ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ຮອດ​ພະ​ນົມ​ເປັນ

(GMT+08:00) 2010-11-01 16:45:22     cri

ຕອນ​​ເຊົ້າ​ວັນ​ທີ1 ພະຈິກ​ນີ້,ທ່ານ​ນາງ​ຮີ​ລາ​ລີ ຄຼິນດັນ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​​ເດີນທາງ​​ຈາກ​ຊຽມລຽບໄປ​ຮອດ​ພະນົມ​ເປັນ,ດຳ​ເນີນ​ການ​ຢ້ຽມຢາມ​ຕໍ່​ກຳປູ​ເຈຍຢ່າງ​ເປັນທາງ​ການ.

ໃນ​1ມື້​ທີ່​ຢ້ຽມຢາມ​ຢູ່​ພະນົມ​ເປັນ,ທ່ານ​ໂຮ​ນຳ​ຮົງ ຮອງ​ນາຍົກລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ຂອງ​ກຳປູ​ເຈຍ​ຈະ​ເຈລະຈາ​ກັບ​ທ່ານ​ນາງ​ຮີ​ລາ​ລີ.ສົມ​ເດັດ​ໂນ​ໂຣດົນ ສີ​ຫາ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​ເຈຍ​ແລະ​ທ່ານ​ຮູ​ນ​ເຊ​ນ ນາຍົກລັດຖະມົນຕີກຳປູ​ເຈຍ​ຈະຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ​ນາງ​ຮີ​ລາ​ລີ.

ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ກຳປູ​ເຈຍຖະ​ແຫຼ​ງຂ່າວ​ຫວ່າງ​ມໍ່ໆ​ນີ້ວ່າ,ທ່ານ​ນາງ​ຮີ​ລາ​ລີ​ຢ້ຽມຢາມ​ກຳປູ​ເຈຍ​ພາຍ​ໃຕ້​ສະພາບການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ກຳປູ​ເຈຍ​ໃນ​ທຸກ​ຂົງ​ເຂດຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ