ປະ​ຊາ​ຄົມ​ໂລກ​ສົນ​ໃຈ​ນຳ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ​ຂອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ຊຸດ​ທີ 17

(GMT+08:00) 2010-10-19 15:14:53     cri

ຫນັງສືພິມປະ ຊາຊົນລາຍ​ວັນຂອງ​ຈີນ​ລາຍ​ງານ​ວ່າ, ວັນ​ທີ18 ຕຸລານີ້, ສູງກາງ​ຂອງ​ພັກ​ຄອມ​ມູນິດ​ຈີນ​​​ເຊິ່ງ​ເປັນ​ພັກ​ກຳອຳນາດ​ຂອງ​ຈີນ​ໄດ້​ພິຈາລະຈາ​ແລະ​ຜ່ານຂໍ້​ສະ​ເຫ​ນີກ່ຽວ​ກັບການວາງອອກ​ແຜນການ​ພັດທະນາ​​ເສດຖະກິ​ດ​ສັງຄົມແຫ່ງຊາດ​ 5 ປີ​ຄັ້ງ​ທີ 12 ​. ຫາງ​ສຽງ​ສາກົນ​ໂດຍ​ທົ່ວ​ໄປ​ເຫັນ ວ່າ,​ແຜນການ​ດັ່ງກ່າວ​ມີ​ຄວາມ​ຫມາຍ​ສຳຄັນ.   ​ຈຸດປະສົງ​ທີ່​​ວາງອອກ​ແຜນການ 5 ປີ​ອອກ​ມາແມ່ນ​ເພື່ອ​ກຳນົດ​ເປົ້າຫມາຍ​ແລະ​ທິດ​ທາງ​​​ຂອງການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ຈີນ​.ນັບ​ແຕ່​ເລີ່​ມປະຕິບັດ​"ແຜນ ການ 5 ປີຄັ້ງທຳ​ອິດ"​ໃນ​ປີ 1953 ​ເປັນ​ຕົ້ນ​ມາ,ຈີນ​ໄດ້​ປະຕິບັດ​ແຜນການ 5 ປີ 11 ​ຄັ້ງແລ້ວ. ປີ​ນີ້​ແມ່ນ​ປີ​ສຸດ​ທ້າຍທີ່ປະ​ຕິ​ບັດ"​ແຜນການ 5 ປີ​ຄັ້ງ​ທີ 11." ​ໃນ​ຖານະ​ທີ່​ເປັນ​ພັກ​ກຳ​ອຳນາດ​ຂອງ​ຈີນ,ການ​ທີ່ພັກ​ຄອມ​ມູນິດ​ຈີນ​ໄດ້​ມີ​ຂໍ້ສ​ະ​ເຫ​ນີຕໍ່​ການ​ວາງ​ແຜນ ການ 5 ປີ ​ນັ້ນ​ແມ່ນໄດ້​​ເຮັດ​ມາ​ດົນ​ແລະ​ເປັນ​ປົກກະຕິ​ແລ້ວ.  ຫນັງສືພິມ​​ແຮງ​ງານ​,ຫນັງສືພິມ​ຊາວ​ຫນຸ່ມ​​ຂອງ​ຫວຽດນາມ​ແລະ​ອື່ນໆ​ໄດ້ຕິດຕາມ​ລາຍ​ງານ​ຂ່າວ​ຕໍ່ກອງ​ປະຊຸມ​ຄົບ​ຄະນະ​​ເທື່ອ​ນີ້.

ບົດ​ລາຍ​ງານ​ຂຽນ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ຂອງ​ສູນ​ກາງພັກ​ຄອມ​ມູນິດ​ຈີນ​ສະ​ໄໝທີ 17​ໄດ້​ວິ​ຈານສະຖານະ​ການຂອງພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ,​ເພື່ອກຳນົດ​ເສັ້ນທາງ,​ເປົ້າ​ຫມາຍ​ແລະ​ຫນ້າ​ທີ່​​ແຫ່ງ​ການພັດທະນາ​ໃນ​ອະນາຄົດ​ຢ່າງ​ຈະ​ແຈ້​ງ.​​ໄລຍະ"​ແຜນການ5ປີ​ຄັ້ງ​ທີ 12"ແມ່ນ​ໄລຍະ​ຂໍ​ກະ​ແຈ​ຂອງ​ຈີນ​ທີ່​ຊຸກຍູ້​ໃຫ້​ສ້າງສັງຄົມ​ທີ່​ກົມກຽວ​ກັນ,​ເລັ່ງລັດປ່ຽນ​ແປງ​ຮູບ​ການ​ເສ​ດຖະກິດ.   ​ໃນຫວ່າງ​ມໍ່ໆ​ມາ​ນີ້,ສື່​ມວນ​ຊົນຂອງ​ໄທ​ໄດ້ລົງ​ພິມ​ບົດ​ຄວາມເພື່ອ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ເທື່ອ​ນີ້​ເລື້ອຍໆ. ຫນັງສືພິມ​ມະຕິ​ຊົນ, ໄທ​ລັດ, ​​ເດ​ລີ​ນິວສ໌, ຜູ່​ຈັດການ, ​ບາ​ງກອກ​ພົສ​ແລະ​ອື່ນໆ​ລ້ວນ​ແຕ່​ໄດ້ວິ​ຈານແລະລາຍ​ງານ​ຂ່າວກ່ຽວ​ກັບ​ແຜນການ 5 ປີ​ຄັ້ງ​ທີ 12.   ​

ເວັບ​ໄຊຂອງ​"ຫນັງສືພິມ​ລຽນ​​ເຮີ​​ຈາວ​ປ້າວ​"ສິງກະ​ໂປ​ແລະ​​ເວັບ​ໄຊ​ທົ່ວ​ໂລກ​ຂອງ​ເກາະ​ສິງກະ​ໂປ​ໄດ້​ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ,ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ຄົ້ນຄວ້າ​​ພິຈາລະ ນາແລະວາງ​ຂໍ້​ສະ​ເຫ​ນີ​​ຂອງ​"ແຜນການ 5 ປີ​ຄັ້ງ​ທີ 12 "ຂອງ​ຈີນ​ເປັນ​ວາລະ​ປະຊຸມ​ຕົ້ນຕໍ, ຈະ​​​ເປັນທິດ​ທາງແຜນການ​ພັດທະນາ​ໃນ​ດ້ານ​ຕ່າງໆ​ ​ເຊັ່ນ: ​ເສດຖະກິດ, ສັງຄົມ​ແລະ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ 5 ປີ​ຕໍ່ຫນ້າ ​.   ຂ່າວສານ​PTIຂອງ​ອິນ​ເດຍ ​ເຫັນ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ຂອງ​ສູນ​ກາງພັກ​ຄອມ​ມູນິດ​ຈີນ​ສະ​ໄໝທີ 17​ທີ່​ຈະ​ຈັດ​ຂຶ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ຈີນ​ຈະ​ລົງ​ເລິກ​ປະຕິ​ຮູ​ບ​ແລະ​​ເປີດປະ​ຕູ​ຕໍ່​ພາຍ​ນອກ​ຕື່ມ​ອີກ,​ເລັ່ງລັດ​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດ ຖະກິດ,ກອງ​ປະຊຸມ​ເທື່ອ​ນີ້​ກໍ່​ຈະ​ຊີ້​​ທິດ​ຕົ້ນຕໍ​​​​​​ແຫ່ງການ​ພັດທະນາ​ຂອງ​ຈີນ​ໃນ​ຫຼາຍ​ປີ​ຕໍ່ຫນ້າ​.  ການ​ລາຍ​ງານຂ່າວ​ຂອງສື່​ມວນຊົນ​ຝຣັ່ງຊີ້​ອອກ​ວ່າ,​ເສດຖະກິດ​ຈີນ​ໄດ້​ພັດ​ທະນາ​ແບບ

​ກ້​າວກະ​ໂດດ​ພາຍ​ໃຕ້ທັດສະນະ​ວິທະຍາສາ​ດ​ແລະ​ສັງຄົມ​ທີ່​ກົມກຽວ​ກັນ,ຄວາມ​ຫມາຍ​ພິ​ເສດ​ຂອງ​ກອງ​ປະຊຸ​ມ​ເທື່ອ​ນີ້ກໍ່​ແມ່ນ​ເພື່ອຕົກລົງ​ຈະ​ວາງ​ແຜນການ 5 ປີ​ຕໍ່​ໄປ. ນີ້​ໄດ້​​​ເປັນ​ການ​ຮັບປະກັນ​​ແກ່​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ແລະ​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ​ພ້ອ​ມດ້ວຍການ​​ແກ້​ໄຂ​ບັນຫາ​ທີ່​ສັງຄົມ​ມີ​ຍຸດຕິ​ທຳ.

   ສື່​ມວນ​ຊົນຣັດ​ເຊຍ​ເຫັນ​ວ່າ, ​"ແຜນການ 5 ປີ​" ຄັ້ງ​ນີ້ຂອງ​ຈີນ​ຈະ​ເປັນ​ຂໍ​ກະ​ແຈ​ທີ່​ຈີນຈະ​ບັນລຸ​​​ເປົ້າ​ຫມາຍ​ທີ່ສ້າງ​ສັງຄົມ​ນິຍົມ​ທີ່​ອີ່ມ​ຫນຳ​ສຳລານ​ຢ່າງຮອບດ້ານ,ການ​ຍຶດຫມັ້ນ​ການ​ນຳພາ​ຂອງ​ພັກຄອມ​ມູນິດ​ຈີນ​ແມ່ນ​ການ​ຮັບປະກັນ​ໂດຍ​ພື້ນຖານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ​ໃນ 5 ປີ​ຕໍ່ຫນ້າ.

ທ່ານ​ຫຼີທາຍ​ແຮນ, ຫົວຫນ້ານັກ​ຄົ້ນຄວ້າຂອງ​ສະ​ຖາ​ບັນທີ່​ເປັນ​ດອກ​ເຕີດ້ານ​ການ​ເມືອງ​ວິທະຍາຂອງ​ສາທາລະນະ​ລັດ​ເກົາຫຼີກ່າວ​ວ່າ,​ໃນ​ໄລຍະ"​ແຜນການ5 ປີ ຄັ້ງ​ທີ 11",​ເສດຖະກິດ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ບົດບາດ​ອິດ​ທິພົນ​ສາກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຕ່​ວ່າ ການ​ເຕີບ​ໂຕ​ຂອງ​ເສດຖະກິດຕົ້ນຕໍ​ພຽງ​ແຕ່ສົນ​ໃຈ​ນຳ​ຕະຫຼາດ​ສາກົນ​ເທົ່າ​ນັ້ນ,​ ໃນ​ຕໍ່ຫນ້າ,​ຈີນ​ຈະເນັ້ນ​ຫນັກ​ເຖິງ​ການ​ເປີດກວ້າງ​ຕະຫຼາດ​ຂອງ​ພາຍ​ໃນ​ປະ​ເທດຫຼາຍ​ກວ່າ​ເກົ່າ,ຖ້າ​ແຜນການ​ດັ່ງກ່າວ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ,ບົດບາດ​ອິດ​ທິພົນ​ຂອງ​ຈີນ​ທີ່​ມີ​ຕໍ່​ເສ​ດຖະ ກິດ​ໂລກຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ທ່ານ​ອີ​ເອີນ ຈາ​ມົສ໌,ນັກ​ເຄື່ອນ​ໄຫວ​ກິດຈະກຳ​ສັງຄົມ​ຂອງອົສຕຼາລີ​ກ່າ​ວວ່າ, ຄຽງ​ຄູ່​ກັບຈີນ​ປະຕິບັດ​"​ແຜນການ5 ປີ ຄັ້ງ​ທີ 12",ກາ​ນປະກອບສ່ວນ​ຂອງ​ຈີນ​ທີ່​ມີຕໍ່​ການ​ພັດທະນາ​ຂອງ​ເສດຖະກິດ​​ໂລກ​ຈະ​ໃຫຍ່​ຫຼວງ​ກວ່າ​ເກົ່າ.  ທ່ານ​ຜູ່ຟັງ​ທີ່​ໂຄລົບ,ທ່ານ​ຟັງ​ມາ​ນັ້ນ​ແມ່ນCRI ​ເຈາະ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປະຊາ​ຄົມ​ໂລກ​ສົນ​ໃຈ​ນຳກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ຂອງ​ສູນ​ກາງພັກ​ຄອມ​ມູນິດ​ຈີນ​ສະ​ໄໝທີ 17,ສະ​ເຫ​ນີ​ໂດຍ​​ແກ້ວມະນີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ