ຜູ່​ຊ່ຽວ​ຊານ​ເຫັນ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ນາ​ຍົກ​ຈີນ​ແມ່ນ​ເພື່ອ​ຊຸກ​ຍູ້​​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ

(GMT+08:00) 2010-10-27 15:11:47     cri
ຕາມ​ຂ່າວCRI:ວັນ​ທີ28​ຕຸລາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກ​ລັດຖະມົນຕີ​ຈີນ​ຈະ​ເດີນທາງ​ໄປ​ຮ່າ​ໂນ້ຍ,​ນະ​ຄອນ​ຫຼວງ​ຂອງ​ຫວຽດ​ນາມ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ ຊຽນ,​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ຕ່າງ​ປະ​ເທດ​ອັນ​ສຳ​ຄັນ​ອີກ​ເທື່ອ​ໜຶ່ງຂອງ​ຜູ່​ນຳ​ຈີນ,​ໃນ​ກໍ​ລະ​ນີ​ທີ່​ສະ​ພາບ​ແວດ​ລ້ອມ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ​ແລະ​ສະ​ຖາ​ນະ​ການ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ເກີດ​ສະ​ພາບ​ການ​ໃໝ່​ແຕ່​ຕົ້ນ​ປີ​ນີ້​ມາ.​ຜູ່​ຊ່ຽວ​ຊານ​ທີ່​ຄົ້ນ​ຄວ້າ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ເຫັນ​ວ່າ,​ສັນ​ຕິ​ພາບ,​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຈະ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້,​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ເລິກ​ເຊິ່ງ​ຕື່ມ​ອີກ.

ສາດສະດາຈານ​ຊິນ​ຢາ​ຊິ່ງ,ຜູ່​ຊ່ຽວຊານ​ທີ່​ຄົ້ນຄວ້າ​ການ​ຕ່າງປະ​ເທດ​ຂອງ​ຈີນ,ຮອງ​ຫົວໜ້າ​ປະຈຳ​ຂອງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ກ່າວ​ວ່າ,​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ສົ່ງ​ສັນຕິພາບ,​ໂອກາດ​ແລະ​ການ​ພັດ​ທະ​ນາ​ມາ​ໃຫ້​ແກ່​ອາຊີ​ຕາ​ເວັນ​ອອກ.

"ຈີນ​ຮ່ວມ​ມື​ກັບ​ອາ​ຊຽນ,​ກ່ອນ​ອື່ນ​ແມ່ນ​ໄດ້ນຳ​ເອົາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ມາ​ໃຫ້​​ເຂດ​ນີ້,ນີ້​ບໍ່​ມີ​ຜູ່​ໃດ​ຈະ​ປະຕິ​ເສດ​ໄດ້.ສັງ​ເກດ​ຈາກ​ທ່າ​ທີ​ຕົ້ນ​ຕໍ​,ປະ​ເທດ​ອາ​ຊຽນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ ​ໂອກາດ​ທີ່​ຈີນ​ນຳ​ມາ​ໃຫ້​ແມ່ນ​ຫຼາຍກວ່າ​ສິ່ງ​ທ້າ​ທາຍ."

ສາດສະດາຈານ​ຊິນ​ກ່າວ​ວ່າ,ດຽວນີ້,ຂົງ​ເຂດ​ເສດ​ຖະ​ກິດ​ຂອງ​ອາຊີ​ຕາ​ເວັນ​ອອກ​ໄດ້​​ເລີ່​ມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ເປັນ​ຕ່ອງ​ໂສ້​ຜະ​ລິດ​ອັນ​ໜຶ່ງ,​ເຊິ່ງ​ລວມ​ທັງ​ຈີນ​ແລະ​ອາ​ຊຽນ.​ສາດ​ສະ​ດາ​ຈານ​ຈີນ​ຊິນ​ເຫັນ​ວ່າ,​ໃນ​ສະ​ພາບ​ແບບ​ນີ້,​ທ່ານ​ເວີ່ນ​ເຈ່ຍ​ປາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ​ເລິກ​ເຊິ່ງ​ຕື່ມ​ອີກ.

"ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຮ່ວມ​ມື​ລະຫວ່າງ ຈີນ​ກັບ​ອາ​ຊຽນ​ແມ່ນ​ໄດ້​ຮັບ​ການ​ຊຸກ​ຍູ້​ໃຫ້​ກ້າວ​ໄປ​ໜ້າ,​ຕາມ​ຄາດ​ກັນ​ວ່າ,​ໃນ​ໄລ​ຍະ​ຢ້ຽມ​ຢາມ​ເທື່ອ​ນີ້,​ຈະ​ມີ​ການ​ເຊັນ​ແຜນ​ປະ​ຕິ​ບັດ​ງານ​5​ປີ​ຄັ້ງ​ທີ​ສອງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ໃນ​ນັ້ນ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​​ເລິກ​ເຊິ່ງ​ແລະ​ສຳ​ຄັນ​ຈຳ​ນວນ​ໜຶ່ງ."

ໃນ​ກໍລະນີ​ທີ່​ສະຖານະ​ການ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ ມີ​ສະຖຽນ​ລະ​ພາບ​ໂດຍ​ລວມ,​ສາ​ສະ​ດາ​ຈານ​ຊິນ​ຊີ້​ອອກ​ວ່າ,​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຈີນ​ໄດ້​ປະ​ເຊີນ​ກັບ​ປັດ​ໄຈທີ່​ສັບ​ສົນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ນັ້ນ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ,​ປະ​ເທດ​ໃຫຍ່​ນອກ​ພາກ​ພື້ນ​ເຂົ້າ​ແຊກ​ແຊງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ ນັບ​ມື້​ນັບ​ແຂງ​ແຮງ​ຂຶ້ນ, ຄວາມ​ຂັດ​ແຍ່ງ​ຍ້ອນ​ບັນ​ຫາ​ຜືນ​ແຜ່ນ​ດິນ​ນັ້ນ​ກໍ​ໜັກ​ຂຶ້ນ,​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ນຳ​ເອົາ​ຄວາມ​ສ່ຽງ​ໃໝ່​ແລະ​ຄວາມ​ບໍ່​ແນ່​ນອນ​ ມາ​ໃຫ້​ສະພາບ​ແວດ​ລ້ອມ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ. ​ໂດຍ​ປະ​ເຊີນ​ກັບ​ສະ​ພາບ​ດັ່ງ​ກ່າວ, ​ໃນ​ການ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ເທື່ອ​ນີ້, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີ່ນ​ເຈຍ​ປາວ ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ນຳ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ບັນ​ຫາ​ຈຸດ​ຮ້ອນ​ຂອງ​ພາກ​ພື້ນ ​ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ.

ກ່ຽວ​ກັບ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ ​ອາດຈະ​ຖືກ​ຮັບ​​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ເປັນ​ທາງ​ການນັ້ນ, ທ່ານ​ສາ​ສະ​ດາ​ຈານ​ຊິນ​ກ່າວ​ວ່າ, ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແມ່ນ​ເລີ່ມ​ຈາກ​​ແນວ​ຄິດ​ພາກ​ພື້ນ​ທີ່​ເປີດ​ປະ​ຕູ,​ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ປະຊາ​ຄົມ​ດຽວ​ກັນ​ຂອງ​ອາ​ຊຽນ,​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ໃນ​ຂະ​ບວນ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ.

ໃນ​ການ​ຢ້ຽມຢາມ​ຫວຽດນາມ​ເທື່ອ​ນີ້ ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​ເຈຍ​ປາວ​ຍັງ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ,​ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ.​ພາຍ​ໃຕ້​ສະ​ພາບ​ ທີ່​ການ​ພົວພັນ​ສອງ​ປະ​ເທດ​ຈີນ​ຍີ່ປຸ່ນ​ເກີດ​ມີ​ຄວາມ​ຂັດ​​ແຍ່ງ​ໃນ​ບັນຫາ​ເກາະ​ຕ້ຽວ​ຢູ​ໃນ​ປັດ​ຈຸ​ບັນ,​ຜູ້​ນຳ​ສອງ​ປະ​ເທດ​ນີ້​ຈະ​ໄດ້​ພົບ​ປະກັນ​ໃນ​ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຫຼື​ບໍ່, ນີ້​ແມ່ນ​ບັນຫາ​ທີ່​ວົງ​ການ​ທົ່ວ​ໄປ​ສົນ​ໃຈ​ນຳ.​ທ່ານ​ສາ​ສະ​ດາ​ຈານ​ຊິນ​ກ່າວ​ວ່າ, ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ 30​ກວ່າ​ປີ​ມາ​ນີ້ ​ໄດ້​ຍຶດ​ໝັ້ນ​ແນວ​ທາງ​ການ​ຕ່າງປະ​ເທດ​ທີ່​ສັນຕິພາບ, ຮ່ວມ​ມື, ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລະ​ພັດທະນາ, ບໍ່​ເຄີຍ​ປ່ຽນ​ແປງ​ຈັກ​ເທື່ອ.​ ພ້ອມ​ກັນ​ນັ້ນ ​ໃນ​ບັນຫາ​ດ້ານ​ຫຼັກການ​ເຊັ່ນ​ບັນຫາ​ກ່ຽວ​ພັນ​ເຖິງ​ຜືນ​ແຜ່ນດິນ​ນັ້ນ, ຈີນ​ກໍ​ຈະ​ຍຶດໝັ້ນຫຼັກໝັ້ນ ຢ່າງ​ເດັດ​ດ່ຽວ,​ທ່ານ​ກ່າວ​ວ່າ: "ຈີນ​ສະ​ເໜີ​ໃຫ້​ໂຈະ​ຄວາມ​ຂັດ​ແຍ່ງໄວ້​​​ແລະ​ພັດທະນາ​ຮ່ວມ​ກັນ​ຕໍ່​ຜືນ​ແຜ່ນດິນ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ, ທັງ​ນີ້​ກໍ​​ແມ່ນ​ນະ​ໂຍບາຍ​ແລະ​ຫຼັກການ​ທີ່​ມີ​ຄວາມ​ປາຖະໜາ ດີ​ຕໍ່​ສັນຕິພາບ​ແລະ​ການ​ຮ່ວມ​ມື​ກັນ, ​ແຕ່ຖ້າ​ຢາກ​ທ້າ​ທາຍ​ຕໍ່ຫຼັກການ​ນີ້ພຽງ​ໜ້ອຍ​ດຽວ, ຂ້າພະ​ເຈົ້າຮູ້ສຶກ​ວ່າ, ຈີນ​ຈະ​ຍອມບໍ່​ໄດ້​ຢ່າງ​ເດັດຂາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ