ກຳ​ປັ່ນບັນທຸກ​ຍົນສູ້​ຮົບ​ທີ່ມີ​ຊື່ວ່າ:"​ໂລ​ນານ ເຣ​ແກນ​​" ຂອງ​ອາ​ເມ​ລິ​ກາ​ເດີນທາງ​ເຖິງ​ເຂດມະຫາ​ສະຫມຸດ​ປາຊີ​ຟິກຕາ​ເວັນ​ຕົກ

(GMT+08:00) 2010-12-29 18:08:45     cri
ວັນ​ທີ 28 ທັນວາ​ນີ້,ກຳປັ່ນບັນ​ທຸກ​​ຍົນສູ້ຮົບພະລັງນິວ​ເຄຼຍທີ່​ມີຊື່ວ່າ:"​ໂລນານ ​ເຣ​ແກນ"ຂອງອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປ​ຮອດ​ເຂດ​ມະຫາ​ສະຫມຸດ​ປາຊີ​ຟິກຕາ​ເວັນ​ຕົກ,ນີ້​ແມ່ນ​ກ່ຳ​ປັ່ນ​ບັນທຸກຍົນ​ສູ້ຮົບລຳ​ທີ​ສອງທີ່​ໄປ​ເຕົ້າ​ໂຮມກັນ ຫຼັ​ງຈາກທີ່ ​ອາ​ເມ​ລິ​ກາ​​ໄດ້ສົ່ງ​ກຳປັ່ນບັນທຸກ​ຍົນສູ້ຮົບທີ່​ມີ​ຊື່ວ່າ ​"ຄານ ວິນ​ເຊີນ"​ໄປປະຈຳ​​ຢູ່ເຂດ​ອາຊີປາຊີ​ຟິກ, ບວກ​ກັບ​ກ່ຳ​ປັ່ນ​ບັນທຸກຍົນສູ້ຮົບທີ່​ມີຊື່ວ່າ:​"ຈອນ ວໍ​ຊິງ​ຕັນ" ຍັງ​ລາດຕະ​ເວນ​ຢູ່ໃກ້​ກັບ​ທະ​ເລ​ຍີ່​ປຸ່ນ​ແລະແຫຼມ​ເກົາຫຼີ​ໃນ​ກ່ອນ​ຫນ້າ​ນີ້,​ເຂດ​ທະ​ເລ​ອາຊີ​ປາຊີ​ຟິກອາດ​ຈະ​​ມີ​ສະພາບ​ທີ່​ກຳ​ປັ່ນ​ບັນທຸກຍົນ​ສູ້ຮົບສາມ​ລຳ ຂອງ​ອາ​ເມ​ລິ​ກາເຕົ້າ​ໂຮມ​ກັນຢູ່​ແຫ່ງດຽວກັນ. ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ຈະ​ເຮັດ​ໃຫ້​ປະຊາ​ຄົມ​​ໂລກ​ເປັນ​ຫ່ວງ​ນຳ​ຫຼາຍຕໍ່ພາກ​ພື້ນ​ນີ້​​ ໂດຍ​ສະ​ເພາະ​ແມ່ນ​ສະຖານະ​ການ​ຂອງ​ແຫຼມ​ເກົາ​ຫຼີທີ່ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ.

ສື່​ມວນ​ຊົນ​ບາງ​ແຫ່ງວິຈານ​ວ່າ,ການ​ກະທຳດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ອາດ​ຈະ​ແນ​ໃສ່​ຈີນ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ສາດສະ ດາຈານຈິ່ນຊ້ານຢົງ,ຮອງ​ຫົວຫນ້າ​ສະ​ຖາ​ບັນ​ການ​ພົວພັນ​ລະຫວ່າງ​ຊາດຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ກ່າວ​ວ່າ, ການ​ທີ່ກ່ຳປັ່ນ​ບັນທຸກ​ຍົນສູ້​ຮົບ​ຂອງອາ​ເມ​ລິ​ກາສາ​ມລຳ​ເຕົ້າ​​ໂຮ​ມກັນຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນ​ເວລາ​ດຽວ​ກັນ ພຽງ​ແຕ່​ເປັນການ​ສັບປ່ຽນ​ກັນຕາມ​ປົກກະຕິ​ເທົ່າ​ນັ້ນ,ບໍ່​ກ່ຽວຂ້ອງ​ກັບ​ຈີນ.ທ່ານ​ກ່າວ​ວ່າ

  "ການ​ກະທຳ​ນີ້​ຍັງ​ແມ່ນ​ການສັບ​ປ່ຽນ​ກັນຕາມ​ປົກກະຕິ,​ເພາະວ່າ ກ່ຳປັ່ນ​ບັນທຸ​ກ​ຍົນສູ້ຮົບ​ທີ່​ຊື່ວ່າ"​ຈອນ ວໍ​ຊິງ​ຕັນ"​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ທາງ​ການ​ທະຫານ ຕ່າງໆ​ໃນ​​ໄລຍະມໍ່ໆ​ມາ​ນີ້,ຊຶ່ງ​ຕ້ອງ​ໃຫ້​ພັກຜ່ອນ​ປັບປຸງ​ໃນ​ໄລຍະ​ຫນຶ່ງ​.ສະ​ນັ້ນ, ຈຸດປະສົງ​ຕົ້ນຕໍ​ທີ່ກ່ຳ​ປັ່ນບັນທຸກຍົນສູ້ຮົບທີ່​ຊື່ວ່າ"​ຄານ ​ວິນເຊິ​ນ"ມາ​ຢູ່​ແຫ່ງນີ້​ນັ້ນແມ່ນ​ເພື່ອ​ມາ​ເຂົ້າ​ແທນ​ກ່ຳ​ປັ່ນ​ບັນທຸກ​ຍົນ​ສູ້ລົບ​ທີ່​ຊື່ວ່າ"ຈອນ​ວໍ​ຊິງ​ຕັນ"​​. ສ່ວນທ່າ​ກ່ຳ​ປັ່ນ​ບັນທຸກ​ຍົນສູ້ຮົບ​ທີ່​ຊື່ວ່າ "​​​ໂຣນານ ເຣ​ແກນ"​ຢູ່ນະຄອນ​ຊັງ​ຕີອາ​ໂກຂອງ​​ແອ​ສປາຍ,ກ່ຳ​ປັ່ນ​ລຳ​ນີ້​ກໍ່ໄດ້​ລາດຕະ​ເວນຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ມາ​ໄດ້​ດົນ​ສົມຄວນ​ແລ້ວ, ແລະກໍ່​ຕ້ອງ​ພັກຜ່ອນປັບປຸງ​​ເຊັ່ນ​ກັນ. ນີ້​​ແມ່ນ​ການສັບປ່ຽນ​ກັນຕາມປົກ​ກະຕິ. ​ແຕ່ຖ້າຢາກ​ເວົ້າ​ວ່າ​ກ່ຳ​ປັ່ນ​ລຳ​ນີ້ມີ​ລັກສະນະ​ແນ​ໃສ່​ໃດ​ຫນຶ່ງ​ແລ້ວ​,ຂ້າພະ​ເຈົ້າກໍ່​ຄິດ​ວ່າ​ ​ແມ່ນ​ແນ​ໃສ່​ ​ສ.ປ.ປ​ເກົາຫຼີຫຼາຍ​ກວ່າ."   ບາງສື່​ມວນ​ຊົນ​ຕາ​ເວັນ​ຕົກ​ລາຍ​ງານ​ວ່າ,ອີ​ງຕາມ​ປະສົບ​ການແລະ​ຂໍ້​ມູນ​ຂອງ​ສົງຄາມ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ​​ໃນ​ເມື່ອ​ກ່ອນ, ຖ້າ​ມີກ່ຳ​ປັ່ນ​ບັນທຸ​ກຍົນສູ້​ຮົບ​ສາມລຳ​​ເຕົ້າ​ໂຮມ​ກັນ​ຢູ່​ແຫ່ງ​ດຽວ​ກັນເປັນ​ເຄື່ອງ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ພາກ​ພື້ນ​ນີ້​ອາດ​ຈະ​ເກີດ​ສົງ​ຄາມ.ດ້ວຍ​ເຫດ​ນີ້,​ບັນຫາ​ທີ່ແຫຼມ​ເກົາຫຼີຈະ​ເກີດ​ສົງ​ຄາມ​ຫຼື​ບໍ່ນັ້ນ ​ໄດ້ກາຍ​ເປັນ​ຈຸດ​ສຸມ​ທີ່​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ເປັນ​ຫ່ວງ​ນຳ​ຫຼາຍ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ສາດສະດາຈານ​ຈິ່ນຊ້ານຢົງ​ເຫັນ​ວ່າ:

 "ຕາມ​ປົກກະຕິ​​​ແລ້ວເຫັນ​ວ່າ ການ​ເກີດ​ສົງຄາມ​ຍັງມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫນ້ອຍ​ທີ່​ສຸດ,ເມື່ອ​ສັງ​ເກດ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ​​ແລ້ວ​ເຫັນ​ວ່າ,ຝ່າຍ​ໃດ​ກໍ່ບໍ່​ຫວັງ​ຢາກ​​ໃຫ້ເກີດ​ສົງ​ຄາມ​.​ແຕ່​ວ່າ,ການ​ເກີດ​ສົງຄາມກໍ່​ແມ່ນ​ເລື່ອງ​ທີ່​ຂາດ​ຄວາມ​ຢັ້ງຄິດ. ສະ​ນັ້ນ​,ກ່ຳ​ປັ່ນ​ບັນທຸກ​ຍົນ​ສູ້​ຮົບ​ຂອງອາ​ເມ​ລິ​ກາ​ທີ່​ໄປ​ຮອດ​ຢູ່​ພາກ​ພື້ນ​ນີ້​ໃນ​ປະຈຸ​ບັນ ຈະ​​ເປັນ​ການ​ໄພຂົ່ມ​ຂູ່​ຕໍ່ສ.ປ.ປ​ເກົາຫຼີ​ໃນ​ລະດັບ​ໃດ​ຫນຶ່ງ​ໃນ​ດ້ານ​ນອກ​ຕົວ,ຊຶ່ງ​ຈະ​ຫຼຸດຜ່ອນ​ຄວາມ​ອາດ​​ເປັນ​ໄປ​ໄດ້​ທີ່​ຈະເກີດ​ການ​ປະ​ທະ​ກັນ​ຢູ່​ແຫຼມ​ເກົາຫຼີ​​ໃນ​ລະດັບ​ໃດ​ຫນຶ່ງ.​ ​ສະຫຼຸບ​ແລ້ວ,​ເມື່ອ​ເບິ່ງ​ຈາກ​​ເບື້ອງຂອງ​ອາ​ເມ​ລິ​ກາ,ປະ​ເທດ​ນີ້​ບໍ່​ຫວັງ​ຢາກ​ໃຫ້ເກີດ​ສົງຄາມ​ຢູ່​ແຫຼມ​ເກົາຫຼີ,​ແຕ່​ວ່າ​​ໃນ​ຖານະ​ທີ່​ເປັນ​ປະ​ເທດມະຫາ​ອຳນາດອັນ​ດັບ​ທີ​ຫນຶ່ງ​ໃນ​ໂລກ​ທີ່​ອາ​ເມ​ລິ​ກາ​ຄິດ​ເອງ​ແລະ​​ເປັນກຳລັງ​ນຳຫນ້າຂອງ​ພາກ​ພື້ນ,ອາ​ເມ​ລິ​ກາ​ຕ້ອງ​ຂົ່ມ​ຂູ່​ກ່ອນ,​ນີ້​ແມ່ນ​ມາດ​ຕະ ການ​ທີ່​ຄວບ​ຄຸມ​ສົງຄາມ."ໃນ​ໄລຍະ​ມໍ່ໆມາ​ນີ້, ສະຖານະ​ການ​ແຫຼມ​ເກົາຫລີ​ສັບສົນ​ຫລາຍ. ​ແຕ່​ສາ​ສະ​ດາ​ຈານ​ຈິ່ນຊ້ານຢົງ​ເຫັນ​ວ່າ, ການ​ກະທຳ​ຂອງ​ທຸກ​ຝ່າຍ​ໃນ​ປັດຈຸບັນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ການ​ປະ​ທະ​ກັນ​ຂະຫນາດ​ໃຫຍ່. ທ່ານ​ກ່າວ​ວ່າ:"ດຽວ​ນີ້, ຂ້າພະ​ເຈົ້າ​ຄິດ​ວ່າ​ສະຖານະ​ການ​ທີ່​ສັບສົນ​ແບ​ບນີ້, ​ຈະມີ​ແຕ່​ໄລຍະ​ໃດ​ຫນຶ່ງ​ເທົ່າ​ນັ້ນ. ​ເຖິງ​ແມ່ນ​ວ່າ, ປະຊາຊົນ​ສ.​ເກົາຫລີ​ຮູ້ສຶກ​ຄຽດ​ແຄ້ນ​ຫລາຍ​ຕໍ່​ເຫດການ​ເກາະ​ຢຽງພຽງ​ແລະ​ຕໍ່ສປປ.​ເກົາຫລີ​. ລັດຖະບານ​ລີ​ມິ​ງບັກ​ກໍ​ຢາກ​ສວຍ​ໃຊ້​ອາລົມຄຽດ​ແຄ້ນ​ນີ້​ເພື່ອ​ຜົນ​ປະ​ໂຫຍ​ດດ້ານ​ອື່ນ, ສະ​ນັ້ນ, ສະຖານະ​ການ​ອາດ​ຈະ​ເຄັ່ງ​ຕຶງ​ຊົ່ວຄາວ​ເທົ່າ​ນັ້ນ​. ຍ້ອນ​ວ່າສປປ.​ເກົາຫລີ​ໃຈ​ເຢັນສົມຄວນ,​ຄວາມ​ເຄັ່ງ​ຕຶງກໍ​ຈະຄ່ອຍ​ໆຫາຍ​ໄປ. ຂໍ​ແຕ່​ວ່າຈີນ​ແລະ​ອາ​ເມ​ລິ​ກາ​ຕັດສິນ​ໃຈ​ບໍ່​ເຂົ້າ​ຮ່ວມ​ສົງຄາມ, ຂ້າພະ​ເຈົ້າ​ເຫັນ​ວ່າ, ​ບໍ່​ມີ​ຄວາມອາດ​ເປັນ​ໄປ​ໄດ້ທີ່​ຈະກາຍ​ເປັນສົງຄາມ​ຮອບດ້ານ​ໃນ​ພາກ​ພື້ນ​ນັ້ນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ