ຈີນ​ຕັ້ງຫນ້າ​ຊອກຫາ​ວິທີ​ຢູ່​ຮ່ວມກັນ​ກັບຊາວ​ໂລກ​

(GMT+08:00) 2010-11-09 15:20:44     cri

​ໃນ​ເມື່ອ​ຈີນ​ນັບ​ມື້​ນັບ​ກາຍ​ເປັນ​ຜູ່​ເຂົ້າ​ຮ່ວມ​ແລະ​ຜູ່​ລິ​ເລີ່​ມລະບົບ​ສາກົນ​ທີ່​ສຳຄັນ,​ ເມື່ອ​ຄຳ​ວ່າ"ປະ​ເທດ​ຈີນ"​ໄດ້​ກາຍ​ເປັນ​ຄຳ​ສັບ​ທີ່​ຄົນ​ທັງຫລາຍ​ຫລີກ​ລ້ຽງ​ບໍ່​ໄດ້​ໃນ​ເວລາ​ລົມ​ເຖິງ​​ໂລກຫນ່ວຍ​ນີ້, ຈີນ​ຈະ​ຢູ່​ຮ່ວມກັບ​ໂລກ​ແນວ​ໃດ?ກໍ່​ກາຍ​ເປັນ​ບັນຫາ​ທີ່​ຄົນ​ທັງຫລາຍ​​ໃຫ້​ຄວາມ​ສົນ​ໃຈ.ວັນ​ທີ 6 ​ແລະ​ວັນ​ທີ 7 ພະຈິກ​ນີ້,​ເວທີ​ປາ​​ໃສ​ຄົ້ນຄວ້າ​ຈີນ​ຂອງ​ໂລກ​ຄັ້ງ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ້,ນັກວິຊາ​ການ​ເກືອບ 300 ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ໂລກ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນກ່ຽວ​ກັບ​ບັນຫາ​ນີ້.

​ບໍ່​ວ່າ​ຢູ່​ສະຖານ​ທີ່​​ໃດ, ຄົນ​ທັງຫລາຍກໍ່​ເລີ່​ມລົມ​ເຖິງ​ຈີນ​ເລື້ອຍໆ. ຄື​ວ່າຈີນ​ໄດ້​ຊົງ​ຕົວ​ຢູ່​ທຸກ​ບ່ອນ​ໃນ​ເວລາ​ພັບ​ຕາ​ດຽວ.ນາງ​ໂມຣີ ຄາ​ຊູໂກະ,ນັກວິຊາການ​ຍີ່​ປຸ່ນ​ເຫັນ​ວ່າ, ​ເມື່ອ​ທຽບ​ກັບ​ການ​ທີ່ຈີນ​ໄດ້​ເຜີຍ​ແຜ່​ກວ້າງ​ອອກ​ໄປ​ແລ້ວ, ຄົນ​ທັງຫລາຍ​ຍັງ​ບໍ່ຮູ້​ດີ​ກ່ຽວ​ກັບຈີນ​ເທື່ອ.ນາງ​ເວົ້າວ່າ:

ຕົວຢ່າງ​ຄື​ຫມູ່​ຂອງ​ຂ້ອຍ, ປະຊາຊົນ​ທຳ​ມະ​ດາ,ບໍ່​ຮູ້​ສະພາບ​ການ​ຂອງ​ຈີນ​ເລີຍ.ປະຊາຊົນ​ຂອງ​ສອງ​ປະ​ເທດ​ຖ້າ​ບໍ່​ໄວ້​​ໃຈ​ກັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນີ້​ກໍ່​ມັກ​ຈະ​ເກີດ​ມີ​ຄວາມ​ຂັດ​ແຍ່ງ​ຕະຫລອດ.​ໃນ​ຖານະ​ທີ່ເປັນ​ນັກ​ຄົ້ນຄວ້າກ່ຽວ​ກັບຈີນ, ກ່ອນ​ອື່ນ​ຄວນ​ລົບ​ລ້າງ​ຄວາມ​ບໍ່​ໄວ້​ໃຈ​ກັນ​ອອກ​ໄປ​,​ນີ້​ແມ່ນ​ເລື່ອງ​ສຳຄັນ​ທີ່​ສຸດ.

ປີ 2004 ​ໄດ້​ຈັດ​ເວທີ​ປາ​ໄສ​ຄົ້ນຄວ້າ​ຈີນ​ຂອງ​ໂລກ​ຄັ້ງ​ທຳ​ອິດ,ຫລັງ​ຈາກ​ນັ້ນທຸກໆ​ສອງ​ປີ​ກໍ່​ຈັດ​ເທື່ອ​ຫນຶ່ງ, ກາຍ​ເປັນ​ເວທີ​ແລກປ່ຽນ​ດ້ານ​ວິຊາການ​ສາກົນ​ລະດັບ​ສູງ​ສຳລັບ​ໃຫ້​ນັກວິຊາການ​ຈີນ​ແລະ​ຕ່າງປະ​ເທດ​ເຜີຍ​ແຜ່​ຫມາກຜົນ​​ໃນ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ຈີນ.

ຫົວ​ຂໍ້​ຫລັກ​ຂອງ​ເວທີ​ປາ​ໄສ​ຄັ້ງ​ນີ້​ແມ່ນ: ຢູ່​ຮ່ວມ​ກັນ,​ເຕີບ​ໂຕ​ຮ່ວມ​ກັນ,ຈີນ​ກັບ​ໂລກ​ເຊື່ອມ​ໂຍງ​ເຂົ້າກັນ.​ໃນ​ເວທີ​ປາ​ໄສ, ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຈີນ 4 ​ທ່ານ​ທີ່​ມາ​ຈາກ​ຕ່າງປະ​ເທດ​ເຊັ່ນ​ນາງ​ໂມຣີ ຄາຊູ​ໂກະ ​ແລະ​ທ່ານ​ອື່ນໆ​ໄດ້​ຮັບ​ລາງວັນ​ປະກອບສ່ວນ​ໃນ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ຈີນ​ທີ່​ລັດຖະບານ​ຈີນ​ມອບ​ ​ໃຫ້, ​ເພື່ອ​ຊົມ​ເຊີຍຜົນງານ​ຂອງ​ເຂົ້າ​ເຈົ້າ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ຈີນ.

ການ​ຄົ້ນຄວ້າ​ກ່ຽວ​ກັບ​ຈີນ, ລວມທັງ​ຄົ້ນຄວ້າ​ຈີນ​ໃນ​ສະ​ໄຫມ​ບູຮານ, ຍິ່ງ​ຄວນ​ຖື​ການ​ຄົ້ນຄວ້າ​ຈີນ​ໃນ​ປັດຈຸບັນ​ເປັນ​ສຳຄັນ.ທ່ານ​ອີ​ກໍ ​ໂຣກາ​ເຊັຟ,ຜູ່​ຊ່ຽວຊານ​ຄົ້ນຄວ້າ​ຈີນ​ທີ່​ມີ​ຊື່​ສຽງ​ຂອງຣັດ​ເຊຍ​ເຫັນ​ວ່າ, ການ​ຄົ້ນຄວ້າ​ກ່ຽວ​ກັບ​ຈີນ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົ​ນ​ໃຈ, ​ແມ່ນ​ຍ້ອນ​ວ່າ​ຈີນ​ມີບົດບາດ​ນັບ​ມື້​ນັບ​ຫລາຍໃນ​ໂລກ.ທ່ານ​ກ່າວ​ວ່າ:

ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ເຕີບ​ໂຕ​ຂຶ້ນ, ຈີນ​ກໍ່​ມີບົດບາດ​ຫລາຍ​ຂຶ້ນ​ໃນ​ໂລກ,ວັດທະນະທຳ​ຈີນ​ໄດ້​ດຶງ​ດູດ​ຄົນ​ນັບ​ມື້​ນັບ​ຫລາຍ​ສົນ​ໃຈ​ນຳ​.​ໃນ​ທ້າຍ​ຊຸມ​ປີ 1980,ຢູ່ອະ​ດີດ​ສະຫະພາບ​ໂຊ​ວຽດ,ມີ​ໂຮງຮຽນ​ຊັ້ນ​ສູງ​ແລະ​ອົງການ​ຄົ້ນຄວ້າ​ວິທະຍາສາດທີ່​ອົບຮົມນັກວິຊາການທາງ​ດ້ານ​ການ​ຄົ້ນຄວ້າ​ຈີນ​ນັ້ນມີ​ພຽງ​ສິບ​ກວ່າ​ແຫ່ງ,ດຽວນີ້​ກໍ່​ຫລາຍ​ກວ່າ 50 ​ແຫ່ງ​ແລ້ວ.

ຕັ້ງ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ​ພາຍ​ນອກ​ເປັນ​ຕົ້ນ​ມາ, ການ​ພັດທະນາ​ຂອງ​ຈີນ​ຍິ່ງ​ໄດ້​ຮັບຄວາມ​ສົນ​ໃຈ​ຈາກ​​ໂລກ​ຫລາຍ.ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່ທີ​ສອງ​ຂອງ​ໂລກ,​ແມ່ນ​ຜູ່​ເຂົ້າ​ຮ່ວມ​ແລະ​ຜູ່​ລິ​ເລີ່​ມທີ່​ສຳຄັນ​ໃນ​ການສ້າງ​ລະບົບ​ສາກົນ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ,ຈີນ​ໄດ້​ນຳພາ​ປະຊາຊົນ 1/5 ​ໃນ​ໂລກ​ຈາກ​ການ​ກິນ​ອິ່ມ​ນຸ່ງ​ອຸ່ນ​ກ້າວ​ໄປ​ສູ່​ການ​​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ແຮ​ໄວ້ແລ້ວ.ສະນັ້ນ, ກໍ່​ມີ​ຄົນ​ນັບ​ມື້​ນັບ​ຫລາຍ​ເລີ່​ມສົນ​ໃຈ​ນຳ​ຮູບ​ແບບ​ພັດທະນາ​ຂອງ​ຈີນ.ທ່ານ​ເຈິ່ງ​ຢົງ​ນຽນ,ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ເຫັນ​ວ່າ, ການ​ກ່າວ​ເຖິງ"ຮູບ​ແບບ​ຂອງ​ຈີນ"​ແມ່ນ​ເພື່ອ​ຢາກ​ບັນ​ລະ​ຍາຍ​ເສັ້ນທາງ​ການ​ພັດທະນາ​ຂອງ​ຈີນ​ໃຫ້​ດີກ​ວ່າ​ເກົ່າ.

ຄຽງ​ຄູ່​ກັບບົດບາດ​ຂອງ​ຈີ​ນນັບ​ມື້​ນັບສູ​ງຂຶ້ນ,ກໍ່​ມີ​ບາງ​ຄົນ​ໃນ​ສາກົນ​ເປັນ​ຫ່ວງ​ວ່າການ​ພັດທະນາ​ຂອງ​ຈີນ​ອາດ​ຈະ​ກາຍ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ທີ່​ຢູ່​ອ້ອມ​ຂ້າງ.ກ່ຽວ​ກັບ​ຄຳ​ເວົ້າ​ນີ້, ທ່ານ​ວາງ​ເຊີນ,ຫົວຫນ້າ​ຫ້ອງການ​ຖະ​ແຫລ​ງຂ່າວ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ຈີນ​ຈະ​ຍຶດຫມັ້ນການ​ພັດທະນາ​ໂດຍ​ສັນຕິຕະຫລອດ​ໄປ,​ເພາະວ່າ​ການພັດ​ທະນາ​ໂດຍ​ສັນຕິ​ແມ່ນ​ທາງ​ເລືອກ​​ແລະ​ຄຳ​ຫມັ້ນສັນຍາ​ອັນ​ຫນັກ​ແຫນ້ນ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ.ທ່ານ​ກ່າ​ວວ່າ:

ການ​ພັດທະນາ​ຂອງ​ຈີນ​ພວມ​ເດີນ​ຕາມ​ເສັ້ນທາງ​ສັນຕິພາບ​​ເສັ້ນ​ໃຫມ່ທີ່​ຕ່າງ​ກັບປະ​ເທດ​ໃຫຍ່ອື່ນໆ.ພວກ​ເຮົາ​ຍຶດຫມັ້ນສ້າງ​ສະພາບ​ແວດ​ລ້ອມ​ທາງ​ສາກົນ​ທີ່​ມີ​ສັນຕິພາບ​​ເພື່ອ​ໃຫ້​ຕົນ​ເອງ​ໄດ້​ພັດທະນາ,ທັງ​ຊຸກ​ຍູ້​ສັນຕິພາບ​ຂອງ​ໂລກ​ດ້ວຍ​ກາ​ນພັດທະນາ​ຂອງ​ຕົນ.ຍຶດຫມັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,ບໍ່​ແມ່ນນະ​ໂຍບາຍ​ຊົ່ວຄາວ​ຂອງ​ຈີນ,​ແຕ່ແມ່ນ​ທາງເລືອກ​​ແລະ​ຄຳ​ຫມັ້ນສັນຍາ​ອັນ​ຫນັກ​ແຫນ້ນ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ