ເອກ​ອັກຄະ​ລັດຖະທູດມະ​ເລ​ເຊຍປະຈຳ​ຈີນ​ຄົນ​ໃໝ່ຢ້ຽມຢາມcri

(GMT+08:00) 2010-11-03 17:43:09     cri

ຕາມ​ຂ່າວcri:ຕອນ​​ເຊົ້າ​ວັນ​ທີ3 ພະຈິກ​ນີ້,ທ່ານ​ດາ​ຕຸກ ອີສກັນດາ ຊາຣູດິນ ​ເອກ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ​ປະຈຳ​ຈີນ​ຄົນ​ໃໝ່ໄດ້​ຢ້ຽມຢາມcri.

ໃນ​ການ​ພົບ​ປະ​ກັບ​ທ່ານ​ວາງ​ຢຸນ​ເພິ​ງ ຮອງ​ຫົວໜ້າວິທະຍຸcri,ທ່ານ​ຊາຣູດິນ​ກ່າວ​ວ່າ,ຈະ​ຊ່ອຍ​ເຫຼືອcri​ສ້າງ​ວິ​ທະຍຸFM​ຢູ່​ມາ​ເລ​ເຊຍ,​ແລະດຳ​ເນີນ​ການ​ຮ່ວມ​ມື​ແລະ​ການ​​ແລກປ່ຽນຢ່າງ​ກວ້າງຂວາງ​ກວ່າ​ເກົ່າ,ຊຸກຍູ້​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ໃນ​ເວລາ​ໃຫ້ສຳພາດ​ຕໍ່​ນັກ​ຂ່າວcri,ທ່ານ​ຊາຣູດິນ​ກ່າວ​ວ່າ,ປັດ​ຈຸ​ບັນ,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ມາ​ເລ​​ເຊຍ​ກັບ​ຈີນ​ພວມ​ຢູ່​ໃນ​ໄລຍະ​ທີ່​ຂະຫຍາຍຕົວ​ຢ່າງ​ດີ​ງາມ​ທີ່​ສຸດພາຍຫຼັງ​ສ້າງ​ສາຍ​ພົວພັນ​ການ​ທູດ​ເປັນ​ຕົ້ນ​ມາ,ການ​ຮ່ວມ​ມື​ແລະ​ແລກປ່ຽນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ພວມ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ