ອາ​ຊຽນ​ເລັ່ງລັດ​ການ​​ເຊື່ອມ​ໂຍງ​​ເຂົ້າເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ

(GMT+08:00) 2010-12-23 14:41:12     cri

ເວົ້າ​ສຳລັບ​ອາ​ຊຽນ​ແລ້ວ ປີ 2010 ​ແມ່ນ​ປີ​ຫນຶ່ງ​ທີ່​ຫນ້​າຈາລຶກ​ໄວ້,ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 17 ທີ່​​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ໄດ້​ຜ່ານ​ແຜນ​ແມ່​ບົດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ, ​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າຂະ​ບວນວິວັດ​ເຮັດ​ໃຫ້​ອາ​ຊຽນ​ເຊື່​ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໄດ້​ຢ່ວງ​ບາດກ້າວ​​ໃຫມ່​ທີ່ສຳຄັນ.​ແຜນ​ແມ່​ບົດ​ດັ່ງກ່າວ​ລວມມີ 700 ກວ່າ​ແຜນການ​ແລະໂຄງການ​​, ອາ​ຊຽນຫວັງ​ຢາກໃຫ້​ປະ​ເທດ​ສະມາຊິກພ້ອມ​ກັບປະ​ເທດ​ຄູ່​ເຈລະຈາຕັ້ງຫນ້າ​ເຂົ້າ​ຮ່ວມ​ແຜນການ​ແລະ​ໂຄງການ​ເຫລົ່າ​ນີ້​ດ້ວຍ​ການລົງທຶນ​ຫລາຍ​ຝ່າຍ,​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັນ​ພາຍ​ໃນ​ອາ​ຊຽນ​ແລະ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ​ຢ່າງ​ແທ້​ຈິງ.ສຳລັບ​ເລື່ອງ​ນີ້, ອາ​ຊຽນຈະ​ສ້າງ​ຄະນະ​ກຳມະການ​ປະສານ​ງານ​ການ​ເຊື່ອມ​ໂຍງ​ເຂົ້າກັນ,​ເພື່ອ​ປະສານ​ງານ​ແລະ​ຕິດຕາມ​ຄຸ້ມ​ຄອງ​ຕະຫລອດ​ຂະ​ບວນການ​ປະຕິບັດ​ແຜນ​ແມ່​ບົດ​ດັ່ງກ່າວ.ນອກ​ນີ້, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 16 ແລະ​ກອງ​ປະຊຸມ​ຕ່າງໆທີ່​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ຮ່າ​ໂນ​ຍ​​ໃນ​ເດືອນ​ເມສາ​ປີ​ນີ້,ປະ​ເທດ​ສະມາຊິກອາ​ຊຽນຕົກລົງ​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ພາຍ​ໃນດ້ວຍ​ຫລັກການ​ພາຍ​ໃນ​ຂອບ​ກົດ​ບັດ​ອາ​ຊຽນ;​ໄດ້​ຜ່ານ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ແລະ​ຝີ​ມື​ຂອງ​ຜູ່​ອອກ​ແຮງ​ງານ, ​ເພື່ອ​ຊຸກ​ຍູ້​​ໃຫ້ເສດຖະກິດ​ຟື້ນ​ຕົວ​ຄືນ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ;​ໄດ້​ປະກາດ​ຖະ​ແຫລ​ງການ​ຮ່າ​ໂນ​ຍທີ່​ຫວັງຈະ​ປັບປຸງ​ສະຫວັດດີ​ການ​ຂອງ​ແມ່ຍິງ​ແລະ​ເດັກນ້ອຍ​;ຜ່ານ​ເອກະສານ​ຮ່ວມ​ມື​ກັນ​ຊອກ​ຫາ​ແລະ​ກູ້​ໄພ​ເທິງ​ທະ​ເລ.​ເອກະສານ​ເຫລົ່າ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ຜັນ​ຂະຫຍາຍ​ກົດ​ບັດ​ອາ​ຊຽນ,​ແລະ​ໃຫ້ການ​ຄ້ຳປະກັນ​ທາງ​ກົດຫມາຍ​ແກ່​ການ​ສ້າງ​ອາ​ຊຽນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ.
 
ການ​ເພີ່ມ​ທະວີ​​ແລະຂະຫຍາຍ​ການພົວພັນ​ກັບ​ຕ່າງປະ​ເທດ​​ແມ່ນ​ສິ່ງສຳຄັນຂອງ​​ອາ​ຊຽນໃນການ​ສ້າງສາແລະ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດຕະຫຼອດ​ມາ.​ໃນ​​​ໄລຍະ​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງອາ​ຊຽນທີ່​ຈັດຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້,ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​​ເງິນໄດ້​​ກາຍ​ເປັນ​ຈຸດ​ສຸມ​ທີ່ອາຊຽນ​ແລະ​​ປະ​ເທດ​ຄູ່​​ເຈລະຈາສົນ​ໃຈ​ຮ່ວມ​ກັນ.​ ໃນ​​​ໄລຍະ​ຈັດ​ກອງ​ປະຊຸມສຸດ​ຍອດ,ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ຈັດ​ກອງ​ປະຊຸມ"ອາ​ຊຽນບວກ 3 ",​ແລະຈັດ​ກອງ​ປະຊຸມອາ​ຊຽນບວກ​ຫນຶ່ງ​​ ເຊັ່ນ: ກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາ​ຫຼີ,ອິນ​ເດຍ,ອົສຕຼາລີ,ນູ​​ແວັນ​ເຊ​ລັງ,ຣັດ​​ເຊຍ​​ແລະ​ປະ​ເທດ​ອື່ນໆ. ຜູ່​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພັດທະນາ​ແບບຍືນ​ຍົງ,​​ແລະ​ປະກາດການ​ຮ່ວມ​ມື13​ຂໍ້ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ທ່ານ​ເວີ່​ນ​ເຈ່ຍ​ປາວ,ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ,ຈີນ​ຍິນດີ​ຮ່ວມ​ກັບ​ປະ​ເທດ​ສະມາຊິກ​ໃນອາ​ຊຽນສ້າງ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແຫ່ງ​ຫນຶ່ງ​ພາຍ​ໃນ 5 ປີ,​ ​ພະຍາຍາມ​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນບັນລຸ 500 ຕື້​ໂດ​ລາພາຍ​ໃນ 2015.

ໃນ​ກອງ​ປະຊຸມ​ສຸ​ດຍອດອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ,ຜູ່​ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄດ້ເປັນ​ເອກະສັນ​ກັນກ່າວວ່າ,ຈະ​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ບັງ​ເກີດ​ຜົນ,ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ສັນຍາຕ່າງໆ​ພາຍ​ໃນ​ຂອບອາຊຽນ+ 3,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂະ​ແຫນງການ​ທະນາຄານ​ແລະ​ເງິນ​ຕາ​,​ລົງ​ເລິກ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກາ​ນຄ້າ,ການ​ລົງທຶນ,ການທ່ອງທ່ຽວ,ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານຄົມມະ ນາຄົມ​ແລະ​ອື່ນໆ.​ໃນ​ນັ້ນ,"ສັນຍາ​ຂໍ້​ລິ​ເລີ່​ມຊຽງ​​ໃຫມ່​ແບບ​ຫຼາຍ​ຝ່າຍ"ທີ່ 10 ປະ​ເທດ​ໃນ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີຮ່ວມກັນ​ນັ້ນ ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການຮັກສາ​ຄວາມ​ຫມັ້ນ​ທ່ຽງ​ດ້ານ​ການ​​ເງິນ​ໃນ​ພາກ​ພື້ນ,ສາງ​ຄັງ​ສຳຮອງ​ເງິນ​ຕາ​ຕ່າງ ປະ​ເທດ​ພາກ​ພື້ນ​ທີ່​ມີ​ມູນ​ຄ່າ​ເຖິງ 120 ຕື້​ໂດ​ລາ​ ບຸກຄົນສຳຄັນ​ໃນ​ວົງ​ການການ​ເງິນເອີ້ນມັນ​ວ່າ​ເປັນ​ສາງ​ເລືອດ​ເງິນຕາ​ຂອງ​ທະວີບອາຊີ.


ເຖິງ​ວ່າ​ຂະ​ບວນການ​​ເຊື່ອມ​ໂຍງ​ອາ​ຊຽນ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃນ​ລະດັບ​ໃດ​ຫນຶ່ງ​ກໍ່ຕາມ,​ແຕ່​ຖ້າ​ຢາກ​ໃຫ້ບັນລຸ​​ເປົ້າຫມາຍທີ່​ເຊື່ອມ​ໂຍງ​ອາ​ຊຽນ​​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໃນ 2015, ຝ່າຍຕ່າງໆຍັງ​ຕ້ອງທຳ​ຄວາມ​ພະຍາ ຍາມ​​ຫຼາຍຂຶ້ນ. ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຄວນຫຼຸດ​ຊ່ອງ​ຫວ່າງ​ໃນ​ດ້ານ​ການ​ພັດ ທະນາ, ​​ນຳ​ໃຊ້​ຊ່ອງ​ທາງ​ຕ່າງໆ​ເຊັ່ນ:ການເລັ່ງລັດ​ການຮ່ວມ​ມື​​ໃນອະນຸພາກ​ພື້ນ​ໃຫ້​ໄວ​ຂຶ້ນ​ແລະ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ແລະ​ອື່ນໆ,​ເພື່ອ​ຊ່ອຍ​ເຫຼືອ​​ໃຫ້ບາງປະ​ເທດ​ສະມາຊິກ​ອາ​ຊຽນທີ່​ເສດຖະກິດ​ດ້ອຍ​ພັດທະນາ​ ສາມາດ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ​ໄວ​ກວ່າ​ເກົ່າ.ນອກ​ນີ້,​"ແຜນ​ແມ່​ບົດກ່ຽວ​ກັບ​ການເຊື່ອມ​ຕໍ່​ອາ​ຊຽນ"ຍັງຕ້ອງ​ລະດົມ​ທຶນ​ຈຳນວນ​ຫຼວງ​ຫຼາຍ,​ເພື່ອກໍ່ສ້າງ​ພຶ້ນຖານ​ໂຄງ​ລ່າງ​ຕ່າງໆ​ເຊັ່ນ:​ ຖະຫນົນ,ຂົວ​ແລະ​ອື່ນໆ,ນີ້ກໍ່​ຮຽກຮ້ອງ​ໃຫ້​ອາ​ຊຽນ​​ໃນ​ຂະ​ນະ​ທີ່ລະດົມ​ທຶນຫຼາຍ​ຝ່າຍ​ນັ້ນ​ຍັງ​ຕ້ອງໃຊ້​ມາດ​ຕະການ ​​ເພື່ອຮັບປະກັນ​​ການ​ສະຫນອງ​ທຶນ​ກໍ່ສ້າງແກ່​ປະ​ເທດ​ຕ່າ​ງໆ​ໃນ​ອາ​ຊຽນໂດຍ​ໄວ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ