ຈີນ​ກັບ​ອາຊ​ຽນລົງ​ເລິກການ​ຮ່ວມ​ມື​ທາງ​ການ​ທະນາຄານ

(GMT+08:00) 2010-10-21 17:49:49     cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ20 ຕຸລາ​ນີ້,"​ເວທີປຶກສາ​ຫາລື​ສຸດ​ຍອດກ່ຽວກັບ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານການ​ທະນາຄານ"​ເຊິ່ງ​ເປັນ​ເວທີ​ປຶກສາ​ຫາລື​ໜຶ່ງຂອງ​ງານ​ວາງສະ​ແດງ​ສິນຄ້າຈີນ​ອາຊ​ຽນຄັ້ງ​ທີ7​​ໄດ້ອັດ​ລົງ​ແລ້ວ​ຢູ່ໜານ​ໜິງ,ທຸກ​ຝ່າຍ​ທີ່​​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ​ໄດ້​ມີ​ຄຳ​ເຫັນ​ເປັນ​ເອກ​ກະສັນ​ກັນ3ຂໍ້​ກ່ຽວກັບ​ການລົງ​​ເລິກ​ຮ່ວມ​ມື​ທາງ​ການ​ທະນາຄານ,ຄືເສີມ​ຂະຫຍາຍ​ບົດບາດ​ແກນ​ກາງ​ໃນ​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ,ສ້າງ​ຕັ້ງ​ລະບົບ​ຕະຫຼາດ​ການ​ທະນາຄານ​ພາກ​ພື້ນ​ທີ່​ເປັນ​ເອກະ​ພາບ​ກັນ,ສ້າງ​ຕັ້ງ​ກົນ​ໄກ​ການ​ຮ່ວມ​ມືດ້ານການ​ທະນາຄານ​ພາກ​ພື້ນ​ທີ່ລົງ​ເລິກ​ຕົວຈິງ​ແລະມີ​ປະສິດທິພາບສູງ.

ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເຫັນ​ວ່າ,ຕ້ອງ​ຊຸກຍູ້ເຮັດ​ໃຫ້ຕະຫຼາດການ​ທະນາຄານພາຍ​ໃນ​ພາກ​ພື້ນ​ໝັ້ນ​ທ່ຽງ,ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ປະສິດທິພາ​ບຢ່າງ​ໝັ້ນຄົງ,ສ້າງ​ຕັ້ງ​ລະບົບ​ການ​ທະນາຄານ​ທີ່​ເປັນເອກະພາບ​ກັນ​ພາຍ​ໃນ​ພາກ​ພື້ນ,ຈິ່ງ​ສາມາດ​ສະໜອງ​ກຳລັງ​​ແຮງໃຫ້ການ​ພັດທະນາ​ເສດຖະກິດ​ໝົດ​ທຸກ​ຂະ​ແໜງ​ການ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,​ເພີ່​ມທະວີ​ຄວາມ​ໝັ້ນ​ທ່ຽງ​ຂອງ​ອົງ​ກອນ​ເສດຖະກິດ​ພາຍ​ໃນ​ພາກ​ພື້ນ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລົງ​ເລິກ​ແລະ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ