ໄທ​ເປັນ​ມ້າ​ມືດ​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່​ເອຊຽນ​ເກ​ມ

(GMT+08:00) 2010-11-16 17:21:03     cri
ຕາມ​ຂ່າວສານ​ຊິນ​ຮວາ,ມາ​ຮອດ​ວັນ​ທີ15​ພະຈິກ​ນີ້,​ທິມດອກ​ປີກ​ໄກ່​ຂອງ​ໄທ​ຊິງ​ໄດ້​ຫຼຽນ​ເງິນ​ໜຶ່ງ​ຫຼຽນ​ແລະ​ຫຼຽນທອງ​ໜຶ່ງ​ຫຼຽນ​ໃນ​​ເອຊຽນ​ເກ​ມ​ຄັ້ງ​ນີ້,​ເຊິ່ງລ້ວນ​ແຕ່​ແມ່ນ​ລາຍການ​ແຂ່ງຂັນ​ໝູ່​ຄະນະ.

ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ທີ່​ພົບກັບ​ຈີນ​ໃນ​ວັນ​ທີ15​ພະຈິກ​ນີ້,​ເມື່ອ​ສູ້ກັບ​ນາງ​ວາງ​ຊິນ​ທີ່​ເປັນ​ນັກ​ກິລາ​ມື​ໜຶ່ງ​ຂອງ​ໂລກ,ທິມ​ໄທ​ໄດ້​ປັບ​ການຫຼິ້ນ​ຄື,​ໃຫ້​ນາງ​ອິນ​ທະ​ນົນ ລັດ​ຊະ​ນົກທີ່​ອາຍຸ15​ປີ​ໄປ​ສູ້.ຕັ້ງ​ທຳ​ອິດ,ນາງ​ຊະນະ​ດ້ວຍ​ຄະ​ແນນ22​ຕໍ່20,​ເຮັດ​ໃຫ້​ທິມ​ຈີນ​ກົດ​ດັນ​ຫຼາຍ.​ຫຼັງ​ການ​ແຂ່ງ​ຂັນ,​ນາງ​ອິນ​ທະ​ນົນ​ລັດ​ຊະ​ນົກ​ກ່າວ​ວ່າ,​ການ​ແຂ່ງ​ກັບ​ນາງ​ວາງ​ຊິນ​ເຮັດ​ໃຫ້​ນາງ​ໄດ້​ບົດຮຽນ​ທີ່​ປະ​ເສີດຫຼາຍ,ນີ້​ແມ່ນ​ສຳຄັນ​ຫຼາຍຕໍ່​ການ​ພັດທະນາ​ໃນ​ຕໍ່ໜ້າ​ຂອງ​ນາງ.

ໃນ​ການ​ແຂ່ງຂັນ​ໝູ່​ຄະນະ​​ເພດ​ຊາຍ,ທິມ​ໄທ​ໄດ້​ມ້າ​ມືດ​ໂດຍ​ຊະນະ​ທິມມະ​ເລ​ເຊຍ​ທີ່​ມີ​ທ້າວ​ລີ​ຊົງ​​ເວ ທີ່​ເປັນມືໜຶ່ງ​​​ຂອງ​ໂລກ.ຄູ​ເຝິກ​ທິມ​ໄທ​ກ່າວ​ວ່າ,​ໄທ​ສາມາດ​ເອົາ​ຊະນະມະ​ເລ​ເຊຍ​ທີ່​ມີ​ນັກ​ກິລາດີ​ເດັ່ນ​ຊາຍ​ດ່ຽວ​ແລະ​ຊາຍ​ຄູ່​ແມ່ນຍ້ອນທິມ​ໄທ​ຫຼິ້ນ​ແບບ​ສະບາຍ​ບໍ່​ກົດ​ດັນ.

ທ່ານ​ລີ​ຢົງ​ໂປ່ ຄູ​ຝຶກ​ຂອງ​ທິມຈີນ​ກ່າວ​ວ່າ,ທິມ​ໄທ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຕົວ​ຈິງ​ດ້ວຍ​ຜົນງານ.ນັກ​ກິລາ​ໄທ​ລຸ້ນ​ໃໝ່ມີ​ຄວາມ​ກ້າວໜ້າ​ໄວ​ຫຼາຍ,ຖ້າວ່າ​ສະພາບ​ວົງ​ການ​ດອກ​ປີກ​​ໄກ່​ໂລກ​ມີ​ການ​ປ່ຽນ​ແປງ,​ໄທ​ອາດ​ຈະ​ມີ​ບົດບາດ​ດີ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ