ນັກ​ກິລາ​ວູຊູ​​​ເພດ​ຊາຍ​ລາວ​ຜ່ານຮອບ​ທີ1​ໄດ້ທັງ​ໝົດ

(GMT+08:00) 2010-11-15 14:52:42     cri

ໃນ​ຕອນ​ແລງວັນ​ທີ14ພະຈິກ​ນີ້, ການ​ແຂ່ງຂັນ​ວູຊູ​ລຸ້ນ60ກິ​ໂລ​ແລະ​ລຸ້ນ70ກິ​ໂລ​ເພດ​ຊາຍ​ໄດ້​ຈັດ​ຂຶ້ນຢູ່​ສະໜາມ​ກິລານານ​ຊາ​ທີ່​ນະຄອນຫຼວງ​ກວາງ​ໂຈ, ທ້າວ​ວາລະສິດ ບົວພາ, ນັກ​ກິລາ​ລາວຊະນະ​ທ້າວ​ລາວ​ລ້ວງ ສຸພະ​ໄຊ, ນັກ​ກິລາ​ໄທ, ສ່ວນ​ທ້າວໄຊຍະວົງ ສົມໝາຍນັກ​ກິລາ​ລາວ​ກໍ່ຊະນະ​​ທ້າ​ວຣາເຢັດສ໌ ອີລີອັສ, ນັກກິລາລີ​ບັງ. ​ ມາຮອດຂະນະ​ນີ້, ບວກ​ກັບ​ທ້າວ​ໂພ​ໄຊ ອະ​ໄພ​ລາດ​ທີ່​ໄດ້​ຮັບ​ຊະນະ​ໃນ​ຕອນ​ແລງ​ມື້ວານ​ນີ້, ນັກ​ກິລາ​ວູຊູ​ເພດ​ຊາຍ​ລາວລ້ວນ​ແຕ່​ໄດ້​ຮັບ​​ໄຊຊະນະ​ໃນ​ການ​ແຂ່ງຂັນ​ວູຊູ​​ໃນຮອບ​ທີ1.



ການ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມກວາງ​ໂຈ​ວຄັ້ງ​ນີ້​, ລາວ​ໄດ້​ສົ່ງ​ນັກ​ກິລາ​ວູຊູ​ເພດ​ຊາຍ 3ຄົນ, ນອກຈາກ​ທ້າວ​ໂພ​ໄຊ ອະ​ໄພ​ລາດ​ທີ່​ໄດ້​ຮັບ​ຫຼຽນ​ເງິນ​ໃນ​ເອຊຽນ​ເກ​ມ​ໂດ​ຮາ, ນັກ​ກິລາ​ອີກ​2ຄົນ​ຫາ​ກໍ່​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ​ເປັນ​ເທື່ອ​ທຳ​ອິດ, ​ທ້າວໄຊຍະວົງ ສົມໝາຍທີ່​​ແຂ່ງ​ໃນລຸ້ນ60ກິ​ໂລມີ​ອາຍຸພຽງແຕ່23ປີ, ສ່ວນທ້າວ​ວາລະສິດ ບົວພາ, ລຸ້ນ70ກິ​ໂລມີ​ອາຍຸ​25ປີ. ​ ທ້າວວາລະ​ສິດ ບົວພາ​​ເຄີ​ຍ​ໄດ້​ຫຼຽນ​ຄຳ​ໃນ​ຊີ​ເກ​ມທີ່​ຈັດ​ຂຶ້ນ​ໃນ​ນະຄອນຫຼວງ​ວຽງ​ຈັນ​ລາວ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ