ຄົນ​ມາ​​ເລ​ເຊຍຫຼາຍ​ກວ່າ60%ຄັດຄ້ານ​ລັດຖະບານ​ສ້າງ​ຕຶກ​ສູງ​ຮ້ອຍ​ຊັ້ນ

(GMT+08:00) 2010-12-26 17:50:47     cri

ຕາມ​ຂ່າວສານ​ຈີນ:ພາຍຫຼັງ​ມີຕຶກ​ແຝກ​ສູງ88ຊັ້ນ​ແລ້ວ,ລັດຖະບານ​ມາ​ເລ​ເຊຍວາງ​ແຜນ​ສ້າງ​ຕຶກສູງ​ຮ້ອຍ​ຊັ້ນຕຶກ​ໜຶ່ງ.​ແຕ່ຜົນ​ການ​ສຳ​ຫຼວດຂອງ​ມວນ​ຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​​ຖືກ​ສຳພາດ65%ບໍ່​ເຫັນ​ດີ​ນຳແຜນການ​ນີ້.

ຜົນການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ຄົນ​ເຊື້ອສາຍ​ຈີນ322ຄົນ​ທີ່​ຖືກ​ສຳພາດ,ມີ​76%ບໍ່​ເຫັນ​ດີ​ແຜນການ​ດີ;​ໃນ​ຄົນ​ມາ​ເລ590ຄົນ​ທີ່​ຖືກ​ສຳພາດ,ມີ60%ບໍ່​ເຫັນ​ດີ;ຄົນ​ເຊື້ອສາຍ​ອິນ​ເດຍ93ຄົນ​ທີ່​ຖືກ​ສຳພາດ​ມີ​58%ບໍ່​ເຫັນ​ດີ​.​ໃນ​ຜູ່​ທີ່​ຖືກ​ສຳພາດ1005ຄົນ,ມີ65%ບໍ່​ເຫັນ​ດີ​ໃຫ້​ສ້າງ​ຕຶກ​ສູງ​ຮ້ອຍ​ຊັ້ນ.

ກ່ອນ​ສອງ​ອາທິດ,​ໃນ​ມື້​ດຽວ​ກັນ​ທີ່ປະກາດງົບປະມານ​ການ​ເງິນ2011, ທ່ານ​ນາ​ຈີບ ນາຍົກລັດຖະມົນຕີມາ​ເລ​ເຊຍປະກາດ​ວ່າ​ຈະ​ສ້າງ"ຕຶກສູງ​ແຫ່ງ​ຍຸກເອກະລາດ"ສູງ100ຊັ້ນທີ່ຢູ່​ໃກ້​ກັບສະ​ໜາມ​ກິລາຮົ່ມ​ໂມ​ດີ​ຄາ​ຢູ່​ໃຈກາງ​ກົວ​ລາ​ລຳ​ເປີ.​ໂຄງການ​ນີ້​ທີ່​ຈະ​ເສຍ5ຕື້​ລິນ​ກິດຈະ​ສ້າງ​ສຳ​ເລັດ​ໃນ​2015.

ພາຍຫຼັງ​​ແຜນການ​ນີ້​ຖືກ​ປະກາດ,ຝ່າຍ​ຕ່າງ​ໆ​ໄດ້​ເອົາ​ໃຈ​ໃສ່​ໃນ​ທັນທີ,ຜູ່​ທີ່​ຫຼິ້ນ​ອິນ​ເຕີ​ເນັດ​ໄດ້​ສ້າງ​ເວ​ບ​ໄຊ້ພິ​ເສດ"ປະຊາຊົນ​ລ້ານ​ຄົນບໍ່​ເຫັນ​ດີ​ໃຫ້​ສ້າງ​ຕຶກ​ສູງຮ້ອຍ​ຊັ້ນ"​​ໂດຍ​ຜ່ານ​ອິນ​ເຕີ​ເນັດ,​ແລະມີ2​ແສນ2ໝື່ນ​ຄົນສະໜັບ​ສະ​ໜູນ​ໃນ​ໄລຍະ2ອາທິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ