ຄວາມ​ເຫັນປະ​ເທດ​ໃຫຍ່​ຕ່າງ​ໆ​​ໃນ​ການ​ຕ່າງປະ​ເທດ​ຢູ່​ອາຊີ​ປາ​ຊິກ​ຟິກ

(GMT+08:00) 2010-11-05 16:01:58     cri

​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຜູ່​ນຳ​ຫລື​ເຈົ້າ​ຫນ້າ​ທີ່​ລະດັບ​ສູງ​ຂອງຣັດ​ເຊຍ, ຍີ່​ປຸ່ນ, ອາ​ເມ​ລິ​ກາ​ແລະ​ອົສຕຼາລີ​ພາກັນ​ໄປ​ຢ້ຽມຢາມ​ຫວຽດນາມ, ມາ​ເລ​ເຊຍ,ກຳປູ​ເຈຍ​ແລະ​ປະ​ເທດ​ຕ່າງໆ.ນັກວິ​ເຄາະ​ເຫັນ​ວ່າ, ນູ​ໂຍບາຍ​ການ​ຕ່າງປະ​ເທດປະ​ເທດ​ໃຫຍ່​ເຫລົ່າ​ນີ້ຕໍ່ອາຊີ​ປາ​ຊິກ​ຟິກ​ແມ່ນ​​ແຕກ່ຕ່າງ​ກັນ.ຫາງ​ສຽງ​ຂອງ​ປະ​ເທດ​ທີ່​ຮັບ​ການ​ຢ້ຽມຢາມ​ນັ້ນ​ເຫັນ​ວ່າ, ຣັດ​ເຊຍ​ແມ່ນ​ຢາກ​ຍົກ​ອິດ​ທິພົນ​ຂອງ​ຕົນຢູ່​ເຂດ​ນີ້ໃຫ້​ສູງ​ຂຶ້ນ, ຍີ່​ປຸ່ນ​ແມ່ນ​ຢາກ​ຊອກ​ຫາ​ການ​ເພີ່ມ​ຕື່ມ​ຊັບພະຍາກອນ​ໃຫ້ແກ່​ຕົນ​ເອງຕື່ມ,ອາ​ເມ​ລິ​ກາ​ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ອາຊີ​ໃຫ້​ຫລາຍ​ກວ່​ເກົ່າ,ສ່ວນ​ອົສຕຼາລີ​ແມ່ນ​ຍ້ອນ​ຄວາມ​ຕ້ອງການ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ.

ພາຍຫລັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຣັດ​ເຊຍ​ກັບ​ອາ​ຊຽນຢູ່​ທີ່​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ແລ້ວ, ທ່ານ​ດີ​ມິດຕຼີ ​ເມັດ​ເວ​ເດັຟ,ປະທານາທິບໍດີຣັດ​ເຊຍ​ໄດ້​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​​ໃນ​ວັນ​ທີ 31 ຕຸລາ​ແລ້ວ​ນີ້.ທ່ານ​ເມັດ​ເວ​​ເດັຟກ່າວ​ວ່າ, ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງຣັດຊ​ເຍຢູ່​ເຂດ​ອາຊີ​ປາຊິກ​ຟິກ.

ຣັດ​ເຊຍ​ກັບ​ຫວຽດນາມ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັນ​ສ້າງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍຢູ່​ຫວຽດນາມ, ສັນຍາ​ຮ່ວມ​ມື​ກັນ​ຂຸດ​ຄົ້ນ​​ນ້ຳມັນ​ແລະ​ອາຍ​ແກ​ສ ທຳ​ມະ​ຊາດ​ຢູ່ຣັດຊ​ເຍ​ແລະ​ສັນຍາ​ອື່ນໆ​.​ໃນ​ນັ້ນ​ໂຄງການ​ສ້າງ​ໂຮງ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ​ນັ້ນຈະ​ມີ​ການ​ລົງທຶນ​ຫລາຍ​ກວ່າ 5 ຕື້​ໂດ​ລາ,ຣັດ​ເຊຍ​ຖື​ວ່າ​ແມ່ນຜົນສຳ​ເລັດ​ທີ່ສຳຄັນ​ທີຸ່ສດ,​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ແລະ​ວິທະຍາສາດ​ເຕັກນິກ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂຶ້ນສູ່​ລະດັບ​ໃຫມ່.

ຫາງ​ສຽງ​​ໃນຫວຽດນາມ​ເຫັນ​ວ່າ, ຫວຽດນາມ​ທີ່​ມີ​ຊັບພະຍາກອນ​ອຸດົມສົມ ບູນ​ແລະຣັດ​ເຊຍ​ທີ່​ມີ​ເຕັກນິກ​ດ້ານ​ອຸສາຫະກຳ​ສູງ​ນັ້ນຖ້າຮ່ວມ​ມື​ກັນຈະສາມາດ​ບັນລຸ​ການ​ໄດ້ຜົນປະ​ໂຫຍ​ດຮ່ວມ​ກັນ.

​​ເມື່ອ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນ​ແລ້ວ, ທ່ານ​ຄານ ນາ​ໂອ​ໂຕະ,ນາຍົກລັດຖະມົນຕີຍີ່ປຸ່ນ​ກໍ່​ໄດ້​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.​ການ​ຂຸດ​ຄົ້ນ​ແຮ່ທາດ​ທີ່​ຫາກ​ຍາກ​ແລະ​ເພີ່ມ​ການ​ລົງທຶນ​ຢູ່​ຫວຽດນາມ​ແມ່ນ​ເນື້ອ​ໃນຕົ້ນຕໍທີ່​ທ່ານ​ເຈລະຈາ​ກັບ​ຜູ່​ນຳ​ຫວຽດນາມ.ນາຍົກ ສອງ​ປະ​ເທດ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ໂດຍ​ກ່າວ​ວ່າ,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ຍີ່​ປຸ່ນລົງທຶນ​ຢູ່​ຫວຽດນາມ​ເພື່ອ​ຂຸດ​ຄົ້ນ​ແຮ່ທາດ​ທີ່​ຫາ​ຍາກ ​,ຍີ່​ປຸ່ນຈະ​ໃຫ້ການ​ສະຫນັບສະຫນູນ​ແກ່​ຫວຽ​ດນາມ​ໃນ​ດ້ານ​ການ​ເງິນ​ແລະ​ເຕັກນິກ.ນອກ​ນີ້, ຍີ່​ປຸ່ນຍັງ​ຈະ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ໂຄງການ​ສ້າງ​ໂຮງ​ໄຟຟ້າ​ນິວ​ເຄຼຍ,​ເພື່ອ​ໃຫ້ການ​ສະຫນັບສະຫນູນ​ດ້ານ​ອຸປະກອນ,​ເຕັກນິກ​ແລະ​ທຶນ​ແກ່​ການ​ສ້າງ​ເຄື່ອງ​ປະຕິ​ກອນ​ສອງ​​ແຫ່ງ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທີ​ສອງ​ຂອງ​ຫວຽດນາມ.

ວັນ​ທີ 29 ຕຸລາ​ແລ້ວ​ນີ້,ນາ​ງຮີ​ວລາຣີ ຄຼິນຕັນ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປຫວຽດນາມ,​ເລີ່​ມ ຢ້ຽມຢາມປະ​ເທດ​ຕ່າງ​​ໃນອາຊີ​ປາຊິ​ຟິກເປັນ​ເວລາ​ສອງ​ອາທິດ.ພາຍຫລັງ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸ​ດຍອດ​ຕ່າງໆ​ຂອງ​ອາ​ຊຽນ​ແລ້ວ,ນາງ​ໄດ້​ຢ້ຽມຢາ​ມະເລ​ເຊຍ​ແລະ​ກຳປູະ​ເຈຍ.​ໃນ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ໃນ​ວັນ​ທີ 2 ພະຈິກ​ນີ້,ອາ​ເມ​ລິ​ກາ​ກັບ​ມະ​ເລ​ເຊຍ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ແລະ​ບົດ​ບັນທຶກຄວາມ​ເຂົ້າ​ໃຈໃນ​ຂົງ​ເຂດ​ການ​ປິ່ນປົວ​ພະຍາດ,​ເຕັກນິກ​ໃຫມ່​ແລະ​ການບິນ.ນາງ​ຮີ​ວລາຣີກ່າວ​ວ່າ:"ຍິນ​ດີ​ຊ່ວຍ​ນາຍົກລັດຖະມົນຕີນາຈິບ​ພ້ອມ​ຜູ່​ນຳ​ປະ​ເທດ​ອື່ນໆ​ຊຸກ​ຍູ້​ການ​ສົນທະນາ​ກັນ​ລະຫວ່າງ​ສາສະຫນາທີ່​ຕ່າງ​ກັນ".

ຫນັງສືພິມ​ ຊິນ​ໂຈ​ວ​​​ເດ​ລີ ທີ່​ເປັນ​ຫນັງສືພິມ​ພາສາ​ຈີນ​ທີ່ພິມ​ຈຳຫນ່າຍ​ຫລາຍ​ທີ່​ສຸດ​ຂອງ​ມາ​ເລ​ເຊຍ​ໄດ້​ລົງພິມ​ບົດ​ນຳ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ອາຊີ​ປາ​ຊິກ​ຟິກຂອງ​ນາງ​ຮີ​ວລາຣີກໍ່​ຄື​ການ​ຢ້ຽມຢາມ​ອິນ​ເດຍ,ອິນ​ໂດ​ເນ​ເຊຍ,ສ.​ເກົາຫລີ​ແລະ​ຍີ່​ປຸ່ນຂອງ​ທ່ານ​ປະທານາທິບໍດີ​ໂອ​ບາ​ມາ​ໃນ​ຕໍ່​ໄປ​ນີ້,​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ປັບປຸງ​ຍຸດ​ທະ​ສາດ,ກັບ​ຄືນ​ສູ່​ອາຊີ.

ວັນ​ທີ 1 ພະຈິກ​ນີ້,ນາງ​ຈູ​ເລຍ ​ເອວລີ​ນ ກີ​ນລາດ,ນາຍົກລັດຖະມົນ ຕີອົສຕຼາລີ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ  2 ວັນ.​ໃນ​ການ​ພົບ​ປະ,ຜູ່​ນຳ​ອົສຕຼາລີ​ແລະ​ມະ​ເລ​ເຊຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຕື່ມ​ອີກ,ຕໍ່ຕ້ານ​ການ​ຄ້າ​ມະນຸດ​ແ​ລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ.

ຫນັງສືພິມ​ນິວສ​ເທຼດແທມສ໊ ຫນັງສືພິມ​ພາສາ​ອັງກິດ​ຂອງ​ມາ​ເລ​ເຊຍ​ວິຈານ​ວ່າ, ນາງກິນ​ລາດ​ເລືອກ​ເອົາ​ມາ​ເລ​ເຊຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄປ​ຢ້ຽມ ຢາມ​ຕ່າງປະ​ເທດ​ແມ່ນ​ຍ້ອນ​ບັນຍາກາດ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອົສຕຼາ ລີ.ການ​ລັກ​ເຂົ້າ​ເມືອງ, ການ​ຄ້າ​ມະ​ມຸດ​ແລ​ະບັນຫາ​ຊາວ​ອົບ​ພະຍົບ​ແມ່ນ​​ເລື່ອງ​ທີ່ພັກ​ຝ່າຍ​ຄ້ານ​ອົສຕຼາລີ​ໃຊ້​ໂຈມ​ຕີ​ລັດຖະບານ​,ສະນັ້ນ, ນາງ​ກໍ່​ຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ເຫລົ່ານີ້​ໃຫ້​ຕົກ​ຈິ່ງ​ຈະສາມາດ​ດຳລົງ​ຕຳ​ແຫນ່​ງ​ໄດ້ອີກ​ສະ​ໄຫມ​ຫນຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ