ນາຍົກຈີນ-​ອິນ​ເດຍຮ່ວມ​ກັນ​ສະ​ເຫຼີ​ມສະຫຼອງ​ການສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ

(GMT+08:00) 2010-12-17 15:35:20     cri

ຕອນ​ຄ່ຳ​ວັນ​ທີ 16 ທັນວາ​ນີ້,ພິທີ​ອັດງານ​​ສະ​ເຫຼີ​ມສະ​ຫຼອງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດຈີນ​-ອິນ​ເດຍ​ຄົບ​ຮອບ 60 ປີ​ແລະງານ​ສິລະ​ປະວັດທະນະທຳ ຂອງຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ນິວ​ແດນ​ລີ​ຂອງ​ອິນ​ເດຍ.ນາຍົກລັດຖະ ມົນຕີ​ຈີນອິນ​ເດຍ​ໄດ້​ຮ່ວມ​ກັນເຂົ້າ​ຮ່ວມພິທີ​ດັ່ງກ່າວ. ​ໃນ​ຄຳ​ປາ​ໄສ, ສອງທ່ານ ເນັ້ນຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ວັດທະນະທຳ​ແລະ​ອາ​ລິ​ຍະ​ທຳ​ຂອງກັນ,​ພ້ອມ​ນີ້ຍັງ​ກ່າວ​ວ່າ,​ ສອງ​ປະ​ເທດ​ຄວນ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​​ເພື່ອ​ສ້າງ​ໂລກ​ທີ່ກົມກຽວ​ກັນ​ທີ່ມີ​ສັນຕິພາບ​ຢ່າງ​ຖາວອນ​ແລະມີຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຮ່ວມ​ກັນ. 

ປີ​ນີ້​ແມ່ນຈີນ-​ອິນ​ເດຍສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ,​ອີງ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ່​ນຳ​​ສອງ​ປະ​ເທດ​ໃນ​ເວລາ​ທ່ານ​ຫູ​ຈິນທາວ,ປະທານ​ປະ​ເທດ​ຈີນ​​ໄປຢ້ຽມຢາມ​ອິນ​ເດຍ​​ໃນປີ 2006, ງານສິລະ​ປະ​​ຈີນ​ແລະ​ງານ​ສິລະ​ປະອິນ​ເດຍທີ່​​ກະຊວງ​ວັດທະນະ​ທຳ​ຈີນ​ແລະ​ຄະນະ​ກຳມະການ​ການ​ພົວພັນ​ວັດທະນະທຳ​ຂອງ​ອິນ​​ເດຍ​ເປັນ​ເຈົ້າພາບ ຮ່ວມ​ກັນ​ໄດ້​​ຈັດ​ຂຶ້ນ​ຢູ່​ອິນ​ເດຍ​ແລະ​ຈີນຕາມ​ລຳດັບ. ກິດຈະກກຳສິລະ​ປະ​ອິນ​ເດຍໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 6 ​ເດືອນ, 35 ​ແຂວງ​ແລະ​ກຳ​ແພງນະຄອນ​ຂອງ​ຈີນ​ໄດ້​ຈັດ​ກິດຈະກຳ​ສິລະ​ປະວັດທະນະທຳ 60 ​​ເທື່ອ​ທີ່​ລວມມີ​ການຟ້ອນລຳ​ທຳ​ເພງ,ການ​ສາຍຮູ​ບ​ເງົາ​ແລະ​ງານ​ຂາຍອາຫານ​ເປັນ​ຕົ້ນ, ສິລະ​ປະ​ຂອງ​ອິນ​ເດຍ​ເຊັ່ນ:ລະບຳ​,ຮູບ​ເງົາອິນ​ເດຍ​​ແລະ​ອື່ນໆກໍ່​ໄດ້ຮັບ​ຄວາມ​ນິຍົມ​ຫຼາຍຈາກ​ຜູ່​ຊົມ​ຈີນ. ​ໃນ​ໄລຍະຈັດ​ກິດຈະກຳ​ສິລະ​ປະຈີນ,ຄະນະ​ສິລະ​ປະ​ຈີນ​ໄດ້​ຈັດການ​ສະ​ແດງທີ່​ເປັນ​​ເອກະລັກ​ຂອງ​ຈີນ​ແລະ​ການ ວາງສະ​ແດງ​ຕ່າງໆ​ ເຊັ່ນ: ງານ​ຮູບ​ເງົາ,ຮູບ​ແຕ້ມ​ຈີນ​, ​​ແລະເພັດ​ນິນ​ຈິນດາ​​ໃນ​ສະ​ໄຫມ​ບູຮານ​​​​ເ​ແລະ​ອື່ນໆ​ຢູ່​ນະຄອນຫຼວງ​ນິວ​ແດນ​ລີ, ກາ​ນກຸຍ​ຕາ​,ບັງ​ກາ​ລໍ​​ແລະ​ແຫ່ງ​ອື່ນໆຂອງ​ອິນ​ເດຍ, ​ເພື່ອ​ໃຫ້​ປະຊາຊົນ​ອິນ​ເດຍຮູ້ຈັກ​ຈີນດີກ​ວ່າ​ເກົ່າ.   ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ອັດ​ງານ​ສິລະ​ປະຈີນ,ທ່ານ​ມານ​ໂມ​ຮານ ຊິງ, ນາຍົກລັດຖະມົນຕີອິນ​ເດຍ​ໄດ້ຮູ້ສຶກເພິ່ງ​ພໍ​ໃຈ​ຕໍ່​ສອງ​ປະ​ເທດທີ່​​ຈັດກິດ​ຈະ​ກຳ​ປີ​ຈີນ​ອິນ​ເດຍ​ຢ່າງ​ສຳ​ເລັດ​ຜົນ.ທ່ານ​ກ່າວ​ວ່າ
 
 
ຫລັງ​ຈາກ​ນັ້ນ, ຜູ້ນຳ​ສອງ​ປະ​ເທດ​ໄດ້​​ເຂົ້າຊົມ​ການສະ​ແດງ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ "ສັນລະ​ເສີນ​ມິດຕະພາບ" ທ່ານ​ອາ​ສິຊ​ເມທາ, ຜູ້​ຊົມທີ່​ມາ​ຈາກມູນ​ນິທິຕາ​ກໍ​ໄດ້ຊົມ​ເຊີຍ​ການສ​ະ​ແດງ​ສິລະ​ປະ​ຄັ້ງ​ນີ້​ຢ່າງ​ສູງ, ​ເພິ່ນ​ເຫັນ​ວ່າ, ອິນ​ເດຍ​ແລະ​ຈີນ​ບໍ່​ພຽງ​ແຕ່​ຕ້ອງ​ແລກປ່ຽນ​ວັດທະນາ​ທຳນຳ​ກັນ​ເທົ່າ​ນັ້ນ, ຍັງ​ຕ້ອງ​ພະຍາຍາມສ້າງ​ຄວາມ​ຄືບ​ຫນ້າໃນ​ຂົງ​ເຂດ​ອື່ນໆ​ອີກ​ດ້ວຍ.ເພິ່ນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ສາຍ​ພົວພັນສອງ​ປະ​ເທດຢ່າງ​ເຕັມ​ປ່ຽມ. "ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າມິດ​ຕະພາບ​ລະຫວ່າງສອງ​ປະ​ເທດ​ພວກ​ເຮົາ​ຈະ​ສືບ​ຕໍ່​ລົງ​ເລິກ​ຕື່ມ​ອີກໃນ​ຂົງ​ເຂດ​ຕ່າງໆ, ນີ້​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ພວກ​ເຮົາ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ຍັງ​ຍ້ອນ​ວ່າ​ພວກ​ເຮົາມີວັດທະນາ​ທຳ​ທີ່ຄ້າຍຄື​ກັນ. ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຈີນ​ແລະ​ອິນ​ເດຍຈະ​ຈັບ​ມື​ມຸ້ງ​ຫນ້າ​ໄປ​ສູ່​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ​ຢ່າງ​ແນ່ ນອນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ