານ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ປະ​ເທດ​ອື່ນ​ກະທົບ​ເຖິງ​ປະ​ເທດ​ຕົນ, ຈິ່ງ​ເລິ່ມ​ໃຊ້​ນະ​ໂຍບາຍ​ໃຫ້​ເງິນຕາ​ຕົນ​ຫລຸດ​ຄ່າ​ລົງ.

ແຕ່​ໃນ​ເວລາ​ຄົ້ນຄວ້າ​ສາ​ເຫດ​ທີ່​ພາ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຂົ້າ​ແຊກ​ອັດຕາ​ແລກປ່ຽນ, ຜູ້​ຊ່ຽວຊານ​ທີ່​ໄດ້ໃຫ້ສຳພາດ​ລ້ວນ​ແຕ່​ກ່າວ​ວ່າ, ການ​ປ່ຽນ​ແປງຂອງອັດຕາແລກປ່ຽນ​ເງິນຕາ​ຮອບ​ນີ້​ແມ່ນ​ກ່ຽວ​ກັນ​ກັບ​ເງິນ​ໂດ​ລາສືບ​ຕໍ່​ຫຼຸດ​ລາຄາລົງ​ໂດຍ​ກົງ. ສາດສະດາຈານ​ຈ້າວ​ຊີ່​ຈຸ່ນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າການ​ເງິນ​ແລະ​ຫຼັກ​ຊັບ​ຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ກ່າວ​ວ່າ, ​ໃນ​ດ້ານ​ໜຶ່ງ, ອາ​ເມ​ລິ​ກາຮັກສາໃຫ້ຄ່າ​​ເງິນ​ໂດ​ລາ​ອ່ອນແມ່ນເພື່ອ​ກະ​ຕຸ້ນ​ໃຫ້​ເສດຖະກິດ​​ເຕີ​ບ​ໂຕ, ອີກ​ດ້ານ​ໜຶ່ງ​ການ​ກະທຳ​ທີ່​ຖື​ບັນຫາ​ອັດຕາ​ແລກປ່ຽນ​ຫັນ​ເປັນ​ການ​ເມືອງ, ​ເຮັດ​ໃຫ້​ຫຼາຍ​ປະ​ເທດຈຳເປັນ​ຕ້ອງ​ເຂົ້າ​ແຊກ​ອັດຕາ​ແລກປ່ຽນ. ນີ້​ແມ່ນ​ການ​ກະທຳ​ທີ່​ບໍ່ມີຄວາມ​ຮັບຜິດຊອບ​ຕໍ່​ເສດຖະກິດ​ໂລກ.

ຕໍ່ການ​ກະທຳ​ຂອງ​ປະ​ເທດ​ຕ່າງໆ​ທີ່ສືບ​ຕໍ່​ໃຊ້​ມາດ​ຕະການ​ເພື່ອ​ເຂົ້າ​ແຊກ​ອັດຕາ​ແລກປ່ຽນ​ຂອງ​ຕົນ, ຜູ້​ຊ່ຽວຊານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ. ໂດຍ​ເຫັນ​ວ່າ, ​ການໃຊ້ວິທີຫຼຸດຄ່າເງິນຂອງປະເທດຕົນນັ້ນ, ພຽງ​ແຕ່ຈະສາມາດ​ເຮັດ​ໃຫ້​ເສດຖະກິດ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ສາມາດໃນ​ການ​ແຂ່ງຂັນ​ໃນ​ໄລຍະ​ສັ້ນເທົ່ານັ້ນ, ​ແຕ່​ນີ້​ພຽງ​ແຕ່​ແມ່ນ​ປະກົດ​ການ​ພາຍ​ນອກ, ບໍ່​ສາມາດ​ແກ້​ໄຂ​ບັນຫາໃນດ້ານກົກຮາກ. ​ແຕ່​ຖ້າວ່າ​ການ​ກະທຳ​ທີ່​ເຂົ້າ​ແຊກ​ອັດຕາ​ແລກປ່ຽນ​ຖືກ​ປະ​ເທດ​ຕ່າງໆ​ຮຽນແບບເອົາໄປປະຕິບັດ, ກໍ່ຈະ​ພາ​ໃຫ້​ເກີດ​ຂໍ້​ຂັດ​ແຍ່ງດ້ານ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ​ໃນ​ທົ່ວ​ໂລກ, ​ເຮັດ​ໃຫ້​ອະນາຄົດ​ການຟື້ນຕົວ​ຂອງເສດຖະກິດ​ໂລກ​ຍິ່ງ​ຈະ​ບໍ່​ດີ.

ທ່ານ​ສາ​ສະ​ດາ​ຈານ​ຢວນກ່າງ​ມິ​ງເຫັນ​ວ່າ, ປັດຈຸບັນ, ປະ​ເທດ​ຕ່າງໆ​ຄວນ​ພິຈາລະນາ​​ເຖິງ​ບັນຫາ​ໃນ​ດ້ານ​ເລິກ​,​ໃຊ້​ມາດ​ຕະການ​ທີ່​ສາມາດ​ແກ້​ໄຂ​ບັນຫາ​ຂອງ​ປະ​ເທດ​ຕົນ, ​ເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ.ທ່ານ​ກ່າວ​ວ່າ:

ປະ​ເທດ​ຕ່າງ​ໆ​ຄວນຄົ້ນ​ຄິດ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ອາດ​ຈະຊຸດ​ໂຊມ​ລົງ,ນະ​ໂຍບາຍ​ການ​ເງິນ​ແລະ​ເງິນຕາ​ຂອງ​ປະ​ເທດ​ຕົນ​ຕ້ອງຮັກສາ​ຄວາມ​ປອດ​​​ໃສ.ປັດຈຸບັນ, ​ເສດຖະກິດ​ໂລກ​ເກີດ​ມີ​ການ​ຊຸດ​ໂຊມ​ລົງ​ເທື່ອ​ທີ​ສອງ.ສາ​ເຫດສຳຄັນ​ແມ່ນ​ຍ້ອນສະຫະພາບ​ເອີ​ລົບ​ເກີດ​ບັນຫາ,​ແລ້ວ​ກະທົບ​ເຖິງ​ອາ​ເມ​ລິ​ກາ​ແລະ​ທົ່ວ​ໂລກ.​ໃນ​ສະພາບ​ການ​ແນວ​ນີ້, ປະ​ເທດ​ຕ່າງໆ​ຄວນ​ໃຊ້ນະ​ໂຍບາຍ​ແລະ​ມາດ​ຕະການ​ເພື່ອ​ແກ້​ໄຂ​ບັນຫາ​ຕົວ​ຈິງຂອງ​ປະ​ເທດ​ໃຜລາວ,ນີ້​ແມ່ນ​​ໂຄງ​ປະກອບ​ເສດຖະກິດ​ເອງ​ເກີດ​ມີ​ບັນຫາ​ແລ້ວ,​ເຊິ່ງຕ້ອງການ​ແກ້​ໄຂ​ດ້ວຍ​ນະ​ໂຍບາຍ​ຍາວ​ນານ​ແລະ​ເລິກ​ເຊິ່ງ.

ຜູ່​ຊ່ຽວຊານ​ເຫັນ​ວ່າ, ປັດຈຸບັນ, ປະ​ເທດ​ຕ່າງໆ​ຄວນ​ປະຖິ້ມຜົນ​ປະ  ​ໂຫຍ​ດ​ແບບຄັບ​ແຄບ,ຫລີກລຽງບໍ່​ໃຫ້​ນະ​ໂຍບາຍຫລຸດ​ຄ່າ​ເງິນຕາຂອງ​ຕົນ​ແລະສ້າງ​ບັນຫາ​ໃຫ້​ປະ​ເທດ​ອື່ນໆ,​ເພີ່ມ​ການ​ປະສານ​ງານ​​ນະ​ໂຍບາຍ​​ເສດຖະກິດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ສາກົນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ປະຕິ​ຮູບ​ລະບົບ​ທະນາຄານສາກົນ, ສ້າງ​ຕະຫລາດ​ການ​ເງິນ​ແລະ​ເງິນຕາ​ໃຫ້​ຫມັ້ນຄົງ,ຜ່ອນຄາຍ​ຜົນກະທົບ​ຍ້ອນ​ວິ​ກິດ​ການ,​ເພື່ອ​​ເຮັດໃຫ້​ເສດຖະກິດ​ທົ່ວ​ໂລກ​ຟື້ນ​ຕົວ​ຄືນ​ຢ່າງ​ຫມັ້ນທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ