ຫຼັກການ​ມີຫນ້າ​ທີ່​ຮ່ວມ​ກັນ​​ແຕ່​ຮັບຜິດ​ຊອບ​ຕ່າງ​ກັນແມ່ນ​ສຳຄັນທີ່​ສຸດທີ່ຈະ​ເຮັດ​ໃຫ້ກອງ​ປະຊຸມ​ຄັນ​ຄຸນໄດ້​ຮັບ​ຜົນສຳ​ເລັດ​

(GMT+08:00) 2010-12-01 16:56:13     cri
ກອງ​ປະຊຸມປະ​ເທດ​ສະມາຊິກສົນ​ທິສັນຍາ​ຂອບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດຄັ້ງ​ທີ16 ​ແລະ​ກອງ​ປະຊຸມປະ​ເທດ​ສະມາຊິກສົນທິສັນຍາ​ກຽວ​ໂຕຄັ້ງ​ທີ6​ພວມ​ດຳ​ເນີນຢູ່​ທີ່​ຄັນ​ຄຸນ,ນະຄອນ​​ແຄມ​ທະ​ເລ​ຂອງ​ແມັກ​ຊິກ.​ເຈົ້າ​ຫນ້າ​ທີ່, ຜູ່​ຊ່ຽວຊານ​ນັກວິຊາການ​ພ້ອມ​ດ້ວຍ​ສະມາຊິກ​ຂອງ​ອົງການຈັດ​ຕັ້ງ​ທີ່​ບໍ່​ແມ່ນ ລັດຖະບານ​ຫຼືNGOທີ່​ມາ​ຈາກ​ເກືອບ 200 ປະ​ເທດ​ແລະ​ເຂດ​ແຄ​ວ້ນ​ເຊິ່ງ ​ລວມທັງ​ຈີນ​​ ພວມ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ.ນັກວິ​ເຄາະເຫັນ​ວ່າ, ຖ້າ​ຢາກ​ໃຫ້ກອງ​ປະຊຸມ​ຄັນ​ຄຸນຈະ​ໄດ້​ຮັບ​ຜົນສຳ​ເລັດ​ສິ່ງ​ທີ່ສຳຄັນ​ທີ່​ສຸດນັ້ນກໍ່​ແມ່ນ​ຝ່າຍ​ຕ່າງໆ​ຕ້ອງຍຶດ ຫມັ້ນຫຼັກການມີຫນ້າ​ທີ່​ຮ່ວມ​ກັນ​​ແຕ່​ຮັບ​ຜີ​ດຊອບ​ຕ່າງ​ກັນ,ອີງ​ຕາມ​ຈິດ​​ໃຈ​ທີ່​ຕ່າງ​ຊ່ອຍ​ເຫຼືອ​ກັນ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ,​ເສີມຂະ ຫຍາຍ​ບົດບາດ​ຂອງ​ຕົນ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ,​ເພື່ອ​​ຮ່ວມ​ກັນ​ຊຸກຍູ້ຂະ​ບວນການ​ເຈລະຈາຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ.  ຍ້ອນ​ວ່າ​ໃນ​ປະຈຸ​ບັນຈີນ​ໄດ້​ລື່ນ​ກາຍ​ອາ​ເມ​ລິ​ກາ​ ກາຍ​ເປັນ​ປະ​ເທດ​ທີ່​ລະບາຍ​ກອກ​ບອນຫຼາຍ​ທີ່​ສຸດ​ໃນ​ໂລກໃນ​ປະຈຸ​ບັນ,ສະ​ນັ້ນ,​ບາງ​ປະ​ເທດ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ມີ​ຄວາມ​ຮັບຜິດຊອບຫຼາຍ​ກວ່າ​ຄວາມ​ສາມາດພັດທະນາ​ໂດຍຕົນ​ເອງ​ໃນດ້ານຫນ້າ​ທີ່​ຫຼຸດ​ການລະບາຍ​ມົນ​ລະພິດ.ຕໍ່​ເລື່ອງ​ນີ້,ທ່ານ​ໂຈ່ອີ້,ສາດສະດາ ຈານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ສິ່ງ​ແວດ​ລ້ອມ​ຂອງ​ມະຫາ​ວິທະຍາ​ໄລ​ປະຊາຊົນ​ຈີນ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ10 ກວ່າ​ເທື່ອ​ເຫັນ​ວ່າ:

(ປ່ອຍ​ສຽງ1)"ທັດສະນະ​ດັ່ງກ່າວ​ທີ່ພຽງ​ແຕ່​ປຽບທຽບ​ປະລິມານລະບາຍ​ຂອງ​ປະ​ເທດ​ຫນຶ່ງ​​ເທົ່າ​ນັ້ນ​ແມ່ນ​ບໍ່​ຮອບດ້ານ​ແລະ​ບໍ່ຄົບ​ຖ້ວນ​.ປະລິມານ​ລະບາຍກາກ​ບອນ​ດີ​ອັອກ ສິດ​ຕໍ່ຫົວຄົນຂອງ​ຈີນ​ມີປະມານ 5 ​ໂຕນ,​ ສະຫະພາບ​ເອີ​ລົບ​ຫຼືEU ​ ​​ແລະຍີ່​ປຸ່ນມີ​ເຖິງ​ປະມານ 10 ​ໂຕນ,ສ່ວນ​ອາ​ເມ​ລິ​ກາ​ມີ​ເຖິງ20 ​ໂຕນ. ​ແຕ່ພວກ​ເຮົາ​ຍັງ​ບໍ່​ຄວນ​ລືມ​ຫນ້າທີ່​ຮັບຜິດຊອບ​ຂອງ​ປະຫວັດສາດ,ຄວາມ​ຮັບຜິດຊອບ​ຂອງປະ​ເທດ​ທີ່​ຫັນ​ເປັນ​ອຸດສາຫະກຳ​ແລະ​ປະ​ເທດ​ທີ່​ພັດທະນາ​ແລ້ວທີ່​​ໄດ້​ລະ​ບາຍກ່ອນແລະ​ເຮັດ​ໃຫ້ມີ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດນັ້ນ​ແມ່ນ​ເບິ່ງ​ຂ້າມ​ແລະຫຼີກລຽງບໍ່​ໄດ້.

ອີງຕາມ​ມາດ​ຕະຖານ​ຂອງ​ສະຫະ​ປະຊາ​ຊາດ, ຈີນ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ເຊິ່ງ​ມີ​ປະຊາກອນ​ທຸກ​ຍາກ10​0ລ້ານກວ່າ​ຄົນ, ມີຫນ້າ​ທີ່ພະຍາຍາມ ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນທີ່​ເປັນ​ພາລະ​ອັນ​ຫນັກ​ຫນ່ວງ. ​ແຕ່​ໂດຍ​ມີ​ນ້ຳ​ໃຈ​ຮັບຜິ​ດຊອບ​ຕໍ່​ປະ​ເທດ​ຕົນ​ແລະທົ່ວ​ໂລກ, ​ໃນ5​ປີຜ່ານມາ, ຈີນ​ປະຕິບັດ​ການປະຢັດ​ພະລັງງານ​ແລະ​ຫລຸດຜ່ອນ​ການ​ລະບາຍ​ມົນ​ລະ​ພິດ​ຢ່າງ​ເຄັ່ງ​ຄັດ, ນອກ​ນັ້ນ, ຍັງ​ເຮັ​ດ​ໃຫ້​ຄວາມ​ໄວ​ຂອງການ​ພັດທະນາ​​ເສດຖະກິດ​ຊ້າ​ລົງ. ມາ​ຮອດ​ທ້າຍ​ປີ​ນີ້, ການ​ໃຊ້​ພະລັງງານຕໍ່​ຫົວຫນ່ວຍGDPຂອງ​ຈີນ​ໃນ5​ປີຜ່ານມາໄດ້​ຫລຸດ​ລົງ​ປະມານ20%,ຫລຸດຜ່ອນ​ການ​ລະບາຍກາກ​ບອນ​ດີ​ອອກ​ສິດ1500​ລ້ານ​ໂຕນ. ທ່ານ​ໂຈ່​ຈີ້​ເຫັນ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດທະນາ, ຈີນ​ໄດ້​ໃຊ້​ສຸດ​ຄວາ​ມສາມາດ​ແລ້ວ​ໃນ​ດ້ານ​ນີ້. "ຈີນເຫັນ​ວ່າອະນາຄົດ, ຄວາ​ມສາມາດ​ການ​ແຂ່ງຂັນ​ແລະຄວາມ​ຫວັງ​ຂອງ​ຕົນ, ​ແມ່ນ​ກ່ຽວ​ພັນ​ກັບ​ການ​ຮັກສາ​ດິນ​ຟ້າ​ອາກາດ, ຄວບ​ຄຸມ​ອາຍ​ພິດເຮື​ອນ​ແກ້ວຢ່າງ​ໃກ້ຊິດ. ຈີນ​ປະກາດ​ວ່າ, ຮອດ​ປີ2020, ການ​ລະບາຍ​ກາກ​ບອນ​ດີ​ອອກສິດຕໍ່​ຫົວຫນ່ວຍGDP​ຈະ​ຫລຸດ​ລົງ​ປະມານ40%-45%​ເມື່ອ​ທຽບ​ໃສ່​ປີ2005. ນອກ​ນີ້, ​ໃນ​ບາງ​ດ້ານ​ເຊັ່ນ: ການ​ພັດທະນາ​ພະລັງງານ​ໝູນວຽນ, ການ​ປູກ​ຕົ້ນ​ໄມ້, ການ​ປະຢັດ​ພະລັງງານ​ແລະ​ການຫລຸດຜ່ອນ​ການ​ລະບາຍ​ມົນ​ລະ​ພິດ,ການ​ອັດໂຮງງານ​ທີ່​ມີ​ສະມັດ​ຕະພາບ​ຕ່ຳ,ຈີນ​ກໍ​ໄດ້​ທຸ້ມ​ເທ​ຄວາມ​ພະຍາຍາມ​ຢ່າງ​ເອົາ​ຈິງ​ເອົາ​ຈັງ."ການ​ເຈ​ລະ​ຈາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກ່ຽວ​ພັນ​ກັບ​ຄວາມ​ໄວ​ການ​ພັດທະນາ​​ເສດ​ຖະກິດ​ສັງຄົມ​ຂອງ​ປະ​ເທດ​ຫນຶ່ງ, ​ແລະ​ກ່ຽວ​ພັນ​ກັບ​ຜົນ​ປະ​ໂຫຍ​ດຕົວ​ຈິງຂອງ​ທຸກຝ່າຍ.

ນີ້​ກໍ​ເປັນ​ສາຍ​ເຫດ​ທີ່​ການ​ເຈລະຈາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດມີ​ຄວາ​ມຄືບ​ຫນ້າຊ້າ​ຕະຫລອດ20​ປີຜ່ານ ມາ. ປີ​ກາຍ​ນີ້, ທຸກ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນກັນຢູ່​ໂກ​ເປັນ​ຮາກ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ສັນ​ຍາວ່າ​ຈະ​ສະຫນອງ​ທຶນຮອນ30​ຕື້​ໂດ​ລາສຳ​ລັບ​ໄລຍະ​ສັ້ນ​ໃຫ້​ແກ່​ປະ​ເທດ​ທີ່​ກຳລັງ​ພັດທະນາ​ກ່ອນ​ປີ2012, ​ແລະສັນຍາ​ຈະສະ ຫນອງ100​ຕື້​ໂດ​ລາສຳລັບ​ໄລຍະ​ຍາວ. ກ່ອນ​ຈະ​ເປີດ​ກອງ​ປະ​ຊຸມ​ຄັ້ງ​ນີ້, ປະ​ເທດ​ທີ່​ກຳລັງ​ພັດທະນາ​ຫລາຍ​ປະ​ເທດ​ກ່າວ​ວ່າ, ຫວັງ​ວ່າ​ກອງ​ປະຊຸ​ມຄັນ​ຄຸນ​ຈະສາມາດ​ເຮັດ​ໃຫ້​ທຶນຮອນ​ແລະ​ເຕັກນິກ​ຊ່ວຍ​ເຫລືອ​ຂອງ​ປະ​ເທດ​ທີ່​ພັດທະ ນາ​ແລ້ວ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແທ້​ຈິງ. ທ່າ​ນ​ໂຈ່​ຈີ້​ເຫັນ​ວ່າ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ຊ່ວຍ​ເຫລືອ​ທຶນຮອນ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດແລະ​ໂອນ​ເຕັກນິກ​ກາກ​ບອນ​ຕ່ຳ​ດ້ວຍລາຄາ​ຕ່ຳ​ໃຫ້​ແກ່​ປະ​ເທດ​ທີ່​ກຳ​ລັງ​ພັດທະນາ, ​ເຮັດ​ແນວນີ້​ຈຶ່ງ​ແມ່ນບັນຫາ​ຕັດສິນ​ທີ່​ຈະຊຳລະ​ບຳບັດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປັດຈຸບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ