ທະ​ນາ​ຄານ​ກາງ​ຂອງ​ຈີນ​ຍົກ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ

(GMT+08:00) 2010-10-21 16:24:12     cri
ຕອນ​ຄ່ຳ​ວັນ​ທີ 19 ຕຸລາ​ນີ້, ທະນາຄານ​ປະຊາຊົນ​ຈີນ​​ໄດ້ປະກາດ​ວ່າ, ນັບ​ແຕ່​ວັນ​ທີ 20 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ຍົກ​ອັດຕາ​ດອກ​ເບ້ຍ​ມາດຕະຖານ​ພື້ນຖານ​ຂອງເງິນ​ຝາກ​ທະນາຄານ​​ແລະ​ເງິນ​ກູ້​ຈີນຂອງສະ​ຖາ​ບັນ​ການ​ເງິນໃຫ້​ສູງ​ຂຶ້ນ; ອັດຕາ​ດອກ​ເບ້ຍ​ມາດຕະຖານ​ພື້ນຖານ​ຂອງເງິນ​ຝາກ​ປະຈຳໄລຍະ​ຫນຶ່ງ​ປີຂອງ​ສະ​ຖາ​ບັນ​ການ​ເງິນ ​ຈະ​ຈາກ 2,25% ​ໃນ​ປັດຈຸບັນ ຂຶ້ນ​ເປັນ 2,5%; ເງິນ​ກູ້​ໄລຍະ​ຫນຶ່ງ​ປີ​ ຈະ​ຈາກ 5,31% ຂຶ້ນ​ເປັນ 5,56%.​ສ່ວນ​ເງິນ​ຝາກ​ແລະ​​ເງິນ​ກູ້​ລະດັບ​ຕ່າງໆ​ອື່ນ​ກໍ່​ໄດ້​ປັບປຸງຢ່າງ​​ເຫມາະ​ສົມຄື​ກັນ. ​ນັກ​ເສດຖະສາດເຫັນ​ວ່າ, ຄວາມ​ສ່ຽງ​ຂອງ​ເສດຖ​ະກິດ​ທີ່​ຫຼຸດ​ຕ່ຳລົງ​ໃນ​ປະຈຸ​ບັນ​ອາດ​ຈະ​ຫາຍ​ໄປ​ໂດຍ​ພື້ນຖານ, ສ່ວນ​ແຮງ​ກົດ​ດັນ​ທີ່​ລາຄາ​ສິນຄ້າ​ແພງ​ຂຶ້ນ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ,ແລະໄພ​ເງິນ​ເຟິ້ທີ່​ຄາດ​ໄວ້ລ່ວງ​ຫນ້າ​ກໍ່​​ໄດ້ເພີ່ມ​ຂຶ້ນ​ໃນ​ລະດັ​ບ​ໃດ​ຫນຶ່ງ, ການ​ຍົກ​ອັດຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ​ແມ່ນ​ການ​ຕັດສິນ​ໃຈ​ທີ່ ​ຖືກຕ້ອງ​ຂອງທະ ນາຄານ​ກາງ​ເພື່ອ​ຮັກສາ​ໃຫ້​ເສດຖະກິດພັດທະນາ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ໄວ​ສົມຄວນ​ແລະ​ຄຸ້ມ​ຄອງການ​ຄາດ​ການ​ລ່ວງ​ຫນ້າ​ທີ່​ມີຕໍ່ໄພ​ເງິນ​ເຟີ້​​​ໃຫ້​ດີ​ຂຶ້ນຫຼັງ​ຈາກ​ພິຈາລະນາຢ່າງສຸຂຸມຮອບ​ຄອບ.

ນີ້​ແມ່ນ​ທະນາຄານ​ກາງ​ຈີນ​ຍົກ​ອັດຕາ​ດອກ​ເບ້ຍ​​ເທື່ອ​ທຳ​ອິດ​ໃນຮອບ 3 ປີ.​ ​ເທື່ອ​ຫຼ້າທ້າຍ​ທີ່​ທະນາຄານ​ກາງ​ຍົກ​ອັດ​ຕາດ​ອກ​ເບ້ຍ​ແມ່ນ​​ໃນເດືອນ​ທັນວາ 2007, ປີ2007,​ເພື່ອ​ຮັບ​ມື​ກັບການຫມູນວຽນ​ຂອງ​ເງິນຕາ​ທີ່​ລົ້ນເຫຼືອແລະ​ແຮງ​ກົດ​ດັນ​ຂອງ​ໄພ​ເງິນ​ເຟີ້, ທະນາຄານ​ກາງ​​​ໄດ້​ຍົກອັດຕາມາດຕະຖານ​ພື້ນຖານ​ຂອງ​ເງິນ​ຝາກ​ແລະ​ເງິນ​ກູ້ 6​ເທື່ອ​. ນັບ​ແຕ່​ເດືອນ​ກັນ​ຍາ 2009​ເປັນ​ຕົ້ນ​ມາ, ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ທະນາຄານ​ກາງ​ກໍ່​ໄດ້​ເລີ່​ມຫຼຸດ​ອັດຕາ​ດອກ​ເບ້ຍ​ໃຫ້​ຕ່ຳ​ລົງ,​​ໄດ້ຫຼຸດ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ເທື່ອ, ​ແລະ​​ເງິນ​ຝາກ​ 4 ​ເທື່ອ. ທ່ານ​ຈ້າວ​ຊີ່​ຈຸ່ນ,ຮອງ​ຫົວຫນ້າ​ຂອງ​ສະຖາ​ບັນ​ຄົ້ນຄວ້າການ​ເງິນແລະ​ຫຼັກຊັບ​ຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ກໍ່​ໄດ້​ວິ​ເຄາະ​ກ່ຽວ​ກັບ​ສາ​ເຫດ​ທີ່​ທະນາຄານ​ກາງ​ຍົກ​ອັດຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນຄື:

"ອັນ​ທີ​ຫນຶ່ງ​ແມ່ນ​ເພື່ອ​ຮັບ​ມື​ກັບ​ແຮງ​ກົດ​ດັນ​ທີ່ລາຄາ​​ສິນ​ຄ້າແພງ​ຂຶ້ນ. ອັນ​ທີ​ສອງ​ແມ່ນ​ສາມາດ​ຜ່ອນຄາຍ​ສະພາບ​ການ​ສະ​ຫນອງ​ເງິນຕາ​​ໄດ້​​ໄວ​ສົມຄວນ, ​ເພາະວ່າ​ອີງ​ຕາມ​ສະພາບ​ໃນ​ປະຈຸ​ບັນ, ຈັງຫວະ​ເຕີບ​ໂຕ​ຍັງ​ໄວ​ສົມຄວນ. ອັນ​ທີ​ສາມ​ແມ່ນ​ຄຳນຶງ​ເຖິງການ​ຮັບ​ມື​ກັບ​ສະພາບ​ອັດຕາ​ດອກ​ເບ້ຍ​ທາງ​ລົບ​ຂອງເງິນ​ຝາກ,ອັນ​ທີ່​ວ່າອັດຕາ​ດອກ​ເບ້ຍ​ທາງ​ລົບກໍ່​ຫມາຍ​ຄວາມ​ວ່າປະຊາຊົນຝາກ​ເງິນ​ໃນ​ທະນາຄານ​ແລ້ວ ຍັງ​ເປັນ​ຫ່ວງນຳ​​ເງິນ​ຝາກ​ຂອງ​ຕົນ​ເອງ​ທີ່ຫຼຸດ​ຫນ້ອຍ​ລົງ,ຫຼັງ​ຈາກ​ຍົກ​ອັດຕາ​ດອກ​ເບ້​ຍ​ໃຫ້​ສູງ​ຂຶ້ນ​ແລ້ວ,ສາມາດ​ປ່ຽນ​ແປງ​ສະພາບ​ອັດຕາ​ດອກ​ເບ້ຍ​ທາງ​ລົບ​ໄດ້.ອັນ​ທີ​ສີ​ກໍ່​ແມ່ນ​ຈຸດປະສົງ​ຂອງການ​ຕັດສິນ​ໃຈດັ່ງກ່າວ​ທີ່​ຍົກ​ອັດຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນສ່ວນ​ຫຼາຍ​ແມ່ນ​ເພື່ອ​ສົ່ງ​ເສີມ​​ໃຫ້ຕະຫຼາດ​ຜ່ອນຄາຍໄພ​ເງິນ​ເຟິ້ທີ່​ຄາດ​ໄວ້ ​ກໍ່​ຄື​ເພື່ອ​ຄຸ້ມ​ຄອງ​ບົດບາດ​ຂອງ​ໄພ​ເງິນ​ເຟີ້. "

ຕາມ​ຕົວ​ເລກ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈັງ​ຫວະ​ການ​ເພີ່ມ​ຂຶ້ນ​ຂອງ​ອຸດສາ ຫະກຳ​ຈີນ​ໃນ​ເດືອນ​ສິງຫາ​ປີ​ນີ້​ໄດ້​ຟື້ນ​ຕົວດີ​ຂຶ້ນ​ເທື່ອ​ທຳ​ອິດ​​ນັບແຕ່​ຕົ້ນປີ​ນີ້​ມາ, ​ເສດ​ຖະກິດ​ຈີນ​ພວມ​ຈາກ​ສະພາບການ​ຫຼຸດ​ຕ່ຳລົງ​ຫັນໄປ​ສູ່​ການ​ຟື້ນຟູ​ຄືນ​ໃຫມ່. ພ້ອມ​ກັນ​ນັ້ນ, ຕົວ​ເລກດັດ​ສະ​ນີລາຄາ​ສິນຄ້າ​ຂອງ​ຈີນກໍ່​ໄດ້​ຫຼາຍ​ກວ່າ​ລະດັບ​ອັດຕາ​ດອກ​ເບ້ຍ​​ເງິນຝາກ​ປະຈຳໄລຍະ​ຫນຶ່ງ​ປີ,ສອງ​ປີ​ແລະ​ສາມ​ປີ,  ປະຊາຊົນກໍ່​ບໍ່ໄດ້ຝາກ​ເງິນ​ຕົວ​ຈິງ​ມາ​ເປັນ​ເວລາ 7 ​ເດືອນ​ລຽນຕິດ. ທ່ານ​ຈ້າວ​ຊີ່​ຈຸ່ນ​ ກໍ່ອະທິບາຍ​​ເພີ່ມຕື່ມ​ຕໍ່​ປັດ​ໄຈສັງຄົມ ຕົວ​ຈິງທີ່​ຍົກ​ອັດຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ, ທ່ານ​ກ່າວ​ວ່າ:

ຖ້າ​ບໍ່​ໄດ້​ຍົກ​ອັດຕາ​ດອກ​ເບ້ຍ​ໃຫ້​ສູງ​ຂຶ້ນ,ກໍ່​ສະ​ແດງ​​ໃຫ້​ເຫັນ​ວ່າ​ປະຊາຊົນ​ນັບ​ມື້​ນັບ​ບໍ່ມີ​ຄວາມ​ຫມັ້ນ​ໃຈຈ​ຕໍ່​ສະພາບ​​ເສດຖະກິດໃນ​ອະນາຄົດ.ດຽວ​ນີ້​ທະນາຄານກາງ​ຈີ​ນໄດ້​ວາງ​ມາດ​ຕະການ​ແລ້ວ, ​ເຖິງ​ແມ່ນ​ວ່າ​ອັດຕາດອກ​ເບ້​ຍຍົກ​ຂຶ້ນບໍ່​ສູ​ງຫລາຍ,​ແຕ່​ອັນນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ຂອງ​ທະນາຄານ​ກາງຈີນທີ່​ຈະ​ຮັບ​ມື​ກັບ​ການ​ຂຶ້ນ​ລາຄາ. ປະຊາຊົນ​ກໍ​ອາດຈະ​ປ່ຽນ​ທັດສະນະ​ວ່າ​, ໃນ​ອະນາ​ຄົດ, ລາຄາ​ສິນຄ້າຈະ​ບໍ່​ຂຶ້ນ​, ເພາະວ່າທະນາຄານ​ກາງ​ໄດ້​ເລີ່​ມແກ້​ໄຂເງິນ​ເຟີ້​ແລ້ວ​. ພາຍຫລັງວິ​ກິດ​ການ​ການ​ເງິນ,​ເພື່ອ​ຮັບ​ມື​ກັບ​ເງິນ​ເຟີ້, ອົສຕຼາຣີ, ນັອກ​ແວ, ອິນ​ເດຍ, ​ເບຼ​ຊິນ​ແລະ​ກຸ່ມ​ເສດຖະກິດອື່ນໆ​ລ້ວນ​ແຕ່ໄດ້​ເພີ່ມ​ອັດຕາດອກ​ເບ້ຍ,​ແຕ່​ພ້ອມ​ດຽວ​ກັນ​ນີ້, ທະນາຄານ​ກາງຂອງອາ​ເມ​ລິ​ກາ, ​ເອີ​ລົບ, ຍີ່​ປຸ່ນ​ແລະ​ກຸ່ມ​ເສດຖະກິດປະ​ເທດຈະ​ເລີ​ນ​ອື່ນ​ໆຍັງ​ປະຕິ​ບັດ​ນະ​ໂຍບາຍດອກ​ເບ້ຍຕ່ຳຄື​ເກົ່າ. ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດທີ່ທະນາຄານ​ກາງຂອງ​ຈີນ​ໄດ້​ເພີ່ມອັດຕາດອກ​ເບ້ຍ​ໃນ3​ປີ​ຜ່ານ​ມາ, ​ໄດ້​ກາຍ​ເປັນອີກ​ປະ​ເທດ​ຫນຶ່ງ​ທີ່​ເພີ່ມ​ອັດຕາ​ດອກ​ເບ້ຍຕໍ່​ຈາກ​ອິນ​ເດຍ​ແລະ​ເບຼຊິນ, ອັນ​ນີ້​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຈີນ​ເພື່ອລະງັບ​ເງິນ​ເຟີ້ທີ່​ຄາດ​ໄວ້​ລ່ວງຫນ້າ​ແລະ​ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຫມັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ