ຄະນະນັກ​ກິລາ​ຈີນສ້າງ​ສະຖິຕິ​ໃໝ່ ຊີງ​ໄດ້​ຫຼຽນ​ຄຳຫຼາຍ​ກວ່າ​ເອຊຽນ​ເກມ​ປັກ​ກິ່ງ

(GMT+08:00) 2010-11-27 17:06:35     cri
ມາ​ຮອດ​ເວລາ 16 ​ໂມງ​ຂອງ​ວັນ​ທີ 27 ພະຈິກ​ນີ້​ຕາມ​ເວລາ​ວຽງ​ຈັນ,​ໃນ​ເອຊຽນ​ເກ​ມກວາງ​ໂຈ່​ວ,ຄະນະ​ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳ​ລວມທັງ​ໝົດບັນລຸ 199 ຫຼຽນ​,​ເປັນ​​ຄັ້ງ​ໜຶ່ງ​ທີ່​ຊີງ​ໄດ້​ຫຼຽນ​ຄຳ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ຈີນເຂົ້າ​ຮ່ວມ​​ເອຊຽນ​ເກ​ມ​ເປັນ​ຕົ້ນ​ມາ.

ກ່ອນ​ນີ້,​ຄະນະ​ນັກ​ກິລາ​ຈີນ​​ເຄີຍ​ຊີງ​ໄດ້​ 183 ຫຼຽນ​ຄຳ​ໃນ​ເອຊຽນ​ເກມປັກ​ກິ່ງປີ 1990.

ນອກ​ນັ້ນ,​​ໃນ​ການ​​ແຂ່ງຂັນຄຣິເກັດຮອບຊີງ​ຊະນະ​ເລີດ​ເພດ​ຊາຍ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທິມບັງ​ກະຣາເດັດຊະ​ນະ​ທິມອັຟກາ​ນິສະຖານ​ຢ່າງ​ວຸດ​ວິດ,ຊີງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​​ເອຊຽນ​ເກ​ມທຸກ​ຄັ້ງ​ທີ່​ຜ່ານ​ມາ.ນອກ​ຈາກນີ້,ທິມມາ​​ເກົາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳຫຼຽນ​ທຳ​ອິດ​ໃນ​ການ​​ແຂ່ງຂັນກິລາ​ປະ​ເພດ​ວູຊູ້.ສະ​ນັ້ນ,​ໃນ 45 ສະມາຊິກ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ,​ໄດ້​ມີ 36 ຊີງ​ໄດ້​ຫຼຽນ​ຄຳ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ