ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​ຄັ້ງ​ທີ 7 ​ເລີ່ມ​ຂຶ້ນ

(GMT+08:00) 2010-10-20 16:57:16     cri

ງາ​ນວາງ ສະ​ແດງສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ 7 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຂອງ​ຈີນ-ອາ​ຊຽນຄັ້ງ​ທີ 7 ​ໄດ້​ໄຂ​ຂຶ້ນຢູ່​ເທດ​ສະບາ​ນນານ​ນິງ ຂອງ​ເຂດ​ປົກຄອງຕົນ​ເອງ​ເຜົ່າຈວ້ງກວາງຊີຂອງ​ຈີນ​ໃນ​ວັນ​ທີ 19 ຕຸລາ​ນີ້. ງານ​ວາງສະ​ແດງ​ສິນຄ້າແລະ​ກອງ​ປະຊຸ​ມ​ສຸດ​ຍອດເທື່ອ​ນີ້​ໄດ້​​ມີບຸກຄົນ​ສຳຄັນຈາກ​ວົງ​ການການ​ເມືອງ, ​​ອຸດສາຫະກຳ​ການ​ຄ້າ​ແລະ​ເສດຖະກິດ​ພ້ອມ​ດ້ວຍ​ຜູ່​ຊ່ຽວຊານ​ແລະ​ນັກວິຊາ​ການ​ຂອງຈີນ​ແລະ 10 ປະ​ເທດ​ໃນ​ອາ​ຊຽນ​​ເຂົ້າຮ່ວມ​. ຈີນ​ກ່າວ​ວ່າ​ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​​ໃນ​ອາ​ຊຽນຕື່ມ​ອີກ,​ເພື່ອ​ເຮັດ​ໃຫ້ງານ​ເທື່ອ​ນີ້ພົ້ນ​ເດັ່ນ​ກວ່າ​ເກົ່າແລະ​ມີປະສິດທິພາບກວ່າ​​ເກົ່າ.

ງານ​ວາງສະ​ແດງ​ສິນຄ້າ​ເທື່ອ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ,​ເຊິ່ງມີ​ຫົວ​ຂໍ້​ວ່າ:"​ເຂດ​ການ​ຄ້າ​ເສລີ​ແລະ​ໂອກາດ​ໃຫມ່ ". ງານ​ເທື່ອ​ນີ້​ມີ​ຫ້ອງ​ວາງສະ​ແດງທັງ​ຫມົດ 4000 ຫ້ອງ,​ເນື້ອ​ໃນ​ທີ່ວາງສະ​ແດງ​ນັ້ນລວມມີ5ຫົວ​ຂໍ້​ໃຫຍ່ຄື: ການ​ຄ້າ​ສິນຄ້າ,ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ,ການ​ຄ້າ​ດ້ານ​ການ​ບໍ​ລິ​ການ,​ເຕັກນິກ​ທີ່​ທັນສະ​ໄຫມ​ແລະ​ຕົວ​ເມືອງ​ທີ່​ມີ​ສະ​ເຫ​ນ່.

​ໃນ​ພິທີ​​ໄຂງານ,ທ່ານ​ຫມ້າ​ປ່ຽວ,ປະທານເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ ກ່າວວ່າ, ງາ​ນວາງສະ​ແດງສິນຄ້າ​ຈີນ​-ອາ​ຊຽນ​ໄດ້​ເປັນ​ສິ່ງທີ່ຊຸກ​ຍຸ​​​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ ​,ແລະ​ເປັນສັນຍາ​ລັກ​ແຫ່ງ​ການຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະ ຫວ່າງ​ຈີນ​ກັບ​ອາ​ຊຽນ. ທ່ານ​ກ່າວ​ວ່າ:

"​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​​​​ໃຫ້​ສຳ​ເລັດແມ່ນ​ໂອກາດ​ໃຫມ່​ຂອງ​ຈີນ​ກັບ​ອາ​ຊຽນ, ​​ແລະ​ກໍ່ແມ່ນ​ໂອກາດ​ໃຫມ່​ຂອງ​ອາຊີ​​ກໍ​ຄືທົ່ວໂລກ. ໃນ​ຖານະທີ່​ເປັນ​ຝ່າຍ​ເຈົ້າພາບ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​​ເທື່ອ​ນີ້ ດ່ານຫນ້າ​ແລະ​ປ່ອງຢ້ຽມ​ຂອງ​ຈີນ​ທີ່​ອ່ວາຍ​ຫນ້າ​ໄປ​ສູ່​ອາ​ຊຽນ, ​ເຂດ​ກວາງ​ຊີ​ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ພັດທະນາບົດບາດ​ຂອງເວທີ​ງານ​ວາງສະ​ແດງ​ຕື່ມ​ອີກ, ​ເປີດ​ກວ້າງ​ບົດບາດ​ແລະ​ປັບປຸງ​ກົນ​ໄກ​ໃຫ້ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເມື່ອ​​ໄດ້ຜ່ານ​ການ​ສ້າງ​ເວທີ​ຂໍ້​ມູນ​ລະຫວ່າງ ຈີນ​ກັບ​ອາ​ຊຽນ,​​ແລ້ວ​​ເຮັດ​ໃຫ້​ງານ​ວາງສະ​ແດງ​ສິນຄ້າ ​ກາຍເປັນ​​ສູນ​ແລກປ່ຽນ​ຂໍ້​ມູນ​ ​ໃນ​ຫຼາຍຂົງ​ເຂດ​ ເຊັ່ນ:ການ​ຄ້າ,ການ​ລົງທຶນ,ວັດທະນະທຳ,​ການ​ສຶກສາ​ແລະ​ອື່ນໆ​ແລະ​ເປັນງານ​ວາງສະ​ແດງ​ສິນຄ້າ​ທີ່​ຈັດ​ເປັນ​ປົກກະຕິ, ​ເພື່ອຮັບ​ໃຊ້​ຕໍ່​ການ​ພັດທະນາ​​ເຂດ​ການ​ຄ້າ​ເສລີ​ແລະ​ສ້າງ​ຄວາມສະດວກໃຫ້​ແກ່ວິ​ສາ​ຫະກິດ​ແລະ​ປະຊາຊົນຂອງ​ປະ​ເທດ​ຕ່າງໆ​​​ໄດ້ດີກ​ວ່າ​ເກົ່າ."


ວັນ​ທີ 1 ມັງກອນ ປີ​ນີ້, ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ, ຜະລິດ​ຕະພັນຂອງຈີນ​ທີ່ຊື້​ຈາກອາ​ຊຽນ ຈະ​ບໍ່​ເກັບ​ພາສີ​ 7000 ກວ່າຊະນິດ ​, ​​ເຊິ່ງກວມ​ຜະລິດ​ຕະພັນ​ທັງ​ຫມົດ 93%. ພ້ອມ​ກັນ​ນັ້ນ, ປະ​ເທດ​ອາ​ຊຽນ ກໍ່​ຈະ​ປັບປຸງ​ອັດຕາ​ພາສີ​​ເຊັ່ນ​ດຽວ​ກັນ. ຄຽງ​ຄູ່​ກັບ​ພາສີ​ອາກອນຂອງສອງ​ຝ່າຍ​ໄດ້​ຫຼຸດຕ່ຳລົງ​ຕື່ມ​ອີກ,ຊ່ອງ​ທາງ​​ເຂົ້າ​ສູ່ຕະຫຼາດ​ຂອງ​ຜະລິດ​ຕະພັນ​ທີ່ສາມາດຊ່ອຍ​ຊູ​ຍູ້​ຫນູນ​ກັນ ຈະ​​ເປີດ​ກວ້າງ​ຢ່າງ​​ແຂງ​ແຮງ. ນັບ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ສິງຫາ​ປີ​ນີ້, ມູນ​ຄ້າ​ການ​ຄ້າ ລະຫວ່າງຈີນ​ກັບອາ​ຊຽນ​ໄດ້ມີ​ເຖິງ 185 ຕື້ 400 ລ້ານ​ໂດ​ລາ.   ໃນ​ຖານະ​ທີ່​ເປັນ​ປະ​ເທດກະຕິ​ມະ​ສັກ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ເທື່ອ​ນີ້, ອິນ​ໂດ​ເນ​ເ​ຊຍ ຈະ​ຈັດ​ກິດຈະກຳ​ທີ່​ມີ​ຫຼາກ​ຫຼາຍສີສັນ​​ໃນ​ໄລຍະ​ງານວາງສະ​ແດງທີ່​ຈະ​ດຳ​ເນີນ​​ໄປເປັນ​ເວລາ 5 ວັນ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຕົນ​ກັບປະ​ເທດ​ຕ່າງໆ​. ທ່ານ​ບົວດີ​ໂອ​​ເນ,ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ພາຄະ​ນະ​ຜູ່​ແທນ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ກ່າວ​ວ່າ:

"​ເສົາ​ຄ້ຳ​ທີ່​ສຳຄັນ​ທີ່​ສຸດໃນການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍພວກ​ເຮົາ ກໍ່​ແມ່ນ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ. ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ອັນ​ດັບ​ທີ 3ຂອງ​ທົ່ວ​ໂລກ​ ໄດ້​ສ້າງ​ສຳ​ເລັດ​​ຕາມ​ເວລາ​ກຳນົດ​ໃນປີ​ນີ້, ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ​ໄດ້ກ້າວ​ໄປ​ສູ່​ສັງກາດ​ໃຫມ່​ແລ້ວ. ຂະ​ບວນ ການເຊື່ອມ​ໂຍງ​ເສດຖະກິດຂອງພາກ​ພື້ນ​ເຂົ້າ​ເປັນ​ອັນ​ດຽວ​ກັນກໍ່​ໄດ້​ເປັນ​ຂີດຫມາຍ​ປະຫວັດສາດ​ໃຫມ່.​"​   ຫຼັງ​ຈາກ​ນັ້ນ,ທ່ານ​ເຈຍ​ຊີ້​ງລິນ, ປະທານ​ສະພາປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນກໍ່​​​ໄດ້​ເຂົ້າ​ຮ່ວມພິທີ​ໄຂ​​ກອງ​ປະຊຸມ​ສຸດ​ຍອດ​ທຸລະ​ກິດ​ແລະ​ການ​ລົງທຶນ​ຂອງ​ຈີນ-ອາ​ຊຽນຄັ້ງ​ທີ 7,​ ທ່ານ​​ໄດ້​ກ່າວ​ເນັ້ນ​ວ່າ, ການປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຈີນ​-ອາຊຽນນັ້ນ​ແມ່ນ​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ຈີນ​ແລະ​ອາ​ຊຽນ.


ທ່ານ​ປະທານເຈຍ​ຊິ້ງລິນ​ຍັງກ່າວ​ວ່າ,ຈີນ​ຫວັງ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຈະລົງ​ເລິກ​ຫົວ​ຂໍ້,​ເສີ​ມຂະຫຍາຍ​ບົດບາດ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາຊຽນຕື່ມ​ອີກ,​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝ່າຍ​ແລະ​ການ​ລົງທຶນ​ຕໍ່ກັນ​,​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ຕິດ​ຕໍ່​ພົວພັນ​ກັນ​, ​ດຳ​ເນີນ​ການຮ່ວມ​ມື​ກັນ​ໃນ​ໂຄງການ​ສຳຄັນ​ດ້ານຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ຂະຫນາ​ດກາງ​ແລະ​ນ້ອຍ​ຂອງ​ຈີນ​ກັບ​ອາ​ຊຽນ​ແລກປ່ຽນ​ການ​ຮ່ວມ​ມື,​ເຕົ້າ​ໂຮມສະຕິ​ປັນຍາ​ທີ່​ດີ​ເລີດ​ເພື່ອ​ມາ​ນຳ​ໃຊ້,ປະກອບ​ຄວາ​ມຄິດ​ຄວາມ​ເຫັນ,​ເພື່ອ​ຊຸກຍູ້​ໃຫ້ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ອາ​ຊຽນ ກ້າວ​ໄປ​ຫນ້າຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ