ປະທານາທິບໍດີປາກີ​ສະ​ຖານ​ແລະ​ສື່​ມວນ​ຊົນ​ມະ​ເລ​ເຊຍ​ຍ້ອງ​ຍໍ​ວຽກ​ງານ​ຈັດ​ຕັ້ງ​ຂອງ​ເອ​ຊຽນ​ເກມ​ກວາງ​ໂຈວ

(GMT+08:00) 2010-11-14 16:37:28     cri
ແຕ່​ເອຊຽນ​ເກ​ມກວາງ​ໂຈ​ວ​ເລີ່​ມດຳ​ເນີນ​ການ​ແຂ່ງຂັນມາ​ນີ້, ວຽກ​ງານ​ຈັດຕັ້ງຂອງ​​ເຈົ້າພາບ​ກໍ່​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກຜູ້ນຳ​​ແລະ​ສື່​ມວນ​ຊົນຂອງ​ຕ່າງປະ​ເທດ.

ວັນ​ທີ 13 ພະຈິກ​ນີ້, ປະທານາທິບໍດີ​ປາ​ກີ​ສະຖານ​ກ່າວ​ວ່າ, ກວາງ​ໂຈ​ວ​ໄດ້​ສະ​ແດງ​ໃຫ້​ເຫັນ​ງານ​ມະຫະກຳ​​ເອຊຽນ​ເກ​ມທີ່​ສຳ​ເລັດ​ຜົນ, ຊຶ່ງ​ຈະ​ບອກ​ໃຫ້​ໂລກ​ຮູ້​ວ່າ, ຈີນ​ບໍ່​ພຽງ​ແຕ່ມີ​ກຳລັງ​ແຮງ​ຕົວ​ຈິງ​ດ້ານ​ເສດຖະກິດ​ອັນ​ມະຫາສານ​ເທົ່າ​ນັ້ນ, ຍັງ​ມີ​ວັດທະນະທຳ​​ດັ້ງ​ເດີມ​ແລະ​ໜາ​ແໜ້ນ​ທີ່​ດີ​ເດັ່ນ.

ວັນ​ດຽວ​ກັນ, ໜັງສືພິມ"ຊິນ​ໂຈ​ວລາຍ​ວັນ" ຊຶ່ງ​ເປັນ​ໜັງສືພິມ​ທີ່​ຈຳໜ່າຍຫຼາຍກວ່າ​ໝູ່​ໃນ​ມະ​ເລ​ເຊຍ​ໄດ້ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້ວ່າ"ຂໍ​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ຄະນະ​ຈັດ​​​ເອຊຽນ​ເກ​ມກວາງ​ໂຈ​ວ", ​ໂດຍ​ໄດ້​ຍ້ອງຍໍ​ວ່າ, ວຽກ​ງານ​ການຈັດຕັ້ງຂອງ​ເອຊຽນ​ເກ​ມດີ​ເດັ່ນ, ການ​ບໍລິການ​ທາງ​ດ້ານ​ຂ່າວສານ​ກໍ່​ລະອຽດ​ຮອບ​ຄອບ.

ບົດ​ຄວາມຂຽນ​ວ່າ, ພິທີ​ຈູດ​ທວນ​ໄຟ​ຂອງ​ເອຊຽນ​ເກ​ມຄັ້ງນີ້​ແມ່ນ​ຈຸດດີ​ເດັ່ນ​ຂອງ​ພິທີ​ໄຂ, ທ້າວ​ເຫີ​ຊົງ, ນັກ​ກິລາ​ໂດດ​ນ້ຳ​ທີ່​ມີ​ຊື່ສຽງຂອງ​ກວາງ​ໂຈ​ວ​ໄດ້​ພາ​ຫຼານນ້ອຍ​ໜ້າ​ຮັກ 2 ຄົນ​ຈູດ​ໝາກກະ​ໂພ​ກທີ່​ຕັ້ງ​ໄວ້​ຢູ່​ໜ້າດິນ, ​ໃນ​ເວລາ​ໄຟ​ໝາກກະ​ໂພ​ກພົ້ນຂຶ້ນ, ທວນ​ໄຟ​ເອຊຽນ​ເກ​ມ​ກໍ່​ຖືກ​ຈູດ​ໃນ​ທັນທີ, ພິທີ​ຫຼານນ້ອຍຈູດ​ທວນ​ໄຟ​​ນີ້​ມີ​​ເອກະລັກ​ພິ​ເສດ​ຂອງ​ຈີນ, ກໍ່​ໄດ້​​ເຮັດ​ໃຫ້​ຄົນ​ຮູ້ສຶກ​ໄດ້​ກັບ​ຄືນ​ຍາມ​ເດັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ