ເຕະ​​ກະຕໍ້​ປະເພດທິມລວມຍິງຂອງ​ໄທ​ໄດ້​ຫຼຽນ​ຄຳ​ທີ100​ໃນ​​ເອຊຽນ​ເກ​ມ

(GMT+08:00) 2010-11-20 17:41:39     cri

ຕາມ​ຂ່າວສານ​ຈີນ:ວັນ​ທີ 20 ພະຈິກ​ນີ້, ທິມ​ໄທເອົາ​ຊະນະ​ທິມຈີນ,​​ແລະໄດ້​ ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ກະຕໍ້​ປະ​ເພດ​ທິມລວມຍິງ​ໃນ​ເອຊຽນ​​ເກ​ມກວາງ​​ໂຈ່​ວ. ຫຼຽນ​ຄຳ​ຫຼຽນ​ນີ້​ແມ່ນ​ຫຼຽນ​ທີ 100 ​ຂອງ​ໄທ​ໃນ​ເອຊຽນ​ເກ​ມ, ຍ້ອນ​ແນວ​ນີ້,​ໄທ​ຈິ່ງ​ກາຍ​ເປັນ​ປະ​ເທດ​ທີ 6 ​ໃນ​ສະມາຊິກ​ໂອ​ລິ​ມປິກ​ສາກົນ​ທີ່​ໄດ້​ຮັບ​ກຽດ​ແບບ​ນີ້.

ກະຕໍ້​ມີ​ປະຫວັດສາດ​ຫຼາຍ​ຮ້ອຍ​ປີ​ຢູ່​ອາຊີ​ອາຄະ​ເນ. ລາຍການ​ແຂ່ງຂັນ​​ເຕະ​ກະຕໍ້​ເລິ່ມ​ເປັນ​ກິລາ​ສາທິດໃນ​​ເອຊຽນ​ເກ​ມປັກ​ກິ່ງ​ປີ1990​ເປັນ​ເທື່ອ​ທຳ​ອິດ, ປີ1998 ແຂ່ງຂັນ​ເພດ​ຍິງ​​ໃນ​ເອຊຽນ​ເກ​ມ​ເປັນ​ເທື່ອ​ທຳ​ອິດ.

ໃນ​ການ​ແຂ່ງຂັນ​ເຕະ​ກະຕໍ້​ປະ​ເພດ​ທິມລວມຍິງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ພະຈິກ​ນີ້, ທິມ​ໄທ​ມີ​ທ່າ​ແຮງ​ໃນ​ຫຼາຍ​ດ້ານ,​ເຊັ່ນ,ການ​ເສີບ,ການ​ບຸກ ​ແລະ ການ​ຕ້ານເປັນ​ຕົ້ນ ​ແລະ ​ໄດ້ຮັບ​ຫຼຽນ​ຄຳ​ດ້ວຍ​ຄະ​ແນນ 2 ຕໍ່ 0 ​ໃນ​ທີ່​ສຸດ​.

 ຫຼັງ​ຈາກ​ການ​ແຂ່ງຂັນ,ນາງ​ຊົ້ງ​ເຊີງ ນັກ​ກິລາ​ທິມຈີນກ່າວ​ວ່າ, ທິມ​ໄທ​ຍັງ​ຫຼິ້ນ​ແບບ​ສະບາຍ​ຄວາມ​ສາມາດ​ຂອງ​ທິມຈີນ​ຍັງ​ຫຼຸດ​ໂຕນ​ທິມ​ໄທ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ