ປັກ​ກິ່ງປະກາດ​ຂໍ້​ກຳນົດ​ໃຫມ່ເພື່ອ​ຫລຸດຜ່ອນ​ການ​ຈໍ​ລະ​ຈອນ​ຕິ​ດຂັດ

(GMT+08:00) 2010-12-24 15:43:30     cri

ວັນ​ທີ23​ທັນວາ​ນີ້, ອົງການ​ປົກຄອງ​ປັກ​ກິ່ງ​ໄດ້​ຈັດ​ງານ​ຖະ​ແຫຼງຂ່າວ, ​ແລະ​ປະກາດ​ຂໍ້​ກຳນົດ​ໃຫມ່​ເພື່ອ​ຫລຸດຜ່ອນ​ການ​ຈໍ​ລະ​ຈອນ​ຕິ​ດຂັດ, ຂໍ້​ກຳນົດ​ໃຫມ່​ໄດ້​ເພີ່ມ​ການຄຸ້ມຄອງ​ລົດຍົນ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

ກ່ອນ​ຫນ້າ​ນີ້, ອົງການ​ປົກຄອງ​ປັກ​ກິ່ງ​ໄດ້​ສະ​ເຫ​ນີຄວາມ​ເຫັນກ່ຽວ​ກັບ​ການຊຸກຍູ້​ການ​ຈໍ​ລະ​ຈອນ​ນະຄອນ​ຫລວງ​ພັດທະນາ​ຕາມ​ວິທະຍາສາດ​ຕື່ມ​ອີກ, ​ເພີ່ມ​ຄວາມ​ແຮງຜ່ອນຄາຍ​ກາ​ນຈໍລະ​ຈອນ​ຕິດ​ຂັດ​ແລະ​ແຜນການ​ປັບປຸງ​ລາຄາ​ຈອດ​ລົດນອກ​ເຂດຊຸມ​ຊົນ, ​ແລະ​ໄດ້ສັງ​ລວມຄວາມ​ຄິດ​ຄວາມ​ເຫັນ​ຂອງ​ປະຊາຊົນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ​ມື້​ນີ້, ຂໍ້​ກຳນົດ​ໃຫມ່​ເພື່ອ ຫລຸດຜ່ອນ​ການ​ຈໍ​ລະ​ຈອນ​ຕິ​ດຂັດນະຄອນ​ຫລວງປັກ​ກິ່ງ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ. ມາດ​ຕະການ​ໃຫມ່​ເຫຼົ່ານີ້, ​ແນ​ໃສ່​ຜ່ອນຄາຍ​ສະພາບ​ຈໍລະ​ຈອນ​ຕິດ​ຂັດ​ທີ່​ນັບ​ມື້​ນັບຫນັກ​ຫນ່ວງ​ຂຶ້ນຂອງ​ປັກ​ກິ່ງ.

ອີງ​ຕາມ​ຂໍ້​ກຳນົດ​ໃຫມ່, ປັກ​ກິ່ງ​ໄດ້​ເພີ່ມ​ທະວີ​ການຄຸ້ມ​ຄອງລົດຍົນຕື່ມ​ອີກ. ​ໃນ​ນັ້ນ, ການ​ປ່ຽນ​ແປງ​ໃຫຍ່​ທີ່​ສຸດ​ກໍ​ແມ່ນ​ມາດ​ຕະການຄວບ​ຄຸມ​ຈຳນວນ​ລົດ​ເກັ໋ງ. ປີ2011, ການ​ເພີ່ມ​ຂຶ້ນ​ຂອງຈຳ​ນວນ​ລົດຍົນ​ປັກ​ກິ່ງຈະ​ບໍ່​ໃຫ້​ເກີນ2​ແສນ4​ໝື່ນ​ຄັນ, ຫລື​ແຕ່ລະ​ເດືອນ​ບໍ່​ໃຫ້​ເກີນ2​ໝື່ນຄັນ. ສຳລັບ​ວິສາ​ຫະກິດ, ອົງການວິຊາ​ການ, ອົງການ​ຈັດ​ຕັ້ງ​ສັງຄົມ​ແລະ​ບຸກຄົນທີ່​ມີເງື່ອນ​ໄຂ​ຊື້​ລົດຄົບຖ້ວນ, ຈະ​ອີງ​ຕາມ​ຫລັກການ​ເປີດ​ເຜີຍ​ແລະຍຸດຕິ​ທຳ, ຈັບ​ສະຫລາກ​ເອົາ​ປ້າຍ​ທະບຽນລົດ​ໂດຍ​ບໍ່​ເສຍ​ເງິນ. ທ່ານ​ລິວ​ສ້ຽວມິງ, ​ປະທານ​ຄະນະ​ກຳ​ມະ​ການ​ຄົມມະນາຄົມ​ປັກ​ກິ່ງກ່າວ​ວ່າ:

"ຂັ້ນ​ຕອນ​ຈັບ​ສະຫລາກ​ເອົາ​ປ້າຍ​ທະບຽບລົດ​ແມ່ນ​ເປີດ​ເຜີຍຕໍ່​ສັງຄົມ, ທຸກ​ຄົນ​ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ລ້ວນ​ແຕ່​ມີ​ໂອກາດ​ເທົ່າ​ທຽມ​ກັນ. ບໍ່​ວ່າອົງການ​ຫລືບຸກຄົນ​ທີ່​ພວກ​ເຮົາ​ເລືອກ​ນັ້ນ, ​ເງື່ອນ​​ໄຂສະໝັກ​ແລະ​ຂັ້ນ​ຕອນ​ຈັບ​ສະຫລາກ​ລ້ວນ​ແຕ່​ເປີດ​ເຜີຍ​ຕໍ່​ສັງຄົມ, ທຸກ​ຄົນ​ສາມາດ​ໄປ​ເບິ່ງ​ໄດ້. ນອກ​ນີ້, ຂັ້ນ​ຕອນ​ຈັບ​ສະຫລາກເອົາ​ປ້າຍ​ທະບຽນລົດ​, ຍັງມີ​ຫ້ອງການຢັ້ງຢືນ​ທາງ​ກົນ​ຫມາຍ​ຕິດຕາມ​ກວດກາ, ຫລັງຈາກ​ການຈັບສະ​ຫລາກ, ຈະເອົາ​ຜົນການ ຈັບສະ​ຫລາກຂຶ້ນ​ເວັບໄຊ​ທັນທີ, ທຸກຄົນ​ສາ​ມາດໄ​ປຊອກ​ເບິ່ງຢູ່​ເວັບ​ໄຊ້, ຂັ້ນ ຕອນນີ້​ຍັງມີ​ກົນໄກ​ຕິດຕາມ​ກວດກາ​ອີກ​ດ້ວຍເຊິ່ງ​ທຸກ​ຄົນສາມາດ​ໄປ​ແຈ້ງ ການ​ກະທຳ​ຜິດຕໍ່​ຂັ້ນ​ເທິງ, ຂ້າພະ​ເຈົ້າເຊື່ອ​ວ່າຂັ້ນ​ຕອນນີ້​ແມ່ນມີ​ຄວາມຍຸດ ຕິທຳ, ເຄັ່ງຄັດ, ເປີດ​ເຜີຍ​ແລະຕາມ​ຫລັກການ​ວິທະຍາສາດ.

ນອກຈາກ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ຈຳນວນ​ລົດຍົນ​ແລ້ວ, ປັກ​ກິ່ງ​ຍັງ​ຈະ​ສືບ​ຕໍ່​ປະຕິບັດ​​ແລະ​ປັບປຸງ​ມາດ​ຕະການ​ຄຸ້ມຄອງ​ການ​ອອກ​ເດີນລົດ​ຢູ່​ບາງ​ເຂດ​ໃນ​ມື້​ເຂົ້າ​ການ, ຕາມ​ຂໍ້ກຳນົດ​ໃໝ່, ລົດ​ໂດຍສານ​ທີ່​ບໍ່​ລົງທະບຽນ​ຢູ່​ປັກ​ກິ່ງຫ້າມ​​ແລ່ນ​ຢູ່​​ໃນ​ທາງ​ຮອບ​ທີ 5 ​ໃນ​ມື້​ເຂົ້າ​ການ​ແລະ​ເລິກ​ການ. ນອກ​ຈາກ​ນັ້ນ, ຂໍ້​ກຳນົດ​ໃໝ່ຍັງ​ໄດ້​ປັບປຸງ​ການເກັບ​ຄ່າ​ຈອດ​ລົດ, ທົ່ວ​ປັກ​ກິ່ງ​ໄດ້​ແບ່ງ​ເປັນ​ເຂດ 3 ປະ​ເພດ, ​ເກັບ​ຄ່າ​ຈອດ​ລົດ​ຕ່າງ​ກັນ. ຢູ່​ເຂດ​ລົດຕິດ​​ຫຼາຍ​ຈະ​ເກັບ​ຄ່າ​ຈອດ​ລົດ 10 ຢວນຕໍ່​ຊົ່ວ​ໂມງ. ສ່ວນ​ເລື່ອງ​ທີ່​ຈະ​ເກັບ​ຄ່າ​ລົດຕິດ​​ຢູ່​ທາງລົດ​ຕິດເລື້ອຍໆ, ຍັງ​ພວມ​ພິຈາລະນາ​ຢູ່. ທ່ານ​ໂຈ່​ວ​ເຈິ້ງ​ຢູ, ຮອງ​ເລຂາທິການ​ອົງການ​ປົກ​ຄອງ​ປັກ​ກິ່ງ​ກ່າວ​ວ່າ:

"ຜ່ອນຄາຍ​ສະພາບ​ການ​ລົດ​ຕິດຂອງ​ປັກ​ກິ່ງ​ຈະ​ແມ່ນວຽກ​ງານ​ຍາວ​ນານ. ​ແລ່ນ​ລົດສະດວກ​ຫຼື​ບໍ່​ແມ່ນ​ພົວພັນ​ກັບ​ຜົນ​ປະ​ໂຫຍ​ດຕົວ​ຈິງຂອງ​ທຸ​ກຄົນ​ທີ່​ເຮັດ​ວຽກ​​ແລະ​ອາ​ໄສ​ຢູ່​ປັກ​ກິ່ງ, ສະພາ​ບລົດ​ຕິດ​ແມ່ນ​ອົງການ​ປົກຄອງ​​ແລະ​ປະຊາຊົນ​ປັກ​ກິ່ງ​ບໍ່​ຢາກ​ເຫັນ, ມາດ​ຕະການ​ຄຸ້ມຄອງ​ທີ່​ວາງ​ອອກ​ເທື່ອ​ນີ້​ກໍ​ແມ່ນມາດ​ຕະການ​​ໂດຍ​ລວມ​​ເພື່ອ​ຜ່ອນຄາຍລົດ​ຕິດແລະ​ລະບຽບ​ການ​ຂົນ​ສົ່ງ​ສາທາລະນະ, ​ແລະ​ຮັບປະກັນ​​ໃຫ້​ຜູ້​ໃຊ້​ລົດສ່ວນ​ຫຼາຍ​ມີ​ສະພາບ​ແວດ​ລ້ອມ​ທີ່​​ແລ່ນ​ລົດຢ່າງ​ປອດ​ໄພ​ແລະ​ສະດວກ​ສະບາຍ."

​ໃນ​ເວລາ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລົດຍົນ, ປັກ​ກິ່ງ​ຍັງ​ຈະ​ປັບປຸງ​ການວາງ​ຜັງ​ເມືອງ​ໃຫ້​ດີ​ຕື່ມ​ອີກ, ລວມທັງ​ຈັດ​ວາງການ​ບໍລິການ​ສາທາລະນະ​ເຊັ່ນ​ການ​ສຶກສາ, ການ​ບໍລິຫານ​ສາທາລະນະ​ສຸກ​​ແລະ​ອື່ນໆ​ຢູ່ເຂດ​ເມືອງ​ໃໝ່, ​ເລັ່ງລັດ​ສ້າງ​ພື້ນຖານ​ໂຄ​ງລ່າງ​ທາງ​ຫຼວງ, ຍົກ​ສູງ​ຄວາມ​ສາມາດ​ຂົນ​ສົ່ງ, ພັດທະນາ​ລະບົບ​ຂົນ​ສົ່ງ​ສາທາລະນະ​ກ່ອນ​ເປັນ​ຕົ້ນ, ​ເພື່ອ​ຜ່ອນຄາຍ​ຄວາມ​ກົດ​ດັນ​ດ້ານ​​ລົດຕິດຂອງ​ຕົວ​ເມືອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ