ທ່ານ​ອະພິສິດ ​ເວ​ດຊາ​ຊີວະ​ຮຽກຮ້ອງ​ມວນ​ຊົນໄທຊ່ອຍ​ເຫຼືອຜູ່​ປະສົບ​ໄພ

(GMT+08:00) 2010-10-21 17:22:02     cri

ຕາມ​ຂ່າວcri:ວັນ​ທີ20 ຕຸລາ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະນາຍົກລັດຖະມົນຕີ​ໄທ​ຮຽກຮ້ອງ​ປະຊາຊົນ​ທົ່ວ​ປະ​ເທດປະກອບສ່ວນ​ຮ່ວມ​ກັນ​ໃນ​ການຊ່ອຍ​ເຫຼືອ​ຜູ່​ທີ່​ປະສົບ​ໄພ​ນ້ຳ​ຖ້ວມຢູ່ພາກ​ກາງ.ທ່ານ​ອະພິສິດ​ຍັງ​ກ່າວ​ວ່າ,ຫວັງ​ໃຫ້​ມວນ​ຊົນ​ເສີມ​ຂະຫຍາຍ​ຄວາ​ມີ​ນ້ຳໃຈ,ບໍລິຈາກ​ເງິນ​ແລະ​ວັດຖຸສຸດ​ກຳລັງ​​ເພື່ອຊ່ອຍ​ເຫຼືອ​ຜູ່ປະສົບ​ໄພ

ອົງການ​ປົກຄອງ​ບາງກອກ​ໄດ້​ສ້າງ​ຕັ້ງ​ສູນ​ບໍລິຈາກ​​ເພື່ອ​ຊ່ອຍ​ເຫຼືອ​ຜູ່​ປະສົບໄພ,​ແລະ​ຕັ້ງ​ສຳນັກງານ​ເຮັດ​ວຽກ​50​​ເພື່ອ​ຮັບບໍລິຈາກ​ວັດຖຸ​ຕ່າງໆ​ຢ່າງ​ກວ້າງຂວາງ,​ເພື່ອ​ສົ່ງ​ໃຫ້​ເຂດ​ປະສົບ​ໄພ.ນັບ​ຮອດ​ວັນ​ທີ20 ຕຸລາ​ນີ້,​ ຈັງຫວັດ​ເກືອບ1/3​ໃນ​ທົ່ວ​ປະ​ເທດໄທປະສົບ​ໄພ​ນ້ຳ​ຖ້ວມ,​ເຮັດ​ໃຫ້15ຄົນ​ເສຍ​ຊີວິດ,8​ແສນ​ກວ່າ​ຄົນ​ປະສົບ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ