ຈີນ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ອາ​ຊຽນຢ່າງ​​ແທ້​ຈິງ

(GMT+08:00) 2010-10-30 17:34:57     cri

ວັນ​ທີ29​ຕຸລາ​ນີ້, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ, ຜູ້ນຳ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​​ແລະ​ແຜນ​ດຳ​ເນີນ​ງານ5​ປີ​ເທື່ອ​ທີ2​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ. ​ໃນ​ເວລາ​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ, ທ່ານຊູ່ຮ້າວ,  ສາດ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຜົດປະ​ໂຫຍ​ດຮ່ວມ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຫຼາຍ​ກວ່າ​ຄວາມ​ຂັດ​ແຍ່ງ. ​ທະ​ແນມ​ແຕ່ການ​ຮ່ວມ​ມື​ໄດ້​ຮັບ​ການ​ຊຸກຍູ້ຢ່າງ​ແທ້​ຈິງ​ແລ້ວ, ການ​ພົວພັນ​ມິດຕະພາບ​ຈີນ​ອາ​-​ຊຽນກໍຈະ​ມີ​ອະນາຄົດອັນ​ສະ​ວ່າງ​ແຈ້ງ.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງ​ທີ13, ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້ກ່າວ​ເນັ້ນ​ວ່າ, ຈີນ​ຍິນດີເປັນ "​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ, ​ເພື່ອນມິດ​ທີ່​ດີ, ໝູ່ຄູ່​ທີ່​ດີ"ຂອງ​ປະ​ເທດ​ອາ​ຊຽນຈົນ​ເທົ້າ​ໃດໆ, ​ແລະ​ຍ້ອງຍໍ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ "ຕິດ​ແທ້​ຕົວ​ຈິງ​ທີ່​ສຸດ, ອຸດົມ​ສົມ​ບຸນ​ທີ່​ສຸດ, ມີ​ປະສິດທິ​ຜົນທີ່​ສຸດ​."

ຊ່ຽວຊານ​ຫຼາຍ​ທ່ານ​ເຄີຍ​ກ່າວ​ວ່າ, ຜົນ​ສະທ້ອນ​ຕໍ່​ສະຖານະ​ພາບ​ຂອງ​ການ​​ເມືອງ ​ເສດຖະກິດຍ້ອນປະ​ເທດ​​ໃຫຍ່​ຂອງ​ນອກ​ພາກ​ພື້ນມາ​ເຂົ້າ​ຮ່​ວມ​ແລະ​ທ່າ​ທີ​ຂອງ​ຈີນ​ແມ່ນ​ຈຸດ​ສຸມ​ຂອງກອງ​ປະຊຸມ​ເທື່ອ​ນີ້. ​ທີ່​ເປັນ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ຂອງ​ຈີນ​ແລະ​ອາ​ຊຽນ, ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ, ຈີນ​ສະໜັບສະໜູນ​ອາ​ຊຽນສ້າງ ​ປະຊາ​ຄົມ​ອາ​ຊຽນ​​ເຊິ່ງລວມທັງ​ປະຊາ​ຄົມ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ປະຊາ​ຄົມ​ເສດຖະກິດ​ແລະ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ໃຫ້​ສຳ​ເລັດ​ພາຍ​ໃນ​ປີ2015. ທ່ານ​ຊູ່​ຮ້າວ, ສາດສະດາ​ຈານ​ຂອງ​ສະ​ຖາ​ບານ​ການ​ຕ່າງປະ​ເທດ​ຈີນ​ເຫັນ​ວ່າ, ນີ້​ແມ່ນ​ການ​ສະໜັບສະໜູນ​ຢ່າງ​ຈະ​ແຈ້ງຂອງ​ຈີນ​ຕໍ່​ອາ​ຊຽນ​​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາ​ມະ​ຄີຂອງ​ຕົນ.

"ຄວາມ​ເຊື່ອມ​ໂຍງ​ຂອງອາ​ຊຽນ,ກໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ເຊື່ອມ​ໂຍງຂອງ​ທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,ຈະ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບອາ​ຊຽນ,ນອກ​ນັ້ນ,​ເມື່ອ​ສັງ​ເກດການ​ຮ່ວມ​ມື​ດັ່ງກ່າວ​ຈາກ​ດ້ານ​ຍຸດ​ທະ​ສາດ​ແລ້ວ​ເຫັນ​ວ່າ,ຈີນ​ແລະ​ອາ​ຊຽນມີ​ຜົນ​ປະ​​ໂຫຍ​ດຮ່ວມ​ທີ່​ສຳຄັນ​ທີ່​ສຸດ."

ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແມ່ນ​ຂົງ​ເຂດ​ຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນກັບ​ອາ​ຊຽນ.ນັບ​ແຕ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ສຳ​​ເລັດ​ໃນ​ວັນ​ທີ 1 ​ມັງກອນ​ປີ​ນີ້​ເປັນຕົ້ນ​ມາ,​​ແຕ່​ໄຕ​ມາດ​ທີ 1 ຫາ​​ໄຕ​ມາດ​ທີ 3 ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ 211 ຕື້ 300 ລ້ານ​ໂດລາ,​ເພີ່ມ​ຂຶ້ນ 44% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ,ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ທີ 1 ຂອງ​ອາ​ຊຽນ,ອາ​ຊຽນ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ທີ 4 ຂອງ​ຈີນ,ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ກອງ​ປະຊຸມສຸດ​ຍອດ​ເທື່ອ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກ​ລັດ​ຖະ​ມົນຕີ​ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ໃໝ່ວ່າ,ພະຍາຍາມ​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ 500 ຕື້​ໂດ​ລາ​ໃນ​ປີ 2015,ຈີນ​ກໍ່​ຍິນ​ດີ​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າກັບ​ແຕ່ລະ​ປະ​ເທດ​ສະມາຊິກ​ອາ​ຊຽນ​ພາຍ​ໃນ 5 ປີ.ທ່ານ​ຊູ່​ຮ້າວ​ເຫັນ​ວ່າ,ຂໍ້​ສະ​ເໜີ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ມີ​ຫົວຄິດ​ປະດິດ​ສ້າງ​ເທົ່າ​ນັ້ນ,ຍັງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້.

"ລະດັບ​ການ​ພັດທະນາ​ຂອງ 10 ປະ​ເທດ​ອາ​ຊຽນ​ແມ່ນ​ຕ່າງ​ກັນ,ມີ​ອົງ​ກອນ​ເສດຖະກິດ​ທີ່​ອ່າວ​ພັດທະນາ​ແລະ​ໄດ້ຫັນ​​ເປັນ​ອຸດສາຫະກຳ​ໂດຍ​ພື້ນຖານ​ແລ້ວ,ຍັງ​ມີ​ປະ​​ເທດ​ທີ່​ພວມ​ຫັນ​ເປັນ​ອຸດສາຫະກຳ,ຍັງ​ມີ​ປະ​ເທດ​ທີ່​ດ້ອຍພັດທະນາ.​ທີ່​ຈິງ​ແລ້ວ,ໂຄງ​ປະກອບ​ເສດຖະກິດຂອງ​ຈີນກໍ່​​ແມ່ນ​ໂຄງ​ປະກອບ​​ເສດຖະກິດ​ທີ່​ມີ​ຫຼາຍ​ລະດັບ,ສາມາດ​ຊອກ​ໄດ້​ຂົງ​ເຂດ​ການ​ຮ່ວມ​ມື​ເສດຖະກິດ​ກັບທຸກ​ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ມີ​ລະດັບ​ການ​ພັດທະນາ​ເສດຖະກິດຕ່າງ​ກັນ.ທ່າ​ແຮງ​ນີ້ປະ​ເທດ​ໃຫຍ່​ອື່ນໆ​ບໍ່​ມີ."

ແນ່​ນອນ​ແລ້ວ​ວ່າ,ລະຫວ່າງ​ຈີນ​ກັບບາງ​ປະ​ເທດ​ອາ​ຊຽນກໍ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ບາງ​ຢ່າງ,ຕົວຢ່າງ​ຄື​ບັນຫາ​ທະ​ເລ​ຈີນໃຕ້.ກ່ຽວ​ກັບ​ບັນຫາ​ນີ້,ທ່ານ​ຊູ່​ຮ້າວ​ກ່າວ​ວ່າ,ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ຫຼັກ​ໝັ້ນ​ພື້ນຖານຄືສະຫງວນຄວາມ​​ເຫັນ​ທີ່​ຂັດ​ແຍ່ງ​ກັນ​ແລະພັດທະນາ​ຮ່ວມ​ກັນ,ຍັງ​ໄດ້​ເຊັນຖະ​ແຫຼ​ງການກ່ຽວ​ກັບ​ການກະທຳ​ຢູ່​ທະ​ເລ​ຈີນໃຕ້,​ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລຈີນ​ໃຕ້.​ເຖິງ​ວ່າ​ໃນ​ໄລຍະ​ມໍ່ໆ​ມາ​ນີ້,​ໄດ້​ມີ​ຄວາມ​ຂັດ​ແຍ່ງກັນ​ບາງ​ຢ່າງ,​ແຕ່​ມັນ​ຈະ​ບໍ່​ກະທົບ​ເຖິງ​ພາກສ່ວນ​ໃຫຍ່​ຂອງ​ການ​ພົວພັນ​ລະຫວ່າງຈີນກັບ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ