ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ຊົມ​ເຊີຍ​ເອຊຽນ​ເກ​ມກວາງ​ໂຈ​ວ​

(GMT+08:00) 2010-11-26 18:38:30     cri
ຕາມ​ຂ່າວCRI: ວັນ​ທີ26ພະ​ຈິ​ກນີ້, ໜັງສື​ພິມ《​​ເມ​ດານ​ເດ​ລີ》ຂອງອິນ​ໂດ​ເນ​ເຊຍ​ເຜີຍ​ແຜ່​ບົດຄວາມທີ່ໃສ່ຫົວຂໍ້ວ່າເອຊຽນ​ເກ​ມ​ກວາງ​ໂຈ​ວ​ແມ່ນ​ຂົວ​ມິດຕະພາບ​ຂອງ​ໂລກ.

ບົດ​ຄວາມ​ຂຽນ​ວ່າ, ​ເອຊຽນ​ເກ​ມກວາງ​ໂຈ​ວຄັ້ງ​ນີ້​ແມ່ນ​ງານ​ມະຫະກຳ​​ອີກ​ຄັ້ງ​ໜຶ່ງຕໍ່ຈາກໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ເອັສ​ໂປຊຽງ​​​ໄຮ, ພິທີ​ເປີດ​ງານ​ມີ​ສີ​ສັນ​ລັກສະ ນະ​ພິ​ເສດຂອງ​ພາກ​ໃຕ້​ຈີນ, ​ເອຊຽນ​ເກ​ມຄັ້ງ​ນີ້​ເອກກະລັກຂອງ​ກວາງ​ໂຈ​ວຫຼາຍແລະມີ​ລັກສະນະ​ພິ​ເສດ​ຫຼາຍ.

ບົດ​ຄວາມ​ຊີ້​ອອກ​ວ່າ, ​​​ໃນ​ເວລານະຄອນຫຼວງ​ຈາ​ກາ​ດາ​ຂອງ​ອິນ​ໂດ​ເນ​ເຊຍ​ຈັດ​ເອຊຽນ​ເກ​ມ​​ໃນ​ປີ1962, ມີພຽງ​ແຕ່​17ຄະນະ​ນັກ​ກິລາເຂົ້າຮ່ວມ ​ແຕ່ເອຊຽນ​ເກ​ມ ກວາງ​ໂຈ​ວຄັ້ງ​ນີ້​ມີຄະນະນັກ​ກິລາ​ເຖິງ45ຄະນະ​ເຂົ້າ​ຮ່ວມ​ ​, ​​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ເອຊຽນ​ເກ​ມມີ​ຄວາມ​ຄືບ​ໜ້າ​ຫຼາຍ​, ຄວາມ​ຄືບ​ໜ້າ​ຂອງ​ເອຊຽນ​ເກ​ມ​​ແມ່ນໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກຄວາມ​ສາມັກຄີ​​ໄມຕີ​ຈິດມິດຕະພາບ, ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍດ,​ແລະ​ການ​ພັດທະນາ​ສັນຕິພາບ​ລະຫວ່າງ​ບັນດາປະ​ເທດອາຊີ.

ບົດ​ຄວາມຍັງ​ຂຽນ​ວ່າ, ການ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ, ເຮັດໃຫ້ເຂົ້າ​ໃຈແລະຮັບຮູ້ເຖິງ ຄວາມສາມາດ​ຂອງແຂ​ວງກວາງ​ຕຸ້ງຂອງ​ຈີນໃນການຈັດ​ເອຊຽນ​ເກ​ມວ່າ, ມີ​ຄວາມ​ພ້ອມເທົ່າ​ໃດ, ທັງ​ເຫັນໄດ້ໂສມໜ້າໃໝ່ໃນການ​ປະຕິ​ຮູບການ​ພັດທະນາ​ຂອງ​ກວາງ​ໂຈ່ວ ​ກໍ່ຄື​ການ​ປະຕິ​ຮູບ​ຂອງ​ຈີນ, ​ເພາະວ່າ​ເມືອງ​ກວາງ​ໂຈ​ວ​ແມ່ນ​ແບບຢ່າງ​ດ້ານ​ການ​ປະຕິ​ຮູບ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ