ອາ​ເມ​ລິ​ກາ ອັງກິດ ​ໂອສຕຼາລີ​ເຕືອນ​ພົນລະ​ເມືອງ​ຢ່າໄປ​ທ່ຽວ​ຟີ​ລິບ​ປິນ​ໃນ​ໄລຍະ​ນີ້

(GMT+08:00) 2010-11-03 16:39:30     cri

ວັນ​ທີ3 ພະຈິກ​ນີ້,​ເວ​ບ​ໄຊ້ສະຖາ​ນທູດ​ອາ​ເມ​ລິ​ກາ​ປະຈຳ​ຟີ​ລິບ​ປິນ​ໄດ້​ອອກ​ແຈ້ງ​ການເຕືອນ​ການທ່ອງທ່ຽວ​ສະບັບ​ໜຶ່ງ​ທີ່ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ,​ໂດຍ​ເຕືອນ​ວ່າ​ຟີ​ລິບ​ປິນມີຄວາມ​ສ່ຽງ​ທີ່​ອາດ​ຈະ​ມີ​ການ​ໂຈມ​ຕີຈາກ​ພວກກໍ່​ການ​ຮ້າຍ,​ເປົ້າ​ໝາຍ​ອາດ​ຈະ​ແມ່ນ​ສະຖານ​ທີ່​ສາທາລະນະ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຫຼາຍ.ນອກ​ນີ້,​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຟີ​ລິບ​ປິນລ້ວນ​ແຕ່​ມີ​ກຸ່ມ​ລັກ​ພາ​ຕົວ,​ ການ​ລັກ​ພາ​ຕົວ​ທີ່ມີຄົນ​ຕ່າງປະ​ເທດ​​ເປັນ​ເປົ້າ​ໝາຍເກີດ​ຂຶ້ນ​ເລື້ອຍໆ.

ວັນ​ທີ2 ພະຈິກ​ນີ້,ລັດຖະບານ​ອັງກິດ​ແລະ​ອົສຕຼາລີ​ຕ່າງ​ກໍ່​ເຕືອນ​ພົນລະ​ເມືອງຂອງ​ຕົນ​ກ່ຽວ​ກັບ​ເລື້ອ​ງການ​​ໄປທ່ອງ​ທ່ຽວຟີ​ລິບ​ປິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ