ງານ​ເອຊຽນ​ເກມຄັ້ງ​ທີ16ອັດ​ລົງ

(GMT+08:00) 2010-11-28 17:43:48     cri
ຫຼັງ​ຈາກ​ການ​ແຂ່ງຂັນເປັນ​ເວລາສິບ​ກວ່າ​ວັນ, ຕອນ​ຄ່ຳ​ວັນທີ27ພະຈິກ​ນີ້, ງານ​ເອຊຽນ​ເກ​ມຄັ້ງ​ທີ16ທີ່​ຈັດ​ຢູ່​ນະຄອນ​ກວາງ​ໂຈ່​ວຈີນ​ໄດ້​ອັດ​ລົງ​ແລ້ວ. ສົມ​ເດັດ​ເຊັກ ຕາລາ​ນ ອັນ ອາ​ເມັດ ອັນ ຊາ​ບາ, ປະທານ​ຄະນະ​ກຳມະການ​ໂອ​ລິມປິກ​ອາຊີ​​ໄດ້​ເຂົ້າຮ່ວມ​ພິທີ​ອັດ, ​​ແລະ​ປະກາດ​ງານ​ເອຊຽນ​ເກມ​ກວາງ​ໂຈ່​ວອັດ​ລົງ, ທ່ານນາງ​ລິວ​ອຽນ​ຕົ່ງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ແລະ​ທ່ານ​ອື່ນໆ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ອັດ​ງານ.


ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ສົມ​ເດັດ​ອາ​ເຮິເມັດ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະ​ບານ​ແລະ​ປະ​ຊາຊົນ​ຈີນ, ​ເພື່ອນ​ມິດ​ວົງ​ການ​ຕ່າງໆ​ຈາກ​ອາຊີ​ແລະ​ທົ່ວ​ໂລກ​ທີ່​ສະໜັບສະໜູນ​ງານ​ເອຊຽນ​ເກ​ມ. ສົມ​ເດັດຊົງກ່າວ​ວ່າ, ງານ​ເອຊຽນ​ເກ​ມກວາງ​​ໂຈ່​ວ​ແມ່ນ​ເອຊຽນ​ເກ​ມຄັ້ງ​ໜຶ່ງ​ທີ່​ມີ​ລະດັບ​ສູງ​​ແລະ​​ເອກະລັກ, ວຽກ​ງານ​ກະກຽມ​ຂອງ​ປະຊາຊົນ​ກວາງ​ໂຈ່​ວ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ສົມ​ເດັດ​ຫວັງ​ວ່າ​ຊາວ​ໜຸ່ມ​ແລະ​ນັກ​ກິລາ​ຂອງ​ທົ່ວທະວີບ​ອາຊີ​ເຕົ້າ​ໂຮມກັນ​ຢູ່​ສ.​ເກົາຫຼີ​ໃນ​ປີ2014, ສືບ​ຕໍ່​ສ້າງ​ຜົນງານ​​ໃໝ່ໃນ​ເອຊຽນ​ເກ​ມ.


ຫຼັງ​ຈາກ​ນັ້ນ, ຜູ້ຕາງໜ້າ​ເມືອງ​ອິນ​ຊົນ​ຂອງ​ສ.​ເກົາຫຼີ​ທີ່​ເປັນ​ເຈົ້າພາບ​ຈັດ​ເອຊຽນ​ເກ​ມປີ2014​ໄດ້​ຮັບ​ເອົາ​ທຸງ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ