ຕາຕະລາງ​ຫຼຽນ​ໃນ​ວັນ​ທີ 21 ຂອງ​ເອຊຽນ​ເກ​ມຄັ້ງ​ທີ 16

(GMT+08:00) 2010-11-22 10:10:23     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ວັນ​ທີ 21 ພະຈິກ​ນີ້, ​ເອຊຽນ​ເກ​ມຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວຂອງ​ຈີນ​​ແມ່ນ​ວັນ​ທີ 9 ດຂອງ​ການ​ແຂ່ງຂັນ. ຄະນະ​ນັກ​ກິລາ​ຈີນ​ໄດ້​ຫຼຽນ​ຄຳ 146 ຫຼຽນ, ​ເປັນອັນ​ດັບ​ທີ​ໜຶ່ງ​ໃນ​ຕາຕະລາງ​ການຈັດ​ອັນ​ດັບຫຼຽນ​ຄຳ. ຄະນະ​ນັກ​ກິລາສ​.​ເກົາຫຼີ​​ໄດ້​ຫຼຽນ​ຄຳ 55 ຫຼຽນ​ຢູ່​ອັນ​ດັບ​ທີ​ສອງ, ​ແລະ​ຄະນະ​ນັກ​ກິລາ​ຍີ່​ປຸ່ນ​ໄດ້​ຫຼຽນ​ຄຳ 30 ຫຼຽນ, ​ເປັນອັນ​ດັບ​ທີສາມ.

ປະ​ເທດ​ອາຊີ​ອາຄະ​ເນ​ກໍມີ​ຜົນງານ​ດີ. ​ໃນ​ນັ້ນ, ​ໄທ​ໄດ້​ຫຼຽນ​ຄຳ 7 ຫຼຽນ, ຫຼຽນ​ເງິນ 7 ຫຼຽນ​ແລະ​ຫຼຽນ​ທອງ 22 ຫຼຽນ. ມາ​ເລ​ເຊຍ​ໄດ້​ຫຼຽນ​ຄຳ 5 ຫຼຽນ, ຫຼຽນ​ເງິນ 8 ຫຼຽນ​ແລະ​ຫຼຽນ​ທອງ 7 ຫຼຽນ. ອິນ​ໂດ​ເນ​ເຊຍ​ໄດ້​ຫຼຽນ​ຄຳ 4 ຫຼຽນ, ຫຼຽນ​ເງິນ 6 ຫຼຽນ​ແລະ​ຫຼຽນ​ທອງ 10 ຫຼຽນ; ສິງກະ​ໂປ​ໄດ້​ຫຼຽນ​ຄຳ 4 ຫຼຽນ, ຫຼຽນ​ເງິນ 6 ຫຼຽນ, ຫຼຽນ​ທອງ 6 ຫຼຽນ; ຟີ​ລິບ​ປີນ​ໄດ້​ຫຼຽນ​ຄຳ 2 ຫຼຽນ, ​ຫຼຽນ​ເງິນ 2 ​ຫຼຽນ​ແລະ​ຫຼຽນ​ທອງ 8 ຫຼຽນ; ຫວຽດນາມ​ໄດ້​ຫຼຽນ​ເງິນ 11 ​ຫຼຽນ​​ແລະ​ຫຼຽນ​ທອງ 11 ຫຼຽນ; ມຽນມາ​ໄດ້​ຫຼຽນ​ເງິນ 5 ຫຼຽນ​, ຫຼຽນ​ທອງ 1 ຫຼຽນ; ​ແລະລາວ​ໄດ້​ຫຼຽນ​ທອງ​ 2 ຫຼຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ