ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 17 ​ອັດ​ລົງ

(GMT+08:00) 2010-10-29 16:07:37     cri
ຕອນ​ແລງວັນ​ທີ 28 ຕຸລາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 17​ໄດ້​ອັດ​ລົງ​ຢູ່ສູນ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ​, ກອງ​ປະຊຸມຮັບຮອ​ງ"ແຜນ​ແມ່​ບົດກ່ຽວ​ກັບ​ການ​ເຊື່ອມຕໍ່ໃນ​ອາ​ຊຽນ"​ແລະ​ເອກະສານອື່ນໆ,​ແລະ​ເຜີຍ​ແຜ່"​ຖະ​ແຫຼ​ງ ການຮ່າ​ໂນ້ຍ ",​​​ເພື່ອ​ໃຫ້ມີ​ບາດກ້າວ​ໃຫມ່​​ໃນການ​ສ້າງ​ສາປະຊາ​ຄົມ​ອາ​ຊຽນ.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 17 ທີ່​ຈັດ​ຂຶ້ນ​​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ຜູ່​ນຳ​ອາ​ຊຽນ ໄດ້​ຢືນຢັນ​ຢ່າງ​ເຕັມທີ່​ຕໍ່ຫມາກຜົນ​ແລະ​ຄວາມ​ສຳຄັນຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 16,​ຫຼັງ​ຈາກ​ກອງ​ປະຊຸ​ມ,ຍັງ​ໄດ້ຜ່ານ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ສັບ​ຊ້ອນ​ຈັດ​ວາງຊັບພະຍາກອນ​ມະນຸດ​ໃນ​ພາກ​ພື້ນ​ອາ​ຊຽນ,ຍົກລະດັບ​ສີ​ມືແຮງ​ງານ​ໃຫ້​ສູງ​ຂຶ້ນ,​ເພື່ອ​ຊຸກຍູ້​ໃຫ້​ເສດຖະກິ​ດ​ຟື້ນ​ຕົວ​ຄືນ​ແລະ​ເຕີບ​ໂຕ​ແບບ​ຍືນ​ຍົງ​,ແລະ"​ຖະ​ແຫຼ​ງການ​ຮ່າ​ໂນ້ຍ"ທີ່​ມີ​ຈຸດປະສົງ​ເພື່ອ ເພີ່ມ​ທະວີສິດຜົນ​ປະ​ໂຫຍ​ດ​ແລະສະຫວັດດີ​ການ​ຂອງ​ແມ່ຍິງ​ແລະ​ເດັກ​ນ້ອຍ​ໃນ​ອາ​ຊຽນ  ​ໃນ​ກອງ​ປະຊຸມ​,ຜູ່​ນຳ​ຂອງ 10 ປະ​ເທດ​ອາ​ຊຽນໄດ້ຮ່ວມ​ກັນ​ລົງ​ເລິກ​ຄົ້ນຄວ້າ​ຫາລື ກ່ຽວ​ກັບ​ການ​ເພີ່​ມທະວີ​ການ​ຕິດ​ຕໍ່​ປະສານ​ງານກັນ​ພາຍ​ໃນ​ອາ​ຊຽນພ້ອມ​ດ້ວຍ​ການ​ຂະ ຫຍາຍການ​ພົວພັນ​ລະ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ຄູ່ເຈລະຈາ​ໃຫ້​ລົງ​ເລິກກວ່າ​ເກົ່າ. ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ໃຫ້​ສືບ​ຕໍ່​ຊຸກຍູ້​ການ​ສ້າງປະຊາ​ຄົມ​ອາ​ຊຽນ​ແລະເລັ່ງລັດປະຕິບັດ​ກົດ​ບັດ​ອາ​ຊຽນ​ໃຫ້​ໄວຂຶ້ນບົນ​ພື້ນຖານ​ທີ່​ມີ​ຢູ່​​ແລ້ວໃນ​ປະຈຸ​ບັນ, ​ເພີ່ມ​ທະວີ​ການ​ຕິດ​ຕໍ່ພົວພັນ​ກັນ​ພາຍ​ໃນ​ອາ​ຊຽນ,​ພັດທະ ນາແລະ ລົງ​​ເລິກ​ການ​ພົວພັນຕໍ່​ຕ່າງປະ​ເທດ​ຂອງ​ອາ​ຊຽນ​ຕື່ມ​ອີກ, ພ້ອມ​ກັນ​ນັ້ນ, ກໍ່ຮັບປະກັນ​ຖານະ​ບົດບາດໃຈກາງ​ຂອງ​ອາ​ຊຽນ​ໃນຂອບ​ພາກພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນໃນ​ດ້ານ​ຕ່າງໆ​ ​ເຊັ່ນ: ​​ເຮັດ​ໃຫ້ເສດຖະກິ​ດຟື້ນ​ຕົວ​ຄືນພາຍຫຼັງວິ​ກິດ​ການ​ການ​ເງິນ,​ການພັດທະນາ​ແບບ​ຍືນ​ຍົງ, ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,ປ້ອງ​ກັນພະຍາດລະບາດ, ຫຼຸດຜ່ອນ​ໄພທຳ​ມະ​ຊາດແລະ​ອື່ນໆ.

ນອກ​ນີ້, ຜູ່​ນຳ​ຂອງ​ປະ​ເທ​ດອາ​ຊຽນ​ໄດ້​ຕົກລົງ​ໃຫ້​ສ້າງ​ຕັ້ງ​ສະພາປະສານ​ງານ​ຂອງ​ອາ​ຊຽນ,​ເພື່ອ​ປະສານ​ງານ​ແລະ​ຕິດຕາມ​ຄຸ້ມ​ຄອງຂະ​ບວນກາ​ນຈັດ​ຕັ້ງ​ປະຕິບັດ"​ແຜນ​ແມ່​ບົດກ່ຽວ​ກັບ​ການ​ເຊື່ອມ​ຕໍ່ອາ​ຊຽນ", ຍິນ​ດີ​ຕ້ອນຮັບ​ຄວາມ​ພະຍາຍາມ​ຂອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ປະ​ເທດ​ອາ​ຊຽນ​ເພື່ອ​ສ້າງ​ຕັ້ງ​ກອງ​ທຶນ​ພື້ນຖານ​ໂຄງ​ລ່າງ​ຂອງ​ອາ​ຊຽນ. ກອງ​ປະຊຸມ​ເຫັນ​ວ່າ,ການ​ຕັດສິນ​​ໃຈດັ່ງກ່າວ​ຂອງ​ຜູ່​ນຳ​ຂອງປະ​ເທດ​ອາ​ຊຽນ ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຕິດ​ຕໍ່​ພົວພັນ​ກັນ​​ໃນ​ພາກ​ພື້ນ​ອາ​ຊຽນຢ່າງຮອບດ້ານ,​ແລະ​ເປີດຊ່ອງທາງ​ໃຫ້​ແກ່​ການ​ຕິດ​ຕໍ່​ພົວປະສານ​ງານກັນໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ. ທ່ານ​ສຸລິນ ພິດ​ສຸວັນ, ​ເລຂາທິການ​ໃຫຍ່​ອາ​ຊຽນຍັງ​​ເປີດ​ເຜີຍ​ວ່າ,​ແຜນ​ແມ່​ບົດດັ່ງກ່າວ ​ມີ​​ 700 ກວ່າ​ໂຄງການ​ແລະ​ແຜນງານຍ,ມູນ​ຄ່າປະມານ 38 ລ້ານ​ໂດ​ລາ. ທ່ານ​ຫວັງ​ໃຫ້​ອາ​ຊຽນ​ແລະ​ປະ​ເທ​ດຄູ່​ເຈລະຈາ​ນຳ​ໃຊ້​ການ​ລົງທຶນ​ຫຼາຍ​ຝ່າຍ​ເພື່ອ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ແຜນ​ແມ່​ບົດ,​ແລະ​ຊຸກຍູ້​ການ​ຕິດ​ຕໍ່​ປະສານ​ງານກັນ​ລະຫວ່າງ​ພາຍ​ໃນ​ອາ​ຊຽນ​​ກັບ​ອາ​ຊຽນ​ແລະ​ປະ​ເທດ​ຄູ່​ເຈລະ ຈາ​ຢ່າງ​ແທ້​ຈິງ.

ໃນ​ດ້ານ​ການ​ພົວພັນ​ກັບ​ຕ່າງປະ​ເທດ​​ເພື່ອພັດທະນາ​ອາ​ຊຽນ,ຜູ່​ນຳ​ຂອງອາ​ຊຽນ​ໄດ້ເປັນ​ເອກະສັນ​ກັນ​ເຫັນ​ວ່າ ອາ​ຊຽນຄວນ​ສືບ​ຕໍ່​ລົງ​ເລິກ​ແລະ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ກັບປະ​ເທດ​ຄູ່​ເຈລະຈາ​ຕື່ມ​ອີກ, ​ເພື່ອ​ຂໍ​ການສະຫນັບສະ ຫນູນ​ຈາກ​ປະ​ເທດ​ຄູ່​ເຈລະຈາ​ເພື່ອ​ສ້າງ​ສາປະຊາ​ຄົມ​ອາ​ຊຽນ​ແລະ​ສົ່ງ​ເສີມ​ໃຫ້ບັນດາ ປະ​ເທດ​ຄູ່​ເຈລະ​ຈາຕັ້ງຫນ້າ​ເຂົ້າຮ່ວມ​ແກ້​ໄຂແລະ​ຮັບ​ມື​ກັບ​ບັນຫາ​ແລະ​ສິ່ງທ້າ​ທາຍ​ທີ່​ມີ​ລັກສະນະ​ພາກ​ພື້ນ, ​ແລະ​ວາງ​ທິດ​ທາງ​ໃຫມ່​​​ເພື່ອຮ່ວມ​ມື​ຕື່ມ​ອີກ​ໃນ​ຕໍ່ຫນ້າ. ນອກ​ນີ້, ຜູ່​ນຳ​ຂອງອາ​ຊຽນໍ່​ກໍ່​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍ​ຕໍ່ປະ​ເທດ​ຄູ່​ເຈລະ​ຈາ​ທີ່ປະກອບສ່ວນ​ທີ່​ມີ​ລັກສະນະ​ສ້າງສັນ​​ເຂົ້າ​ໃນ​ການ​ພັດທະນາ​ພາກ​ພື້ນ​ນີ້, ພ້ອມ​ກັນ​ນັ້ນ,​ໂດຍ​ອີງ​ຕາມ​ການ​ຕັດສິນ​ໃຈ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ່ແລ້ວ, ​ເຫັນ​ດີ​ໃຫ້​ເຊື້ອ​ເຊີນ​ອາ​ເມ​ລິ​ກາ​ແລະຣັດ​ເຊຍ​​ເຂົ້າ​ເປັນ​ປະ​ເທດ​ສະມາຊິກຂອງ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ໄປ.

ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຍັງ​ປຶກສາຫາລືກ່ຽວ​ກັບ​ການສະ​ແດງ​ບົດບາດຂອງ​ອາ​ຊຽນ​ໃນ​ກອງ​ປະຊຸມ​ສຸດຍອດຂອງ​ກຸ່ມ20ປະ​ເທດ​ຫຼືG20 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສາທາລະນະ​ລັດ​ເກົາຫຼີ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ປະທານ​ຫມູນວຽນຂອງ​ອາ​ຊຽນປີ 2010, ຫວຽດນາມ​ກໍ່​ຈະ​ສົ່ງ​ຂ່າວ​ຂອງ​ອາ​ຊຽນ​ໃຫ້ກອງ​ປະຊຸມ​ສຸດ​ຍອດຂອງ​G20,​ເພື່ອຕ້ອງການ​ໃຫ້​​ເພີ່ມຄວາມ​ພະຍາຍາມອີກ​​ຫນຶ່ງ​ເທົ່າເພື່ອ​ຮັບປະກັນ​​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ສະ​ຫມ່ຳສະ​ເຫມີ​ກັນ,​ເພີ່ມ​ທະວີ​ບົດບາດຂອງ​ອົງກອນ​​ເສດຖະກິດທີ່​ພວມ​ພັດທະນາ​ແລະປະຕິ​ຮູບ​ລະບົບ​ການ​ເງິນສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ