ເຈົ້າ​ຫນ້າ​ທີ່​ການ​ທູດ​ຈີນ​ກ່າວ​ເຖິງ​ການ​ຕ່າງ​ປະ​ເທດຈີນ​ທີ່​ມີ​ຕໍ່​ອາຊີ

(GMT+08:00) 2010-11-04 16:00:40     cri

ວັນ​ທີ 3 ພະ​ຈິກນີ້, ທ່ານ​ຫູ​ເຈິ້ງ​​ເຢ້,ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຮັບຜິດຊອບ​ວຽກ​ງານ​ອາຊີ​ກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ ປະ​ເທດ​ໃກ້​ຄຽງ​ໃນ​ອາຊີໄດ້​ມີ​ການ​ປ່ຽນ​ແປງ​ທີ່​ມີ​ຄວາມ​ຫມາຍ​ປະຫວັດ​ສາດ ຈຸດ​ພິ​ເສດ​ຕົ້ນຕໍ​ຂອງ​ການ​ປ່ຽນ​ແປງ​ດັ່ງກ່າວ​ກໍ່​ແມ່ນການ​ພົວພັນຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​, ​ຮ່ວມ​ມື​ກັນແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.


ທ່ານ​ຫູ​ເຈິ້ງ​ເຢ້​ແມ່ນ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ປັກ​ກິ່ງ. ປະຈຸ​ບັນ,​ ​ໃນ​ສາກົນ​ໄດ້​ມີ​ຄຳ​ວິຈານ​ຈຳນວນ​ຫນຶ່ງ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບບາງປະ​ເທດ​ໃກ້​ຄຽງ​​ໃນ​ອາຊີ,ບາງ​ຄົນ​ຍັງ​ກ່າວ​ວ່າ ການ​ພົວພັນ​ລະຫວ່າງ​ຈີນ​ກັບບາງປະ​ເທດ​ໃກ້​ຄຽງນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ,ບາງປະ​ເທດ​ໃກ້​ຄຽງຍັງກັງວົນນຳ​ຈີນ.

ທ່ານ​ຫູ​​ເຈິ້ງ​ເຢ້ກ່າວ​ວ່າ,ປີນີ້,ຈີນກັບປະ​ເທດ​​​ໃກ້​ຄຽງ​ເຊັ່ນ:ອິນ​ເດຍ,​ອິນ​ໂດ​ເນ​ເຊຍ,ຫວຽດ​ນາມ,ມຽນມາ​ແລະ​ປະ​ເທດອື່ນໆ​ໄດ້ຈັດ​ຕັ້ງ"ປີ​​ມິດຕະພາບ,​ແລະຈັດ​ກິດຈະກຳ​ລະ​ລຶກທີ່​ມີຫຼາຍຮູບ​ຫຼາຍ​ແບບ​,​ເພື່ອ​ສະ​ເຫຼີ​ມສະຫຼອງ​ການສ້າງສາຍ​ພົວພັນ​ທາງ​ການ​ທູດ​ຂອງສອງປະ​ເທດຄົບຮອບ 60 ປີຢ່າງຄຶກຄື້ນ. ທ່ານ​ອູ​ປາງ​ກົວະ,ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ຈີນ​ທີ່​ຈະ​​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​​ໃນ​ໄວໆ​ນີ້ ​ຈະ​​​ເຮັດໃຫ້ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ຍົກ​ສູງຂຶ້ນສູ່ລະດັບ​ໃຫມ່.


ທ່ານ​ຫູ​ເຈິ້ງ​ເຢ້ກ່າວ​ວ່າ,ປີ​ນີ້,ການ​ພົວພັນ​​ຈີນ​-​ອາ​ຊຽນ​ໄດ້ສືບ​ຕໍ່ອັນ​ເກົ່າ ຂະຫຍາຍ​ອັນ​ໃຫມ່. ​ໃນ​ກອງ​ປະຊຸມ​ສຸດ​ຍອດຈີນ-ອາ​ຊຽນ​ເທື່ອ​ທີ 13ທີ່​ຫາກໍ່​ສິ້ນ​ສຸດ​ລົງ​,ທ່ານ​ເວີ່ນ​ເຈ່ຍປາວ,ນາຍົກລັດຖະມົນຕີຈີນ​ແລະ​ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ເປັນ​ເອກ​ສາ​ກັນ​ເຫັນ​ວ່າ ການ​ພົວພັນ​ລະຫວ່າງຈີນ​ກັບ​ອາ​ຊຽນ​ແມ່ນການ​ພົວພັນທາງ​ຍຸດ​ທະ​ສາດ​ທີ່​ຕິດ​ແທດ​ຕົວ​ຈິງທີ່​ສຸດ,ຫຼາຍ​ຮູບ​ຫຼາຍ​ສີທີ່​ສຸດ,ຮອບດ້ານທີ່​ສຸດ,ມີ​ຊີວິດຊີວາຫຼາຍ​ທີ່​ສຸດແລະ​ໄດ້​ຮັບຜົນສຳເລັດຫຼາຍ ທີ່​ສຸດ​, ພວກ​ທ່ານ​ເປັນ​ເອກ​ະສັນ​ກັນ​ເຫັນ​ວ່າ ​ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແຜນການປະຕິບັດ​ງານ 5 ປີ​ຄັ້ງ​ທີ 2 ​ເປັນ​ຢ່າງ​ດີ.


ປີນີ້​ແມ່ນປີ​ທຳ​ອິດ​ທີ່​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນສ້າງ​ສຳ​ເລັດ​ຢ່າງຮອບດ້ານ. ​ໃນ​ຖານະ​ທີ່​ເປັນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ທີ່​ສຸດຂອງປະ​ເທດ​ທີ່​ພວມ​ພັດທະນາ​ໃນ​ປະຈຸ​ບັນ, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​​ເຮັດ​ໃຫ້​ສອງ​ຝ່າຍ​​ເພີ່ມເງິນ​ທຶນ,​ເຕັກນິກ​ແລະ​ນັກວິຊາການ​ແລະ​ອື່ນໆ​​​ເພີ່ມຂຶ້ນຢ່າງ​ຊັນ​ເຈນ,​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ອັນ​ດີງາມ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ປະຫວັດສາດໃຫ້​ແກ່​ການ​ເປີດ​ກວ້າງການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ.

ທ່ານ​ຫູ​ເຈິ້ງ​ເຢ້ກ່າວ​ວ່າ,​ໃນ​ດ້ານ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ຕິດ​ຕໍ່​ພົວພັນ​ກັນ,ຈີນ​ໄດ້​ຕັ້ງຫນ້າສະຫນັບສະຫນູນ"ແຜນ​ແມ່​ບົດກ່ຽວ​ກັບ​ການ ເຊື່ອມ​ຕໍ່​ອາ​ຊຽນ",ສຸມ​ກຳລັງ​ເພື່ອຮ່ວມກັບປະ​ເທດ​ອາຊີ​ຕາ​ເວັນ​ອອກ,ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ທາງ​ຫຼວງ,​ທາງ​ລົດ​ໄຟ, ທາງ​ເດີນ​ເຮື​ອ,ທ່າ​ກຳ​ປັ່ນ​ແລະ​ອື່ນໆ​ໃນ​ພາກ​ພື້ນ​ນີ້,​ເພີ່ມ​ທະວີການ​ເຂົ້າຮ່ວມ​ແລະ​ຮ່ວມ​ມື​​ຂອງກົນ​ໄກ​ຕ່າງໆ​ເຊັ່ນ:ການຮ່ວມ​ມື​ເສດຖະກິດອະນຸ​ພາກພື້ນ​ແມ່​ນ້ຳຂອງຫຼືGMS​ແລະ​ການ​ພັດທະນາ​ຮ່ວມ​ມື​ໃນ​ແມ່​ນ້ຳຕ່າງໆຂອງ​ອາ​ຊຽນ​.

 
ເວລາ​ເວົ້າ​ເຖິງ​ສະພາບ​ການ​ໃນທະ​ເລ​ຈີນ​ໃຕ້, ທ່ານ​ຫູ​ເຈິ້ງ​ເຢ້ກ່າວວ່າ, ປັດຈຸບັນ​ນີ້, ສະຖານະ​ການ​​​ໃນເຂ​ດນີ້ມີ​ສະຖຽນ​ລະ​ພາບ​ໂດຍ​ລວມ, ​ແຕ່​ຍັງ​ມີ​ປັດ​ໄຈທີ່​ບໍ່​ແນ່ນອນ​ແຝງ​ຊ້ອນຢູ່. ຮັກສາ​ສະຖຽນ​ລະ​ພາບ​ແລະ​ສັນຕິ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້, ບໍ່​ເຮັດ​ໃຫ້​ຄວາມ​ຂັດ​ແຍ່​ງທະ​ເລ​ຈີນ​ໃຕ້ຂະຫຍາຍອອກ​ແລະສັບສົນ​ເຂົ້າ, ຈົນ​ກາຍ​ເປັນ​ບັນຫາ​ສາກົນ, ຫຼີກ​ເວັ້ນບໍ່​ສ້າງຄວາມ​ຂັດ​ແຍ່​ງ​ແລະຄວາມ​ເຄັ່ງ​ຕຶງ​ຢູ່​ຂົງ​ເຂດນີ້. ​ເຮັດ​ແນວນີ້​ຈະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້. ຈີນ​ເຫັນ​ວ່າ, ​ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ດຳ​ເນີນ​ການ​ເຈລະຈາສອງ​ຝ່າຍ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໃນທະ​ເລ​ຈີນ​ໃຕ້. ​ແລະ​ຄວນ​ຈະ​ປະຄວາມ​ຂັດ​ແຍ່ງ​ໄວ້​ກ່ອນ, ​ແລ້ວຫັນ​ມາ​ຮ່ວມ​ກັນ​ພັດທະນາ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດຕ່າງໆ​ປະ​ຕິ​ບັດຖະ​ແຫຼງການ​ການ​ກະທຳ​ທຸກ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້, ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ​ແລະ​ກັນ, ຊຸກຍູ້​ການ​ຮ່ວມມື​ກັນ.ທ່ານ​ຫູ​ເຈິ້ງ​ເຢ້ຍັງກ່າວ​ວ່າ, ການ​ພັດທະນາ​ແມ່ນ​ພາລະ​ໜ້າ​ທີ່ທີ່ຈີນ​ແລະ​ປະ​ເທດ​ອາຊີຮ່ວມ​ກັນ​ປະ​ເຊີນ​ໜ້າ, ​ແມ່ນ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ສໍາ​ລັບ​ຈີນ​ແລະ​ປະ​ເທດ​ອາຊີ​. ຈີນ​ຍຶດໝັ້ນ​ຍຸດ​ທະ​ສາດ​ເປີດ​ກວ້າງ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈະຮ່ວມ​ມື​ກັບປະ​ເທດ​ອາຊີ,ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ພ້ອມ​ກັນ​ຊຸກຍູ້​ການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ​ອາຊີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ