ເວທີ​ປຶກສາ​ຫາລື​ສຸດ​ຍອດ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈັດ​ຂຶ້ນ

(GMT+08:00) 2010-10-31 17:34:11     cri

ວັນ​ທີ 31 ຕຸລາ​ນີ້, ​ ​ພາຍ​ໃຕ້​ຫົວ​ຂໍ້​ວ່າ "ການ​ປະດິດ​ສ້າງ​ໃໝ່​​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຕົວ​ເມືອງ", ເວທີ​ປຶກສາ​ຫາລື​ສຸດ​ຍອດຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮປີ 2010 ​ຈັດ​ຂຶ້ນຢູ່​ຊຽງ​ໄຮ.  ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​​ກ່າວ​ວ່າ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮໄດ້​ຂຽນ​ໜ້າຮຸ່ງ​ເຮືອງ​ໃນ​ປະຫວັດ​ສາດ​ການ​ວາງສະ​ແດງ​ຂອງ​ໂລກ. ​ທ່ານ​ຍັງ​ກ່າວ​ຢ້ຳວ່າ, ຈີນ​ຈະ​​ເດີນ​ຕາມ​ເສັ້ນທາງ​ພັດທະນາ​​ຢ່າງ​ສັນຕິ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ລົງ​ເລິກ​ການຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້ຮັບ​ຜົນ​ປະ​ໂຫຍ​ດກັບປະ​ເທດ​ຕ່າງໆ.

ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ປີ 2010 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 31 ຕຸລາ​ນີ້. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ປະ​ເທ​ດທີ່​ພວມ​ພັດທະນາ​ຈັດ​ງານ​ວາງສະ​ແດງ​ໂລກ​, ລວມມີ 246 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​​ເຂົ້າ​ຮ່ວມ. ​ໃນ​ເຄິ່ງປີ​ມານີ້, ມີຫຼາຍກວ່າ 70 ລ້ານ​ເທື່ອ​ຄົນຈາກ​ຈີນ​ແລະ​ຕ່າງປະ​ເທດ​ໄດ້​ເຂົ້າ​ຊົມ​, ນີ້ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດ​ສາດ​ຂອງ​ງານ​ວາງສະ​ແດງ​ໂລກ, ​ເຮັດ​ໃຫ້​ງານ​ວາງສະ​ແດງ​ເທື່ອ​ນີ້​ກາຍ​ເປັນງານ​ວາງສະ​ແດງ​ໂລກ​ທີ່​ສຳ​ເລັດ​ຜົນ, ດີ​ເດັ່ນ​ແລະ​ລືມ​ບໍ່​ລົງ. ທ່ານ​ເວີ່ນ​ເຈ່ຍ​ປາວກ່າວ​ວ່າ:

 "ງານ​ວາງສະ​ແດງ​​ໂລກຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ 'ຕົວ​ເມືອງ​ທີ່​ດີກ​ວ່າ, ຊີວິດ​ທີ່​ດີກ​ວ່າ', ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ວັດທະນະທຳ​ສະ​ໄໝ​ປະຈຸ​ບັນທີ່​ມີ​ຫຼາຍສີສັນ, ​ໄດ້​​ເຕົ້າ​ໂຮມ​ສະຕິ​ປັນຍາ​ໃນ​ດ້ານ​ການຊອກ​ຄົ້ນ​ການ​ພັດທະນາ​ຕົວ​​ເມືອງ​ຂອງ​ມວນ​ມະນຸດ, ​ໄດ້​ສ້າງ​ສະຖິຕິຂອງ​ງານ​ວາ​ງສະ​ແດງ​ໂລກຫຼາຍລາຍ, ໄດ້​ຂຽນ​ບົດ​ຮຸ່ງ​ເຮືອງ​ໃນ​ປະຫວັດ​ສາດ​ການ​ວາງສະ​ແດງ​ຂອງ​ໂລກ."

​ໃນ​ຖານະ​ເປັນ​ເວທີ​ປຶກສາ​ຫາລື​ທີ່ມີ​ລະດັບ​ສູງກວ່າໝູ່ໃນ​ເວທີ​ປຶກສາ​ຕ່າງໆ​ຂອງ​ງານ​ວາງສະ​ແດງ​ໂລກ, ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ "ການ​ປະດິດ​ສ້າງ​ໃໝ່​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຕົວ​ເມືອງ", ຈະປຶກສາ​ຫາລື​ມະຫາ​ພາກ​ກ່ຽວ​ກັບບັນຫາ​ໃນ​ການພັດທະນາ​ຕົວ​ເມືອງ​ທີ່​ທົ່ວ​ໂລກ​ຮ່ວມ​ກັນປະ​ເຊີນ​ໜ້າ​ກັບ​. ​ໃນ​ກອງ​ປະຊຸມ, ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວຮຽກຮ້ອງ​ໃຫ້ປະຊາຊົນ​ປະ​ເທດ​ຕ່າງໆ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດທະນາຕົວ​ເມືອງ​ແບບກົມ​ກຽວ​ກັນ​.

"ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຖື​ຕົວ​ເມືອງ​ເປັນ​ຫົວ​ຂໍ້​ຫຼັກ,ນີ້​ແມ່ນ​ຄັ້ງ​ທຳ​ອິດ,​ໄດ້​ດຳ​ເນີນ​ການ​ຊອກ​ຄົ້ນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຍາກ​ທີ່​ມະນຸດ​ປະ​ເຊີນ​ພ້ອມ​ກັນ.ພວກ​​ເຮົາ​ຄວນ​ສະຫຼຸບ​ໝາກຜົນ​ດ້ານ​ແນວ​ຄຶດ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ພັດທະນາ​ຕົວ​​ເມືອງ​ໃນ​ງານ​ວາງສະ​ແດງ​​ໂລກ​ຊຽງ​ໄຮ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ,ພະຍາຍາມ​ສ້າງ​ຊີວິດຂອງ​ຕົວ​ເມືອງທີ່​ດີງາມ​ກວ່າ​ເກົ່າ."

ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນຍັງ​ກ່າວ​ວ່າ,ການຈັດ​ງານ​ວາງສະ​ແດງ​ໂລກ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ,​​ເຮັດ​​ໃຫ້​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ທີ່​ໝັ້ນ​ໜຽວ​ກວ່າ​ເກົ່າ​ໃນ​ການ​ຊຸກຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.ຈີນ​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​​ແປງ,ຖອດ​ຖອນ​ບົດຮຽນ​ຈາກ​ໝາກຜົນ​ອະລິຍະ​ທຳ​ທີ່​ດີ​ເລີດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບປະ​ເທດ​ຕ່າງໆ.

ໃນ​ພິທີ​ໄຂ​ເວທີ​ປຶກສາ​ຫາລື,ທ່ານ​ບານ​ກີ​ມູນ,​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຢ່າງ​ສຳ​ເລັດ​ຜົນ.ທ່ານ​ບານ​ກີ​ມູນ​ກ່າວ​ວ່າ,ງານ​ວາງສະ​ແດງ​ໂລກ​ໄດ້​ສົ່ງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຫວັງ​ໃຫ້​ແກ່​ໂລກ,​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນັບ​ມື້​ນັບ​ຫຼາຍ​ໃນ​ຍຸກ​ຫັນ​ເປັນ​ຕົວ​ເມືອງ,ທ່ານ​ກ່າວ​ວ່າ:

"ຄົນ​ທັງຫຼາຍ​ຮູ້​ແລ້ວ​ວ່າ,ຕົວ​ເມືອງ​ປະຈຸ​ບັນ​ພວມປະ​ເຊີນກັບ​ຄວາມ​ກົດ​ດັນ​ທີ່​ໃຫຍ່​ຫຼວງ,​ແຕ່ງານ​ວາງສະ​ແດ​ງ​ໂລກ​ຊຽງ​ໄຮ 2010 ຂອງ​ຈີນ​ໄດ້​ສະ​​ແດງ​ໃຫ້​ພວກ​ເຮົາ​ເຫັນ​ແນວ​ຄຶດ​ອັນ​ລ້ຳ​ຄ່າ,ຊ່ວຍ​ພວກ​ເຮົາ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ເຫຼົ່າ​ນີ້."

ທ່ານ​ວິ​ເຊັນ​ດ໌ ​ໂກນ​ຊາ​ເລັສ,​ເລຂາທິການ​ໃຫຍ່​ກົມງານ​ວາງສະ​ແດງສາກົນ​ກໍ່​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ໄດ້​ປະກອບສ່ວນ​ຢ່າງຫຼວງຫຼາຍ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ປະດິດ​ສ້າງ​ແລະ​ການ​ຮ່ວມ​ມື,ທ່ານ​ກ່າວ​ວ່າ:

"ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໄດ້​ຊຸກຍູ້​ການ​ປະດິດ​ສ້າງ​ແລະ​ການ​ຮ່ວມ​ມື​ຢ່າງ​ແຂງ​ແຮງ,​ໄດ້ສ້າງສວນ​ງານ​ວາງສະ​ແດງ​ໂລກ​ທີ່​ຮ່ວມ​ມື​ຢ່າງ​ສຸດ​ອົກ​ສຸດ​ໃຈ,ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ​,ຮ່ຳຮຽນ​ນຳ​ກັນ​ແລະ​ຕັ້ງໜ້າ​ປະດິດ​ສ້າງ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ