ນັກ​ກິລາ​ຈີນ​ຊິງ​ໄດ້ 54 ຫລຽນ​ຄຳ

(GMT+08:00) 2010-11-16 15:38:02     cri

ວັນ​ທີ 15 ພະຈິກ​ນີ້, ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ອີກ 17 ຫລຽນຄຳ, ​ເປັນ​ອັນວ່າ, ພາຍ​ໃນ​ສາມ​ມື້​ທຳ​ອິດ​​ທີ່ດຳ​ເນີນ​ການ​ແຂ່ງຂັນ​ເອຊຽນ​ເກ​ມກວາງ​ໂຈ​ວ ມາ​ນີ້, ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ຫລຽນ​ຄຳທັງ​ຫມົດ​ 54 ຫລຽນ​ແລ້ວ,​ເປັນ​ທີ​ຫນຶ່ງ​ໃນ​ການຈັດ​ອັນ​ດັບ​ຫລຽນ​ຄຳ.

​ໄລ່​ມາ​ຮອດ​ວັນ​ທີ 15 ພະຈິກ​ນີ້, ​ໄດ້​ມີ​ຄະນະ​ນັກ​ກິລາ​ຂອງ 10 ປະ​ເທດ​ແລະ​ເຂດ​ແຄວ້ນ​ຊິງ​ໄດ້​ຫລຽນ​ຄຳ.​ໃນ​ນັ້ນ, ສ.​ເກົາຫລີ​ໄດ້ 18 ຫລຽນ​ຄຳ,ຍີ່​ປຸ່ນ​ 13 ຫລຽນ. ໄຕ​ເປາແລະ​ຮົງ​ກົງ​ຂອງຈີນ​ໄດ້ຜູ່​ລະ 2 ຫລຽນ, ສປປ​ເກົາຫລີ, ອິນ​ເດຍ,ມະ​ເລ​ເຊຍ,ຟິລິບ​ປິນ​ແລະ​ມາ​​ເກົາ​ຂອງ​ຈີນ​ໄດ້​ຜູ່ລະ​ຫລຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ