ກວາງ​ໂຈ່​ວ​ໄດ້​ເຮັດວຽກວຸຕຸ​ນິຍົມ​ເປັນ​ຢ່າງ​ດີ​ໃຫ້​​ເອຊຽນ​ເກ​ມ

(GMT+08:00) 2010-10-22 17:07:18     cri

ຕາມ​ຂ່າວcri:ວັນ​ທີ22 ຕຸລາ​ນີ້, ​ງາ​ນຖະ​ແຫຼ​ງຂ່າວ​ກ່ຽວຂ້ອງ​​ແຈ້ງ​ໃຫ້​ຊາບວ່າ,​ໂດຍ​​ໃຊ້ເວລາ6ປີ,ຂະ​ແໜງ​ການອຸຕຸນິຍົມ​ຂອງກວາງ​ໂຈ່​ວ​ໄດ້​ກະກຽມ​​ເອຊຽນ​​ເກ​ມຄັ້ງ​ທີ16​ໃນດ້ານ​ພະນັກງານ,​​ເຄື່ອງມື​ອຸປະກອນ​ແລະ​ໜ່ວຍ​ງານ​ຕ່າງໆ.

ເພື່ອກະກຽມ​​ເອຊຽນເກ​ມ,ຂະ​ແ​ໜງການອຸຕຸນິຍົມ​ກວາງ​ໂຈ່​ວ​ໄດ້​ຕັ້ງ​ສູນ​ບໍລິການ​ອຸຕຸນິຍົມ​ເອຊຽນ​ເກ​ມກວາງ​ໂຈ່​ວ,​ໃນ​ຂະນະ​ດຽວ​ກັນກໍ່​ໄດ້ວາງ"​ແຜນການ​ຮັບ​ມື​ສຸກ​ເສີນ​ດ້ານ​ອຸ​ດຸ​ນິຍົມຂອງ​​ເອຊຽນ​ເກ​ມ​ແລະ​​ເອຊຽນ​ເກ​ມຄົນ​ພິການ​ປີ2010ກວາງ​ໂຈ່​ວ"​ແລະ​ແຜນການຮັບ​ມື​ດ້ານອາກາດສະ​ເພາະ​ພິທີ​ໄຂຂອງ​​ເອຊຽນເກ​ມ".

ນອກ​ນີ້,ຂະ​ແໜງ​ການອຸຕຸນິຍົມ​ກວາງ​ໂຈ່​ວຈະ​ນຳ​ໃຊ້​ສະຖານີ​ອຸຕຸນິຍົມແຫ່ງ​ຊາດ445​ແຫ່ງ,ສະຖານີ​ອຸຕຸນິຍົມ​ອັດຕາ​ໂນ​ມັດ6073​ແຫ່ງ,ຕິດຕາມວັດ​ແທກສະພາບອາກາດ​ຕ່າງໆ​ໃນ​ໄລຍະ​ການ​ແຂ່ງຂັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ