ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ອາ​ຊຽນມີໂອກາດ​ພັດທະນາ​ທີ່​ໃຫຍ່​ຫລວງກວ່າ​ເກົ່າ

(GMT+08:00) 2010-10-26 15:01:04     cri

ວັນ​ທີ 25 ຕຸລາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ນາງ​ຖົງ​ສ້ຽວ​ຫລິງ,​ເອກອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນຜູ່​ທີ​ສອງ​ກ່າວ​ວ່າ, ​ເມື່ອ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ,ນາງ​ຮູ້ສຶກ​ທັງ​ດີ​ໃຈ​ທັງ​ມີ​ກຽດ ຫລາຍ,​ແລະ​ຮູ້​ວ່າ​ຕົນ​ເອງ​ມີຫນ້າ​ທີ່​ອັນຫນັກຫນາ.ການ​ພົວພັນ​​ເປັນ​ປະ​ເທດ​ຄູ່​ເຈລະຈາລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ເຂົ້າ​ສູ່​ປີ​ທີ 20 ​ແລ້ວ,ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ ຫວ່າງ​ສອງ​ຝ່າຍ​ພວມ​ຢືນ​ຢູ່​ຈຸດ​ເລີ່​ມຕົ້ນ​ອັນ​ໃຫມ່,​ແລະ​ຈະ​ປະ​​ເຊີນ​ກັບ​ໂອກາດ​ພັດທະນາ​ທີ່ດີກວ່າ​ເກົ່າ.

ນາງ​ຖົງ​ສ້ຽວ​ຫລິງ​ເຄີຍ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ບຼູ​​​ໄນ,​​ແລະ​​ໄດ້ເຮັດ​ວຽກ​ການ​ຕ່າງປະ​ເທດ ​ກັບ​ອາຊີ​ອາຄະ​ເນ​ເປັນ​ເວລາ​ດົນ​ນານ.ນາງ​ກ່າວ​ວ່າ,​ໃນ​ໄລຍະ​ດຳລົງ​ຕຳ​ແຫນ່​ງ,ນາງ​ຈະ​ອອກ​ແຮງຊຸກ​ຍູ້​ວຽກ​ງານ​ຕ່າງໆ​ເຊັ່ນ:ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ການ​ພັດທະນາ​ແບບ​ຍືນ​ຍົງ,ການ​ແລກປ່ຽນ​ດ້ານ​ວັດ​ທະນະ​ທຳ​ສັງຄົມມະນຸດ​ແລະ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ,​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ກ້າວຂຶ້ນ​ສູ່​ລະດັບ​ສູງກວ່າ​ເກົ່າ.

ນາງ​ຖົງ​ສ້ຽວ​ຫລິງກ່າວ​ວ່າ, ປີ 2011 ​ແມ່ນ​ປີ​ທີ່​ຈີນ​ກັບ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 20 ປີ​.​ພາຍ​ໃນ​ເວລາ​ບໍ່​ຮອດ 20 ປີ​ທີ່​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ຈາກ​ຄູ່​​ເຈລະ​ຈາກາຍ​ເປັນ​ຄູ່​ຍຸດ​ທະ​ສາດ,ມູນ​ຄ່າ​ການ​ຄ້າ​ກໍ່​ເຕີບ​ໂຕຫລາຍ​ກວ່າ 20% ຕໍ່​ປີ​,​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນກໍ່ສ້າງ​ສຳ​ເລັດ​ຢ່າງຮອບດ້ານ, ຈີນ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ຫນຶ່ງ​ຂອງ​ອາ​ຊຽນ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເຂົ້າ​ສູ່​ທົ່ວ​ທຸກຂະ​ແຫນງ​ການແລ້ວ.

ນາງ​ຖົງ​ສ້ຽວ​ຫລິງ​ກ່າວ​ວ່າ, ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ແມ່ນ​ການ​ຮັບປະກັນ​ອັນ​ສຳຄັນ​ຕໍ່​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.ການ​ເລັ່ງລັດ​ຊຸກ​ຍູ້ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຈີນ​ກັບ​ອາ​ຊຽນໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ແມ່ນ​ທິດ​ທີ່​ຕ້ອງ​ເຮັດ​ກ່ອນ​ຫມູ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.ຈີນ​ກັບ​ອາ​ຊຽນ​ໄດ້​ວາງ​ແຜນການ​ຍຸດ​ທະ​ສາດ​ດ້ານ​ຄົມມະນາຄົມ​ຈີນ​ອາ​ຊຽນ​ແລ້ວ, ​ແລະ​ພວມຕົກລົງ​ເອົາ​ໂຄງການ​ຕາຫນ່າງ​ຄົມມະນາຄົມ​ທາງບົກ,ທາງ​ທະ​ເລ​ແລະ​ທາງ​ອາກາດ​ເປັນ​ໂຄງການ​ທີ່​ຈະ​ສ້າງ​ກ່ອນ​ຫມູ່.

ນາງ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ແຜນການ​ລວມກ່ຽວ​ກັບ​ການ​ສ້າງ​ພື້ນຖານ​​ໂຄງລ່າງ​ຂອງອາ​ຊຽນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ທີ່​ຈະ​ໃຫ້​ອາ​ຊຽນຄົ້ນ ຄວ້າພິຈາລະນາ​ເພື່ອ​ຮັບຮອງ,​ແລະ​ຍິນ​ດີ​ພົວພັນ​ກັບ​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ​ແລະ​ອາ​ຊຽນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​,​ແລ້ວ​ໃຫ້ການ​ສະຫນັບສະຫນູ​ແກ່​ໂຄງການ​ທີ່​ຈະ​ເຮັດ​ກ່ອນ​ຫມູ່​ໃນ​ແຜນການ​ດັ່ງກ່າວ, ​ເພື່ອ​ພະຍາຍາມ​ເຮັດໃຫ້​ປະ​ເທດ​ຕ່າງໆ​ມີ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ​ໂທລະ​ຄົມ​ແລະພະລັງງານ.ນາງ​ເວົ້າວ່າ:"​ເປົ້າ​ຫມາຍ​ສຸດ​ທ້າຍ​ທີ່​ຈີນ​ກັບ​ອາ​ຊຽນ​ເຊື່​ອມ​ໂຍງ​ກັນ​ແມ່ນ​ເພື່ອ​ໃຫ້​​ທຶນ,ວັດຖຸ​ແລະ​ຜູ່ຄົນ​ໄປມາ​ຢ່າງ​ສະດວກ​ສະບາຍ​ໃນພາກ​ພື້ນນີ້,​ເຊິ່ງຈະ​ມີ​ບົດບາດ​ຊຸກ​ຍູ້​ຢ່າງ​ແຂງ​​ແຮງ​ທີ່​ສຸດແກ່​ກາ​ນສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ."

ນາງ​ຖົງ​ສ້ຽວ​ຫລິງ​ກ່າວ​ວ່າ, ຈີນ​ສະຫນັບສະຫນູນ​ແລະ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ປະຊາ​ຄົມ​ ​ອາ​ຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ຕະຫລອດ​ມາ.​ໃນ​ເວລາ​ທີ່​ເກີດ​ວິ​ກິດ​ການ​ການ​ເງິນ​ສາກົນ​ຢ່າງ​ຮ້າຍ​ແຮງ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ພິ​ເສດ​ທີ່​ມີ​ມູນ​ຄ່າ 270 ລ້ານ​ຢວນ​ແກ່​ສາມ​ປະ​ເທດ​ສະມາຊິກ​ໃຫມ່​ຂອງ​ອາ​ຊຽນຄືລາວ,ກຳປູ​ເຈຍ​ແລະ​ມຽນມາ.ຈີນ​ຍັງ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ຢູ່​ອະນຸ​ພາກ​ພື້ນ​ແມ່ນ​ນ້ຳຂອງ​ແລະ​ເຂດ​ເຕີບ​ໂຕ​ທາງ​ເສດຖະກິດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຊຽນ,​ເພື່ອ​ຊ່ວຍ​ອາ​ຊຽນຫລຸດ​ຄວາມ​ຜິດ​​ໂຕນ​ກັນ​ໃນ​ກາ​ນພັດ​ທະນາ."​ໃນຕໍ່​​ຫນ້າ,ຈີນ​ຍັງ​ຈະ​ສືບ​ຕໍ່​ຜ່ານ​ຊ່ອງ​ທາງຕ່າງໆ​ເຊັ່ນ:​ໃຫ້ການ​ຊ່ວຍ​ເຫລືອ​ລ້າ,​ໃຫ້​ເງິນ​ກູ້​ພິ​ເສດ​ຫລື​ເງິນ​ກູ້​ການ​ຄ້າ,ການ​ອົບ​ຮົມ​ບຸກຄະລາ​ກອນ​ແລະ​ອື່ນໆ​ເພື່ອ​ຊ່ວຍ​ປະ​ເທດ​ອາ​ຊຽນຍົກ​ຄວາມ​ສາມາດ​​ສ້າງສາໃຫ້​ສູງ​ຂຶ້ນ."

​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້,ນາງ​ຖົງ​ສ້ຽວ​ຫລິງ​ກ່າວ​ວ່າ, ຈີນ​ກັບປະ​ເທດ​ອາ​ຊຽນບາງ​ປະ​ເທດ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ດ້ານ​ອະທິປະ​ໄຕ​ຂອງ​ຜືນ​ແຜ່ນດິນ​ແລະ​ສິດ​ທະ​ເລ,ນັ້ນ​ແມ່ນ​ບັນຫາຕົກ​ທອດ​ມາ​ແຕ່​ປະຫວັດສາດ.ຈີນ​ມີ​ຄວາມ​ເຫັນ​ຕະຫລອດ​ມາ​ວ່າ​​ໃຫ້​ແກ້​ໄຂ​ບັນຫາ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ທີ່​ສົນທະນາ​ແລະ​ປຶກສາ​ຫາລື​ກັນ,ບໍ່​ຄວນ​ໃຊ້​ກຳລັງ​ອາວຸດ, ຄັດຄ້ານການຫັນ​ບັນຫາ​ເຫລົ່າ​ນີ້​​​ໃຫ້​ເປັນ​ບັນຫາ​ສາກົນ.ນາງ​ເວົ້າວ່າ,ຈີນ​ເຫັນ​ວ່າ​ປະ​ເທດ​ແລະ​ຂົງ​ເຂດ​ທີ່​ບໍ່​ກ່ຽວ​ພັນ​ກັບ​ຄວາມ​ຂັດ​ແຍ່ງດັ່ງກ່າວ​ບໍ່​ຄວນ​ເຂົ້າ​ແຊກ​ບັນຫາ​ເຫລົ່າ​ນີ້,ຖ້າ​ບໍ່​ດັ່ງນັ້ນບັນຫາ​ຈະ​ສັບສົນຂຶ້ນ​ຕື່ມ,ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂບັນຫາ​ແລະ​ຈະ​ທຳລາຍ​ບັນຍາກາດ​ສັນຕິພາບ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ