ນາຍົກ​ຈີນ​ເດີນທາງ​ໄປ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ

(GMT+08:00) 2010-10-28 15:15:42     cri

ຕາມ​ຂ່າວ cri:ວັນ​ທີ 28 ຕຸລາ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຜູ່ນຳ​ຈີນ​ແຕ່​ຕົ້ນ​ປີ​ນີ້​ມາ.

​ແຕ່​ປີ​ນີ້​ມາ, ສະຖານະ​ການ​ຂອງ​ເຂດ​ອາຊີ​ຕາ​ເວັນ​ອອກ​ເກີດ​ມີ​ການ​ປ່ຽນ​ແປງ​ໃຫມ່​ບາງ​ຢ່າງ,​ໂດຍສ​ະ​ເພາະ​ແມ່ນ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ການ​ມີຫນ້າ​ເຂົ້າ​ມາເຂດ​ອາຊີ​ຕາ​ເວັນ​ອອກ,​ແລະ​ປະກາດ​ຈະ​ກັບ​ຄືນ​ສູ່​ອາຊີ​ຢ່າງ​ເປີດ​ເຜີຍ,ການ​ປ່ຽນ​ແປງ​ດັ່ງກ່າວ​ຈະ​ໄດ້ຖືກ​ສະ​ແດງ​ອອກ​ໃນ​ກອງ​ປະຊຸມ​ສຸດ​ຍອດຕ່າງໆ​​ເທື່ອ​ນີ້.​ເຊັ່ນວ່າ: ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຈະ​ຮັບ​ເອົາ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ເປັນ​ສະມາຊິກ​ທາງ​ການ.ພ້ອມ​ກັນນັ້ນ, ບັນຫາ​ທະ​ເລ​ຈີນ​ໃຕ້, ການ​ພົວພັນ​ຈີນ​ຍີ່​ປຸ່ນ​ແລະ​ບັນຫາ​ຈຸດ​ສຸມ​​ໃນ​ປັດຈຸບັນ​ກໍ່​ຈະ​ຖືກ​ນຳ​ມາ​ກ່າວ​ໃນ​ກອງ​ປະຊຸມ​ຕ່າງໆ​ເທື່ອ​ນີ້.

​​ໃນ​ເວລາ​ກ່າວ​ເຖິງເບື້ອງ​ຫລັງ​ແລະ​ຄວາມ​ຫມາຍ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້,ທ່ານ​ຫູ​ເຈິ້ງ​ຢ້ວຍ,ຜູ່​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ, ພາຍ​ໃນ​ສະພາບ​ທີ່​ສະຖານະ​ການ​ອາຊີ​ຕາ​ເວັນ​ອອກ​ແລະ​ປະ​ເທດ​ຕ່າງໆ​ເກີດ​ມີ​ການ​ປ່ຽນ​ແປງ​ໃຫມ່,ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ມີ​ຄວາມ​ຈຳ​ເປັນຕ້ອງ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ໂດຍ​ຜ່ານ​ການ​ເຈລະຈາ,​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຮັບຣູ້ຕໍ່​ນະ​ໂຍບາຍ​ພັດທະນາ​ຂອງກັນ​ແລະ​ກັນ, ສ້າງ​ບັນຍາກາດ​​ແລະ​ເງື່ອນ​ໄຂ​ອັນ​ດີງາມ​ໃຫ້​ແກ່​ການ​ຂະຫຍາຍຕົວ​ຢ່າງ​ປອດ​ໃສ​ແລະ​ຫມັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

​ເທື່ອ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ​ຈະ​ເຂົ້າ​ຮ່ວມ 4 ​ກອງ​ປະຊຸມ​ສຳຄັນ​ຄື:ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ +1,ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ +3 ຄື​ຈີນ​ຍີ່ປຸນ​ແລະ​ສ.​ເກົາຫລີ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕ​າ​ເວັນ​ອອກ​ແລະ​ກອງ​ປະຊຸມສຸດ​ຍອດ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ. 4 ກອງ​ປະຊຸມ​ນີ້​ແມ່ນ​ກົນ​ໄກ 4 ຢ່າງ, ​ເຊິ່ງລ້ວນ​ແຕ່​ແມ່ນພາກ​ສ່ວນ​ຂອງ​ກົ​ນ​ໄກ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,​ແຕ່​​ເນັ້ນ​ໃສ່​ບ່ອນ​ທີ່​ຕ່າງ​ກັນ.

ກົນ​ໄກອາຊຽນ +1 ຖື​ວ່າ​ແມ່ນ​ພື້ນຖານ​ແລະ​ໃຈ​ກາງຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.ຂະ​ບວນວິວັດ​ເຈລະຈາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ເລີ່​ມ​ແຕ່​ປີ 1991 ​ເປັນ​ຕົ້ນ​ມາ, ​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍ​າມ​ເປັນ​ເວລາ 19 ປີ​ແລ້ວ, ການພົວພັນ​ຈີນ​ອາ​ຊຽນ​ໄດ້​ກາຍ​ເປັນ​ການ​ພົວພັນ​ທີ່​ມີ​ຊີວິດ​ຊີວາ​ກວ່າ​ຫມູ່​ແລະ​ໄດ້​ຮັບ​ຫມາກຜົນ​ຫລາຍ​ກວ່າ​ຫມູ່​ລະຫວ່າງ​ອາ​ຊຽນກັບ​ປະ​ເທດ ຄູ່​ເຈລະຈາ​ອື່ນໆ,​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນທີ່​ເປັນ​ຫມາກຜົນ​ສຳຄັນອັນ​ຫນຶ່ງໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ສ້າງ​ຕັ້ງ​ຂຶ້ນຢ່າງຮອບດ້ານ​ໃນ​​ເດືອນ​ມັງກອນ​ປີ​ນີ້.ປີ​ຫນ້າ​ສອງ​ຝ່າຍ​ຍັງ​ຈະສະຫລອງ​ຄົບຮອບ 20 ປີ​ຂອງ​ການ​ສ້າງ​ການ​ພົວພັນ​ເປັນ​ປະ​ເທດ​ຄູ່​ເຈລະຈາ,ການ​ຮ່ວມ​ມື​ລະຫວ່າງຈີນ​ກັບ​ອາ​ຊຽນຈະ​ກ້າວເຂົ້າ​ສູ່​ຍຸກ​ໃຫມ່.

ສ່ວນ​ອາ​ຊຽນ +3 ​ແມ່ນ​ຂອບ​ແລະ​ເສົາ​ຄ້ຳ​ທີ່​ສຳຄັນສຳລັບຈີນ​ເຂົ້າຮ່ວມ​ການ​ຮ່ວມ​ມື​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ.ນັບ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ,​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ +3 12 ​ເທື່ອ​ແລ້ວ, ຜູ່​ນຳ​ຈີນ​ໄດ້​ເຂົ້າ​ຮ່ວມ​ຫມົດ.

ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ສຳຄັນ​ແມ່ນ​ສົນ​ໃຈ​ນຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ,ການ​ເງິນ,ການ​ສຶກສາ,​ໄຂ້ຫວັດ​ສັດ​ປີກ​ແລະ​ການ​ຫລຸດ​ຜ່ອນ​ໄພ​ທຳ​ມະ​ຊາດ,​ແລະ​ໄດ້ກໍ່​ຮ່າງ​ສ້າງ​ຕົວ​ເປັນ​ກົນ​ໄກ​ພົບ​ປະ​ປະຈຳ​ລະຫວ່າງ​ລັດຖະມົນຕີ​ດ້ານ​ເສດຖະກິດ​ການ​ຄ້າ,ພະລັງງານ​ແລະ​ສິ່ງ​ແວດ​ລ້ອມ​ໃນ​ເບື້ອງ​ຕົ້ນ​ແລ້ວ.

ກອງ​ປະຊຸມສຸດ​ຍອດ​ຈີນ​ຍີ່ປຸ່ນສ.​ເກົາຫລີ​ແມ່ນ​ກົນ​ໄກ​ພົບ​ປະກັນ​​ເປັນ​ປະຈຳລະຫວ່າງ​ຜູ່​ນຳ​ສາມ​ປະ​ເທດພາຍ​ໃຕ້​ຂອບ​ອາ​ຊຽນ +3.

ນາງ​ທົງ​ສ້ຽວລິງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ທ່ານ​ເວີ່ນ​ເຈ່ຍ​ປາວ​ຈະ​ບັນ​ລະ​ຍາຍທັດສະນະຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຊຽນ,ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ການ​ພັດທະ ນາ​ແບບ​ຍືນ​ຍົງ​ຂອງ​ອາຊີ​ຕໍ່​ກອງ​ປະຊຸມ,​ແລະ​ສະ​ເຫ​ນີຊ່ອງ​ທາງຮ່ວມ​ມື​ຕົວ​ຈິງ​ຫລາຍ​ຢ່າງ.​ເ​ວົ້າສຳລັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແລ້ວ, ຈີນ​ຄອງ​ຄອຍ​ກອງ​ປະຊຸມ​ຈະ​ໄດ້​ຜ່ານ​"​ແຜນປະຕິບັດ​ງານ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຖະ​ແຫບ​ລງການ​ຮ່ວມ​ລະຫວ່າງ​ຈີນ​ອາ​ຊຽນທີ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມຸ້ງຫນ້າ​ສູ່​ສັນຕິພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແຕ່​ປີ 2011- 2015."ສະບັບ​ທີ​ສອງນອກ​ນີ,​ແວັບ​ໄຊ​ຈີນ​ອາ​ຊຽນກໍ່​ຈະ​ເປີດ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ກອງ​ປະຊຸມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ