ນັກ​​ໂບລິງຂອງ​ຟີ​ລິບປິນ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ

(GMT+08:00) 2010-11-16 17:35:48     cri
ຕາມ​ຂ່າວCRI: ວັນ​ທີ15ພະຈິກ​ນີ້,​​ໃນ​ການ​ແຂ່ງຂັນ​ໂບລິງ​ປະ​ເພດຊາຍ​ດ່ຽວ​ຂອງ​ເອ​ຊຽນ​ເກ​ມ,ທ້າວ​ເອັນ​ເຈ​ວ​ເບີ​ໂຕ ຣີ​ເວຣາ,ນັກ​​ໂບລິງຂອງ​ຟີ​ລິບປິນ​ໄດ້​ຮັບ​ຫຼຽນ​ຄຳ,ນີ້​ແມ່ນ​ນັກ​ກິລາ​ຟີ​ລິບ​ປິນ​ໄດ້ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ເອຊຽນ​ເກ​ມ.

ຫຼັງ​ການ​ແຂ່ງຂັນ ທ້າວຣີ​ເວຣາກ່າວ​ວ່າ,​ໃນ​ເອຊຽນ​ເກ​ມ4ຄັ້ງທີ່​ຜ່ານ​ມາ​ທີ່​ລາວເຄີຍ​ເຂົ້າຮ່ວມ,​ເທື່ອ​ນີ້​ແມ່ນລາວ​ໄດ້​ຮັບ​ຫຼຽນ​ຄຳ​​ເທື່ອ​ທຳ​ອິດ,​ແລະກໍ່​ແມ່ນ​ຫຼຽນ​ທຳ​ອິດ,ລາ​ວດີ​ໃຈ​ຫຼາຍ.ຫຼັງ​ຈາກ​ເອຊຽນ​ເກ​ມຄັ້ງນີ້​ແລ້ວ,ລາວ​ຈະ​ເຊົາ​ເປັນ​ນັກ​ກິລາ,​ການ​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ເອຊຽນ​ເກ​ມກວາງ​ໂຈ່​ວຄັ້ງນີ້ກໍ່​ເປັນ​ການ​ສິ້ນ​ສຸດ​ຊີວິດ​ນັກ​ກິລາ​ອາຊີ​ບຂອງລາວ​ຢ່າງ​ງົດ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ