ທ່ານ​ອູ​ປ່າງກົວ​ກ່າວ​ວ່າ,ຈີ​ນກັບ​ກຳປູ​ເຈຍ​ແມ່ນ​ຕົວຢ່າງ​ຂອງ​ການ​ຮ່ວມ​ມືຢ່າງ​ຈິງ​ໃຈລະຫວ່າງ​ປະ​ເທດ​ກັບປະ​ເທດ

(GMT+08:00) 2010-11-04 18:16:20     cri

ວັນ​ທີ4 ພະຈິກ​ນີ້,ຢູ່​ພະນົມ​ເປັນ,ທ່ານ​ອູ​ປ່າງກົວ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ການ​ຢ້ຽມຢາມ​ສັນຖະວະ​​ໄມຕີ​ຢ່າງ​ເປັນ​ທາງການ​ຢູ່ກຳ​ປູ​ເຈຍ​ກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ສາກົນ,​ແມ່ນ​ຕົວຢ່າງຂອງ​ການ​ຮ່ວມ​ມື​ຢ່າງ​ຈິງ​​ໃຈລະຫວ່າງ​ປະ​ເທດ​ກັບປະ​ເທດ.

ທ່ານ​ອູ​ປ່າງກົວ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຈລະຈາ​ກັບ​ທ່ານ​​​ເຮັງສຳຣິນ, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ຂະຫຍາຍຕົວ​ຢ່າ​ງລົງ​ເລິກ,ທ່ານ​ອູ​ປ່າງກົວ​​ໄດ້​ສະ​ໜີ3ຂໍ້ຄື:ສອງ​ຝ່າຍ​ຄວນ​ຮັກສາການ​ແລກປ່ຽນ​ລະດັບ​ສູງ​ນຳ​ກັນ,​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ຕື່ມ​ອີກ​ແລະ​ເພີ່ມ​ທະວີການ​ປະສານ​ງານ​ແລະ​ສົມທົບ​ໃນ​ວຽກ​ງານ​ສາກົນ​ແລະ​​ພາກ​ພື້ນ.

ທ່ານ​ເຮັ​ງສຳຣິມ​ເຫັນ​ດີນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ອູ​ປ່າງກົວ​ກ່ຽວ​ກັບ​ການຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາຂອງສອງ​ປະ​ເທດ.ທ່ານ​ກ່າວ​ວ່າ,ຝ່າຍ​ກຳປູ​ເຈຍ​ປະຕິບັດ​ນະ​ໂຍບາຍ​ໄມຕີ​ຈິດມິດຕະພາບ​ຕໍ່​ຈີນ​​ຢ່າງ​ສະ​ເໝີ​ຕົ້ນ​ສະໝີ​ປາຍ,ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ສະໜິດ​​ແໜ້ນ​ລະດັບ​ຕ່າງໆ​ກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ຂະຫຍາຍຕົວ​ຢ່າງຮອບດ້ານ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ