ທ່ານ​ອູ​ປ່າງກົວ​ເລີ່​ມຢ້ຽມຢາມ​ກຳປູ​ເຈຍ

(GMT+08:00) 2010-11-03 17:47:44     cri

ຕອນ​ປ່າຍ​ວັນ​ທີ3 ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,ທ່ານ​ອູ​ປ່າງກົວ ປະທານສະພາ​ປະຊາຊົນ​ແຫ່ງ​ຊາ​ດຈີນ​ເດີນທາງ​ໄປ​ຮອດ​ພະນົມ​ເປັນ,​ເລີ່ມຢ້ຽມຢາມ​​ສັນທະ​ວະ​​ໄມຕີຢ່າງ​ເປັນ​ທາງ​ການ​ຢູ່ກຳ​ປູ​ເຈຍ.ນີ້​ແມ່ນ​ປະທານ​ສະພາ​ຈີນ​ຢ້ຽມຢາມ​ກຳປູ​ເຈຍ​ເປັນ​ເທື່ອ​ທຳ​ອິດ​ໃນ10ປີ​ທີ່​ຜ່ານ​ມາ.

ຫຼັງ​ຈາກ​ນີ້,ທ່ານ​ອູ​ປ່າງກົວ​ຈະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ແລະ​​ໄທ,ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ເພື່ອ​ເພີ່ມ​ທະວີ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,ປັບປຸງ​ມິດຕະພາບ,ລົງ​ເລິກ​ການ​ຮ່ວມ​ມື,​ແລະ​ຈະ​ແນະນຳ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອ້ອມ​ແອ້ມ​ຂອງ​ຈີນ​ຕື່ມ​ອີກ​ໃຫ້​ປະ​ເທດ​ອ້ອມ​​ແອ້ມ​ຂອງ​ຈີນ​ຄື​ກຳປູ​ເຈຍ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ