ນາຍົກ​ຈີນ​ມີ​ຄວາມ​ຫມັ້ນ​ໃຈຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຄວບ​ຄຸມ​ລາຄາ​ສິນຄ້າ​ແລະ ລາຄາເຮືອນຢູ່

(GMT+08:00) 2010-12-27 16:32:07     cri

ວັນ​ທີ26ທັນວາ​ນີ້,ທ່ານ​ເວີ່ນ​ເຈ່ຍປາວ,ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມລາຍ ການ​ສົດທີ່ມີ​ຊື່​ວ່າ"ສຽງ​ຈາກ​ປະ​ເທດ​ຈີນ"​ຂອງສະຖານີ​ວິທະຍຸ​ປະຊາຊົນແຫ່ງ​ຊາດ​ຈີນ,​​ເພື່ອ​ແລ​ກປ່ຽນ​ຄວາມ​ເຫັນກັບ​ຜູ່​ຟັງທົ່ວ​ປະ​ເທດ​ທາງ​ວິທະຍຸ​ເປັນ​ຄັ້ງ​ທຳ​ອິດ. ​ໃນ​ເວລາ​​ເວົ້າ​ລົ​ມ​ໃນລາຍການ​ສົດ​ເທື່ອ​ນີ້,ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ມີ​ຄວາມ​ສາມາດ​ຄວບ​ຄຸມ​ລະດັບລາຄາ​ສິນຄ້າ​ໂດຍ​ລວມ ​. ​ແຕ່​ທ່ານ​ຍັງ​ກ່າວ​ວ່າ,​ເມື່ອ​​ໄດ້ເລັ່ງລັດ​ການ​ກໍ່ສ້າງ​ເຮືອນ​ຢູ່​ແບບ​ຮັບປະກັນ​​​ໃຫ້​ໄວ​ຂຶ້ນແລະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ມີການ​ກະທຳ​ເກນ​ກຳ​​ໄລ​ດ້ານ​ອະສັງ​ຫາລິ​ມະ​ຊັບ​ແລ້ວ ,​ເຮັດ​ໃຫ້​ລາຄາ​ເຮືອນ​ຢູ່​ຂອງ​ຈີນຈະ​ຫຼຸດລາຄາລົງ​ຢ່າງເຫມ​າະສົມ.    ຂໍ້​ມູນທີ່​ກົມ​ສະຖິຕິ​ແຫ່ງ​ຊາດຈີນ​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,​ເດືອນພະຈິກ​​ແລ້ວ​ນີ້,ດັດ​ສະ​ນີລາຄາຜູ່​ຊົມ​ໃຊ້​ຫຼືCPIຂອງ​ໄດ້​ເພີ່ມຂຶ້ນ​5,1% ​ ,ເປັນ​ສະຖິຕິສູງ​ສຸດພາຍ​ໃນ​ປີ​ນີ້.ນີ້​ກໍ່​ແມ່ນ​ສະຖິຕິ​ສູງ​ສຸດ​ຂອງ CPIຂອງ​ຈີນ​ໃນ​ຮອບ28 ​ເດືອນ​ ຫຼັງ​ຈາກ​ເພີ່ມ​ຂຶ້ນ6,3%ໃນ​ເດືອນ​ກໍລະກົດ​2008ມາ​ນີ້. ສ່ວນ​ປຶ້ມປົກສີຟ້າ​ກ່ຽວ​ກັບເສດ ຖະກິດ​ 2011 ທີ່​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ຄາດ​ວ່າ,​ປີຫນ້າ,ລາຄາ​ສິນຄ້າ​ຂອງ​ຈີນຈະ​​​ສູງຂຶ້ນ 3,3%. ນອກ​ນີ້,ພາຍ​ໃຕ້​ສະພາບ​ທີ່ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ​​ເຊັ່ນ:ອາ​ເມ​ລິ​ກາ​ແລະອີ​ລົບໄດ້​​ເພີ່ມການ​ພິມເງິນຕາ​ໃຫ້​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຍູ້​ໄພເງິນ​ເຟິ້​ໄປສູ່ປະ​ເທດອື່ນ, ປະຈຸ​ບັນ,​​ຈີນ​​ມີ​ຄວາມກົດ​ດັນຫຼາຍ​​ແທ້​ເພື່ອຮັບ​ມື​ກັບລາຄາ​ສິນຄ້າທີ່ແພງ​ຂຶ້ນ​ແລະ​ໄຟ​ເງິນ​ເຟິ້. ​ໃນ​ເວລາ​ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວລົມ​ກັບ​ຜູ່​ຟັງ​ທາງ​ວິທະຍຸ,ທ່ານ​ກ່າວ​ວ່າ,​​ຍ້ອນໃຊ້​ມາດ​ຕະການ​ຮັບ​ມື​ທີ່​ເຫມາະ​ສົມ,ຈີນ​ສາມາດ​ບັນລຸ​​ເປົ້າຫມາຍ​ທີ່​ຄວບ​ຄຸມ​ລະດັບ​​​ລາຄາ​ສິນຄ້າໂດຍລວມ.ທ່ານ​ກ່າວ​ວ່າ:

 "ທີ່ຈິງ​ແລ້ວ,ລາຄາ​ສິນຄ້າ​ຂອງ​ທົ່ວ​ປະ​ເທດ​ໄດ້​ສູງຂຶ້ນ​ໃນ​ໄລຍະ​ຫນຶ່ງມໍ່ໆ​ມາ​ນີ້,ຊີວິດ​ການ​ເປັນ​ຢູ່​ຂອງຜູ່​ທີ່​ມີ​ລາຍ​ໄດ້​ປານກາງ​ແລະ​ຕ່ຳຍິ່ງ​ມີ​ຄວາມ​ຫຍຸ້ງ ຍາກ​ຍ້ອນ​ລາ​ຄາສິນຄ້າສູງຂຶ້ນ. ພາຍ​ໃຕ້ສະພາບ​ດັ່ງກ່າວ,ລັດຖະບານ​ກໍ່​ໄດ້​ໃຊ້​ມາດ​ຕະການ 16 ຂໍ້,

ເມື່ອເບິ່ງ​ຈາກສະພາບ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ, ພວກ​ເຮົາ​ມີ​ຄວາມ​ສາມາດ​​ຄວບ​ຄຸມ​ລະດັບລາຄາ​ສິນຄ້າ​​ໄດ້ໂດຍ​ລວມ.ຄົນ​ທົ່ວ​ໄປລ້ວນ​ແຕ່​ຮູ້​ປະ​ໂຫຍກຫນຶ່ງ​ທີ່​ວ່າ:"ການ​ຄາດ​ຄະ​ເນ​ເງິນ​ເຟິ້​ໄວ້​ລ່ວງ​ຫນ້າ​ ຍິ່ງ​​ເປັນຕາ​ຢ້ານ​ກົວ​ກວ່າໄພ​ເງິນ​ເຟິ້ທີ່​ເກີດ​ຂຶ້ນ​ແທ້,"  ສະ​ນັ້ນ,​ໃນ​ເວລາ​ເກີດ​ໄພ ​ເງິນ​ເຟິ້,ພວກ​ເຮົາ​ຕ້ອງ​ສ້າງ​ຄວາມ​ຫມັ້ນ​ໃຈ​ຢ່າງ​ຫນັກ​ແຫ​ນັ້ນ,​​ ຮັບ​ຮູ້​ເງື່ອນ​ໄຂ​ທີ່​ດີ​ຂອງ​ພວກ​ເຮົາ​ຢ່າງ​ເຕັມ​ສ່ວນ,​ແລະ​ໃຊ້​ມາດ​ຕະການ​ທີ່​ແຂງ​ແຮງ​​ແລະ​​ເຂັ້ມ​ງວດຢ່າງທັນ​ການ​ ເພື່ອ​ລະງັບ​ລາຄາ​ສິນຄ້າ. "

ທ່ານ​ນາຍົກ​ເວີ່​ນ​ເຈ່ຍປາວ​ຍັງ​ກ່າວ​ວ່າ,ປະຈຸ​ບັນ,ຈີນ​ຍັງ​​ໄດ້ສະ​ສົມທັນຍາ​ຫານ​ເກືອບ​200ລ້ານ​ໂຕນ​​ເຊິ່ງສະ​ສົມເຂົ້າ​​ເບຼ​,​ ​ເຂົ້າແລະສາລີ​ຢ່າງ​ພຽງພໍ,ສະ​ນັ້ນ​,ຈີ​ມມີ​ພື້ນຖານ​ວັດຖຸ​​ເພື່ອລະ​ງັບລາ​ຄາ​ສິນຄ້າ​ໄດ້.


ໃນ​ເວລາ​ແລກປ່ຽນ​ຄວາມ​ເຫັນ​ກັບຜູ່​ໃຊ້​ອິນ​ເຕີ​ເນັດ​ແລະ​ຜູ່ຟັງວິທະ ຍຸ,ທ່ານເວີ່ນ​ເຈ່ຍ​ປາວ​ຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຜູ່​ໃຊ້​ອິນ​ເຕີ​ເນັດ​ກ່ຽວກັບ​ບັນຫາ​​ລາຄາ​ເຮືອນ​ຢູ່​ທີ່ປະຊາຊົນ​ສົນ​ໃຈຮ່ວມ​ກັນ.ທ່ານ​ນາຍົກ​ເວີ່​ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ​ອະນາຄົດ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ລາຄາ​ເຮືອນ​ຢູ່​ຮັກສາຢູ່​ໃນ​ລະດັບ​ທີ່​​​ເຫມາະຜົນ.ທ່ານ​ກ່າວ​ວ່າ:

"ປີ​ນີ້,ພວກ​ເຮົາ​ໄດ້​ໃຊ້​ມາດ​ຕະການ 10 ຂໍ້​ແລະ 5 ຂໍ້,ປະຈຸ​ບັນ​​​ເມື່ອ​ສັງ​ເກດ​ສະພາບ​ດັ່ງກ່າວນີ້​​ແລ້ວ​ເຫັນ​ວ່າ, ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ຢ່າງ​ບໍ່​ດີ​ປານ​ໃດ,ພວກ​ເຮົາ​ຈະ​ສືບ​ຕໍ່​​​ເລັ່ງລັດໃນ​ສອງ​ດ້ານ​ຄື:ດ້ານ​ທີ​ຫນຶ່ງ ກໍ່​ແມ່ນ​ເພີ່ມ​ການ​ກໍ່​ສ້າງ​ເຮືອນ​ຢູ່​ແບບ​ຮັບປະກັນ​ໃຫ້​ຫຼາຍ​ຂຶ້ນ,ນີ້ກໍ່​ຫມາຍ​ຄວາມ​ວ່າ ,​ເຮືອນ​ຢູ່​ແບບ​ຮັບປະກັນ​ທີ່​ພວກ​ເຮົາ​​ເລີ່​ມກໍ່​ສ້າງ​ໃນ​ປີ​ນີ້ ຈະ​ມີ​ເຖິງ​ປະມານ 5 ລ້ານ 8 ​ແສນ​ຊຸດ,​ໄດ້​ສ້າງສຳ​ເລັດ 3 ລ້ານ 7 ​ແສນ​ຊຸດ,​ເຮືອນ​ຢູ່​​ແບບ​ຮັບປະກັນທີ່ຈະ​ເລີ່​ມກໍ່​ສ້າງ​ໃນປີຫນ້າ​ຈະ​ມີ​ເຖິງ 10 ລ້ານ​ຊຸດ, ນີ້​ກໍ່​ລວມມີ​​ເຮືອນ​ເຊົ່າ​ສາທາ​ລະນະ,ເຮືອນ​​ເຊົ່າລາຄາຖືກແລະເຮືອນ​ຢູ່​ທີ່​ດັດ​​ແປງ​ຈາກ​ເຂດ​ເຮືອນທີ່​ບໍ່​ຖາວອນ. ຄວາມ​ພະຍາຍາມ​ໃນ​ດ້ານ​ທີ່ສອງ​ກໍ່​ແມ່ນ​ຄວນ​ລະ​ງັບ​ການ​ເກນ​ກຳ​ໄລ,ນີ້​ຕົ້ນຕໍ​ແມ່ນ​ເພື່ອ​ນຳ​ໃຊ້ຊ່ອງ​ທາງເງິນ​ກູ້​ສິນ​ເຊື່ອ​ ແລະ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ທີ່​ດິນ, ທີ່​ດິນ​ຕ້ອງ​ໃຫ້​ຮັບປະກັນ​ເຮືອນ​ຢູ່​​ແບບ​ການ​ຮັບປະກັນກ່ອນ,ພວກ​ເຮົາ​ຕ້ອງ​​ຄຸ້ມຄອງ​ຢ່າງ​ເຂັ້ມ​ງວດ​ຕື່ມ​ອີກ​ສຳລັບ​ທີ່​ດິນ​ທີ່​ເກນ​ກຳ​ໄລ,ຂ້າພະ​ເຈົ້າ​ເຊື່ອ​ຫມັ້ນ​ວ່າ,​ເມື່ອ​ພວກ​ເຮົາ​ໄດ້​ທຳ​ຄວາມ​ພະຍາຍາມ​ໃນ​ໄລ​ຍະ​ຫນຶ່ງອີກ,ລາ​ຄາ​ເຮືອນ​ຢູ່​ກໍ່​ຈະ​ຫຼຸດ​ລົງ​ຮອດລະດັບທີ່​​​ເຫມາະ​ສົມ,ຂ້າພະ​ເຈົ້າມີ​ຄວາມ​ມຫມັ້ນ​ໃຈຢ່າງ​ເຕັມ​ປ່ຽມ​ຕໍ່​ເລື່ອງ​ນີ້."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ