ນັກ​ກິລາ​ລາວ​ຜ່ານ​ເຂົ້າ​ສູ່ການ​ແຂ່ງຂັນ​ວູຊູຮອບຮອງ​ຊະນະ​ເລິດ

(GMT+08:00) 2010-11-16 14:18:15     cri

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 15 ພະຈິກ​ນີ້, ໃນ​ການ​ແຂ່ງຂັນ​ວູຊູເພດ​ຍິງລຸ້ນ 60 ກິ​ໂລ​​​ຂອງ​ເອຊຽນ​ເກ​ມທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ກິລານານ​ຊ່າ​ນະຄອນ​ກວາງ​ໂຈ່ວ, ນາງ​ປາ​ລວຍ ບາກຄຳ, ນັກ​ກິລາ​ລາວ​ອາຍຸ 20 ປີ​ຊະນະ​ນາງ​ກູ​ລູງ ຈາຣານາ, ນັກ​ກິລາ​ເນ​ປານ, ​​ເປັນ​ໄຊຊະນະ​ເທື່ອທຳ​ອິດ​ໃນ​​ເອຊຽນ​ເກ​ມ​ເທື່ອ​ນີ້​ແລະ​ໄດ້​ກ້າວ​ເຂົ້າ​ສູ່​ການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດ, ພ້ອມ​ກັນ​ນັ້ນ​ກໍ​ໄດ້​ສ້າງ​ຄະ​ແນນ​ດີ​ທີ່​ສຸດ​​ໃນ​ປະຫວັດສາດ​ການ​ແຂ່ງຂັນ​ຂອງ​ລາວ​ໃນ​ລາຍການ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ