ນາງ​ລິວ​ຢຽນຕົງ​ພົບ​ປະ​ທ່ານ​ສົມ​ສະຫວາດ​ເລັ່ງສະຫວັດທີ່​ໄປ​ຮ່ວມ​ພິທີ​ປິດງານ​ເອຊຽນ​ເກ​ມກວາງ​ໂຈ​ວ

(GMT+08:00) 2010-11-28 16:52:02     cri

ວັນ​ທີ 27 ພະຈິກ​ນີ້, ຢູ່​ນະຄອນ​ກວາງ​ໂຈ່ວ, ທ່ານນາງລິວ​ຢຽນຕົງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ,ຮອງ​ນາຍົກລັດຖະມົນຕີປະຈຳການ​ຂອງ​ລັດຖະບານລາວ​ທີ່​ໄປ​ເຂົ້າ​ຮ່ວມ​ພິທີ​ປິດ​ງານ​ກິລາ​ອາຊີ​ກວາງ​ໂຈ​ວ.

ນາງ​ລິວ​ຢຽນຕົງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະບານ​​ແລະ​ປະຊາຊົນ​ລາວ​ທີ່​ໄດ້​ໃຫ້ການ​ສະຫນັບສະຫນູນຕໍ່​ງານ​ເອຊຽນ​ເກ​ມກວາງ  ​ໂຈ່​ວ, ​ແລະສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ນັກ​ກິລາ​ລາວ​ທີ່​ໄດ້​ຮັບ​ຜົນງານ​ທີ່​ດີ.

ນາງ​ລິວ​ຢຽນຕົງ​ຍັງ​ກ່າວ​ວ່າ, ຈີນ​ຍ້ອງຍໍ​ພັກ​ແລະ​ລັດຖະບານ​ລາວ​ທີ່​ໄດ້​ໃຫ້ການ​ສະຫນັບສະ​ຫນູນ​ຢ່າງ​ເດັດດ່ຽວ​ຫນຽວ​​ແຫນ້ນ​ຕະຫລອດ​ມາແກ່​ຈີນ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນ,​ແລະ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ລາວ, ຜັນ​ຂະຫຍາຍ​ຄວາມຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ ກ່ຽວ​ກັບ​ການ​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຕື່ມ​ອີກຂອງນາຍົກລັດຖະມົນຕີທັງສອງປະ​ເທດໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.ສອງ​ຝ່າຍ​ຄວນ​ຖື​ໂອກາດ​ທີ່​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ​ໃນ​ປີ 2011,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ,ການ​ສຶກສາ,ວັດທະນະທຳ​ແລະກິລາ, ຮັກສາ​ການ​ແລກປ່ຽນ​ແລະ​ປະສານສົມ ທົບຢ່າງ​ໃກ້ຊິດ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ເຮັດ​ໃຫ້ມິດຕະພາບ​ຈີນ​ລາວຝັງ​ເລິກ​ຢູ່​ໃນໃຈ​ຄົນຍິ່ງ​ຂຶ້ນ.

ທ່ານ​ສົມສະຫວາດ​ເລັ່ງສະຫວັດ​​ໄດ້​ຊົມ​ເຊີຍ​ຕໍ່ງານ​ເອຊຽນ​ເກ​ມກວາງ​ ໂຈ່​ວທີ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາ​ມ.ທ່ານ​ກ່າວ​ວ່າ, ປະ​ເທດ​ລາວ​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ວຽກ​ງານ​ສາກົນ​​ໂດຍ​ສະ​ເພາະ​ແມ່ນ​ວິ​ກິດ​ການ​ການ​ເງິນ​ສາກົນ,​ແລະ​ເຫັນ​ວ່າ, ການ​ພັດທະນາ​ແລະ​ເຂັ້ມ​ແຂງ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ