ທະນາຄານ​ກາງ​ຈີນ​​ເພີ່ມອັດຕາດອກ​ເບ້ຍ​ເງິນ​ຢວນຈີນ​ເທື່ອ​ທີ​ສອງ​ໃນ​ປີ​ນີ້

(GMT+08:00) 2010-12-28 17:02:45     cri
ຫວ່າງ​ມໍ່ໆ​ມາ​ນີ້,ທະນາຄານ​ກາງ​ຈີນ​ໄດ້​ປະກາດເພີ່ມອັດຕາ​ດອກ​ເບ້ຍ​​ພື້ນຖານ​ຂອງເງິນ​ຝາກທະນາຄານ​ແລະ​ເງິນກູ້ 0,25% ນັບ​ແຕ່ວັນ​ທີ 26 ທັນວາ​ນີ້​ເປັນ​ຕົ້ນ​ໄປ.ນີ້​ແມ່ນ​ທະນາຄານ​ກາງ​ຈີນ​​ເພີ່ມດອກ​ເບ້ຍ​ເທື່ອ​ທີ​ສອງ ​ຫຼັງ​ຈາກ​ເຄີຍ​​ເພີ່​ມ​ໃນ​ວັນ​ທີ 20 ຕຸລາ​ປີ​ນີ້,​ແລະກໍ່​ແມ່ນຈີນ​​ເພີ່ມ​ດອກ​ເບ້ຍ​ເທື່ອ​ທຳ​ອິດ​ຫຼັງ​ຈາກ​​ຕົກລົງ​ໃຫ້​ປະຕິບັດ​ນະ​ໂຍບາຍ​ເງິນ​ຕາ​ທີ່ລະ​ມັດ​ລະວັງ​ຮອບ​ຄອບໃນປີ 2011.ຜູ່​ຊ່ຽວຊານ​ຈີນ​ກ່າວ​ວ່າ,ການ​ເພີ່ມ​​ດອກ​ເບ້ຍ​ເທື່ອ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ລະງັບ ການ​ຄາດ​ຄະ​ເນ​ໄພ​ເງິນ​ເຟີ້​ລ່ວງ​ຫນ້າ​ໃນ​ປີຫນ້າ.  ​ໃນ​ເວລາ​ທ່ານ​ບ່າ​ຊູ​ຊົງ,ຮອງ​ຫົວຫນ້າ​ສະ​ຖາ​ບັນ​ການ​ເງິນຂອງ​ສູນ​ຄົ້ນຄວ້າ​ການ​ພັດທະນາ​ຂອງ​ລັດຖະບານ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ກ່າວ​ວ່າ, ການ​ເພີ່ມ​ດອກ​ເບ້ຍ​ເທື່ອ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ຄຸ້ມ​ຄອງ​ການ​ຄາ​ດຄະ​ເນ​ໄພ​ເງິນ​ເຟີ້​ລ່ວງ​ຫນ້າ​ໃນ​ປີຫນ້າ.  ທ່ານ​ກ່າວ​ວ່າ: 

  "ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຫຼັງ​ຈາກ​ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ໄດ້​ຕົກລົງ​ໃຫ້​ຫັນນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນຄາຍ​ໃນ​ລະດັບ​ອັນ​ເຫ​ມາະສົມ​​ໃນລະບົບ​ໄລຍະ​ຮັບ​ມື​ກັບ​ວິ​ກິດ​ການການ​ເງິນ​ສາກົນ​ເປັນ​ນະ​ໂຍບາຍ​ເງິນຕາ​ທີ່ລະມັດລະວັງຮອບ​ຄອບ​ຫຼາຍ​ຂຶ້ນ,ເພື່ອ​ລະງັບ​ການ​ຄາດ​ຄະ​ເນ​​ໄພ​ເງິ​ນ​ເຟີ້​ລ່ວງ​ຫນ້າ, ​ແລະ​ຫຼຸດລະດັບ​ອັດຕາ​​ດອກ​ເບ້ຍເພີ່ມ​ຂຶ້ນ​ທາງ​ລົບ​ໃຫ້ຕ່ຳ​ລົງ."   ກ່ອນປະກາດ​ການ​ເພີ່​ມດອກ​ເບ້ຍເທື່ອ​ນີ້ມື້ຫນຶ່ງ,ທະນາຄານ​ກາງ​ຈີນ​ໄດ້​​ອອກ​ຖະ​ແຫຼ​ງການອະທິ​ຍາຍຄວາມ​ຈຳ​ເປັນຂອງ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນຄາຍ​ໃນ​ລະດັບ​ອັນ​ເໝາະ​ສົມມາ​ເປັນນະ​ໂຍ ບາຍ​ເງິນຕາ​ທີ່ລະມັດ ລະວັງ​ຮອບ​ຄອບ.ທະນາຄານ​ກາງ​ກ່າວ​ວ່າ,ປີຫນ້າ​ແມ່ນ​ປີ​ເລີ່​ມຕົ້ນ​ໃນ​ການ​ປະຕິບັດ​ແຜນການ"5 ປີ ຄັ້ງ​ທີ 12"ຂອງ​ຈີນ,ຂະ​ແຫນງ​ການ​ຕ່າງໆ​ໄດ້​ຮັບ​ການພັດທະນາ​ຢ່າງ​ໄວຫຼາຍ​,​ແລະ​ການ​ເປີດ​ກວ້າງການ​ປ່ອຍ​ເງິນ​ສິນ​ເຊື່ອ ກໍ່​ໄດ້ມີຄວາມ​ກົດ​ດັນຫຼາຍ​ສົມຄວນຊຶ່ງ​ເລື່ອງ​ທີ່​ຕ້ອງ​​ເປັນ​ໄປ​​ ​​. ການ​​ເພີ່ມດອກ​ເບ້ຍ​ເທື່ອ​ທີ​ສອງ​ພາຍ​ໃນ​ປີ​ນີ້​ຈະ​ສົ່ງ​ສັນຍານ​ຕໍ່​ຕະຫຼາດ​ກ່ຽວ​ກັບ​ທະນາຄານ​ກາງ​ຄວບ​ຄຸມ​ໄພ​ເງິນ​ເຟີ້,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດຜ່ອນການ​ຄາດ​ຄະ​ເນ​​​ໄພ​ເງິນ​ເຟີ້​ລ່ວງ​ຫນ້າ​ໃນ​ຕະຫຼາດ.ການ​ເພີ່ມດອກ​ເບ້ຍ​ເທື່ອນີ້​ຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ຄາດ​ຄະ​ເນ​​ໄພ​ເງິນ​ເຟີ້​ເປັນ​ແນວ​ໃດ?  ທ່ານນາງ​​ຈົວ​ຊິ້ວເຫຼ, ນັກ​ເສດ ຖະສາດທີ່​ມີ​ຊື່​ສຽງຂອງ​ກຸ່ມ​ບໍລິສັດ​ຫຼັກ​ຊັບອິນເຫີ​ຈີນ​ສະ​ແດງ​ຄວາມ​ເຫັນ​.ນາງ​ກ່າວ​ວ່າ

"ຈຸດປະສົງ​ຕົ້ນ​ຕໍ​ຂອງ​ນະ​ໂຍບາຍ​ເງິນຕາ​ແມ່ນ​ເພື່ອລະງັບເງິນ​ເຟີ້, ສະ​ນັ້ນ, ການ​ເພີ່ມ​ດອກ​ເບ້ຍ​ຄັ້ງ​ນີ້​ແນ່ນ​ອນ​ແມ່ນ​​ແນ​ໃສ່​ຕ້ານ​ຄວາມ​ກົດ​ດັນ​ຂອງ​ໄພ ເງິນ​ເຟີ້, ເພາະວ່າ​ຄວາມ​ກົດ​ດັນ​ຂອງ​ສະພາບ​ເງິນ​ເຟີ້​​ທີ່​ພວກ​ເຮົາ​ປະ​ເຊີນ​ຫນ້າ​ຢູ່​ແຮງຫລາຍ. ແຕ່​ວ່າ, ນະ​ໂຍບາຍ​ເພີ່ມດອກ​ເບ້ຍ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້ບໍ? ​ແຕ່​ໃດ​ມານະ​ໂຍບາຍ​ເງິນຕາກໍ​ບໍ່​ແມ່ນ​ຈະ​ໃຊ້​ການ​ໄດ້​ທັນທີ, ຕ້ອງ​ເຮັດ​ໄປ​ເທື່ອ​ລະ​ກ້າວ , ​ເມື່ອ​ຮອດ​ໄລຍະ​ໃດ​ຫນຶ່ງ, ຈະເກີດ​ຜົນ​ຢ່າງ​ແທ້​ຈິງ."

ຫລັງ​ຈາກ​ການ​ເພີ່ມ​ດອກ​ເບ້ຍ​ຄັ້ງ​ນີ້, ນະ​ໂຍບາຍ​ເງິນ​ຕາ​ໄດ້​ຫັນ​ເປັນ​ນະ​ໂຍບາຍ​ເງິນຕາ​ທີ່​ຮັດ​ແຫນ້ນຢ່າງ​ເປັນ​ທາງ​ການ​ແລ້ວ, ທ່ານຫູ​ສ້ຽວ​ລ້ຽນ, ຮອງ​ຫົວຫນ້າ​ທະນາຄານ​ກາງ​ຈີນກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ​ໄລຍະ​ຕໍ່​ໄປ, ທະນາຄານ​ກາງ​ຈີນ​ຈະ​ສືບ​ຕໍ່​ນຳ​ໃຊ້​ອັດຕາ​ດອກ​ເບ້ຍ, ອັດຕາ​ເງິນສົດ​ໃນ​ຄັງ​ສຳຮອງ​ແລະມາດ​ຕະການ​ອື່ນໆ​ເພື່ອ​ສົ່ງ​ເສີມ​ບົດບາດ​ປັບປຸງ​ຕະຫລາດ ຂອງມາດ​ຕະການ​ເຫຼົ່ານີ້. ທ່ານ​ຫລີ​ຕ້າວ​ຂຸຍ, ກຳມະການ​ໃນຄະນະ​ກຳມະການ​ນະ​ໂຍບາຍ​ເງິນຕາທະນາຄານ​ສູນ​ກາງ​ຈີນ​ກໍ​ຄາດ​ວ່າ​ທະນາຄານ​​ກາງ​ອາດ​ຈະ​ເພີ່ມ​ດອກ​ເບ້ຍ​ອີກ​ໃນ​ປີຫນ້າ​ໃນ​ເວລາທ່ານ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ.

ອັດຕາ​ດອກ​ເບ້ຍ​ໃນ​ປະຈຸ​ບັນ​ຍັງ​ຕ່ຳ​ກວ່າ 3%,ປະຊາຊົນ​ຄິດ​ວ່າ,ປີຫນ້າ,​ເງິນ​ເຟີ້​ອາດ​ຈະ​ສູງ​ກວ່າ 3%,ຄວນ​ເວົ້າ​ໄດ້​ວ່າ​ຍັງ​ອາດ​ມີ​ປະກົດ​ການ​ທີ່​ອັດຕາ​ດອກ​ເບ້ຍ​ຈະ​ຫຼຸດ​ລົງ​ເຖິງ​ລະດັບ​ລົບ,ດ້ວຍ​ເຫດ​ນີ້,ອັດຕາ​ດອກ​ເບ້ຍ​ຍັງ​ອາດ​ຈະ​ສາມາດ​ຍົກ​ສູງ​ຂຶ້ນ​​ໄດ້.
ປະຈຸ​ບັນ,ສະພາບ​ເງິນ​ຄ່ອງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ມີ​ສູງ​ຫຼາຍ,ການ​ຄາດຫມາຍ​ເງິນ​ເຟິ້ອ່າວ​ສູງ,​ແຮງ​ກົດ​ດັນ​ດ້ານ​ນີ້​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຕ້ອງ​ໄດ້​ໃຊ້​ນະ​ໂຍບາຍ​ເງິນຕາ​ຢ່າງ​ລະມັດລະວັງ​ແລະ​ຮອບ​ຄອບ,ລາຄາ​ສິນຄ້າ​ບໍ່​ໃຫ້​ຂຶ້ນ​ໄວ​ເກີນ​ໄປ,ການ​ເພີ່ມ​ອັດຕາ​ດອກ​ເບ້ຍ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ທະນາຄານ​ກາງ​ທີ່​ເຮັດ​ໃຫ້​ລະດັບ​ລາຄາ​ສິນຄ້າ​ຫມັ້ນ​ທ່ຽງ​ແລະ​ຄຸ້ມ​ຄອງ​ເງິນ​ເຟີ້​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ