ນັກ​ກິລາວູຊູ​ເພດ​ຊາຍລາວ 3 ຄົນ​ເຂົ້າສູ່​ຮອບ 4 ຄົນ​ສຸດ​ທ້າຍທັງ​ໝົດ

(GMT+08:00) 2010-11-15 18:02:14     cri

ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ 14 ພະຈິກ​ນີ້,​ໃນ​ການ​ແຂ່ງຂັນ​ວູຊູເພດ​ຊາຍລຸ້ນ 60 ກິ​ໂລ​​ແລະລຸ້ນ 70 ກິ​ໂລ​ຂອງ​ເອຊຽນ​ເກ​ມທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ກິລານານ​ຊ່າ​ນະຄອນ​ກວາງ​ໂຈ່,ທ້າວ​ບົວ​ພາ ວາລະ​ສິດ​ແລະ​ທ້າວ​ສົມ​ໝາຍ ​ໄຊ​ຍະ​ວົງ,ນັກ​ກິລາ​ລາວລ້ວນ​ແຕ່​ຊະນະ​ຄູ່​ແຂ່ງຂັນ​ໃນ​ຮອບ 8 ຄົນ​ສຸດ​ທ້າຍ.ມາ​ຮອດ​ຂະນະ​ນີ້,ລວມທັງ​ທ້າວ​ໂພ​ໄຊ ອາ​ໄພ​ລາດ,ນັກ​ກິລາ​ລາວ​ທີ່​​ເຄີຍ​​ໄດ້​ຫຼຽນ​ເງິນ​ໃນ​ເອ​ຊຽນ​ເກ​ມ​ໂດ​ຮາປະ​ເທດ​ກາ​ຕາ​ທີ່​ໄດ້ຊະນະ​ໄປ​ກ່ອນ​ໜ້າ​ນີ້​,ຖື​ວ່ານັກ​ກິລາ​ວູຊູເພດ​ຊາຍ​ລາວທັງ 3 ຄົນ​ສາ​ມາດ​ຜ່ານ​ເຂົ້າ​​ໄປ​ສູ່​ຮອບ 4 ຄົນ​ສຸດ​ທ້າຍ​ໄດ້​ທັງ​ໝົດ.

ລາວ​ສົ່ງ​ນັກ​ກິລາເຂົ້າ​ຮ່ວມ​ການ​ແຂ່ງຂັນວູຊູ​ລຸ້ນ​ໃຫຍ່​ຂອງ​ເອຊຽນ​ເກມ​ເປັນ​ຄັ້ງ​ທຳ​ອິດ,ສາມາດເອົາ​ຊະນະ​ໃນ​ຮອບ​ທຳ​ອິດ​ໝົດ,ນີ້ສະ​ແດງ​ໃຫ້​ເຫັນຄວາມ​ເຂັ້ມ​ແຂງຂອງ​ນັກ​ກິລາ​ລາວ​​ໃນ​ກິລາ​ປະ​ເພດ​ວູຊູ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ